ສປປ ລາວ ມີ 11 ກໍລະນີທີ່ສົງໄສຕິດເຊື້ອໂຄໂຣນາ, ແຕ່ 9 ກໍລະນີ ຜົນກວດບໍ່ມີເຊື້ອ ແລະ ຍັງ 2 ກໍລະນີ ກໍາລັງກວດຢູ່ !!!

ໄລຍະຜ່ານມາ ສູນວິເຄາະ ແລະ ລະບາດວິທະຍາ ໄດ້ກວດຫາເຊື້ອອັກເສບປອດສາຍພັນໃໝ່ ຫຼື ໄວຣັສໂຄໂຣນາ (nCov) ເຊິ່ງປະເທດລາວເຮົາມີ ກໍລະນີສົງໄສ 11 ກໍລະນີ, 9 ກໍລະນີແມ່ນອອກຜົນລົບ (ບໍ່ມີເຊື້ອ) 2 ກໍລະນີກໍາລັງກວດຢູ່, ຖ້າຜົນອອກມາ ພ້ອມທີ່ຈະລາຍງານໃຫ້ສັງຄົມຮັບຊາບ.

ທ່ານ ດຣ.ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ, ກະຊວງສາທາລະນະສຸກ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 3 ກຸມພາ 2020 ທີ່ນະຄອນຫຼວງວຽງຈັນ ວ່າ: ປັດຈຸບັນ ສູນວິເຄາະ ແລະ ລະບາດວິທະຍາ ມີຄວາມພ້ອມ ໃນການກວດຫາເຊື້ອພະຍາດອັກເສບປອດສາຍພັນໃໝ່ ຫຼື ໄວຣັສໂຄໂຣນາ nCov ເຊິ່ງໃນໄລຍະຜ່ານມາ ກໍໄດ້ມີການລະບາດຂອງພະຍາດເມີກສ໌ ເຊິ່ງພວກເຮົາກໍມີຄວາມສາມາດກວດພະຍາດນັ້ນໄດ້ ແລະ ໃນໄລຍະຕໍ່ມາ ກໍໄດ້ມີລະບົບເຝົ້າລະວັງເຊື້ອໄຂ້ຫວັດ ແລະ ກໍໄດ້ມີການກວດຢ່າງເປັນປະຈຳ ແລະ ມີຕົວຢ່າງໃນທົ່ວປະເທດສົ່ງມາຕະຫຼອດ ເປັນຕົ້ນແມ່ນ ກວດໄຂ້ຫວັດກໍຈະ ມີ H1N1 ເຊິ່ງສາມາດກວດໄດ້ ແລະ ກໍໄດ້ໃຊ້ເຕັກນິກດຽວກັນໃນການກວດຫາໄວຣັສໂຄໂຣນານີ້, ເຊິ່ງສູນວິເຄາະ ແລະ ລະບາດວິທະຍາ ພວກເຮົາສາມາດກວດໄດ້ ແລະ ໄດ້ຮັບການຮັບຮອງເປັນສູນໄຂ້ຫວັດແຫ່ງຊາດ ເຊິ່ງໃນນັ້ນກໍມີ ຫຼາຍເຕັກນິກໃນການກວດ ຈຶ່ງໄດ້ຮັບການຮັບຮອງຈາກອົງການອະນາໄມໂລກ ເພື່ອຮັບປະກັນວ່າ ຄຸນນະພາບຂອງການກວດຂອງພວກເຮົາມີຄວາມແມ້ນຢຳຖືກຕ້ອງ.

ເມື່ອເວົ້າເຖິງການກວດຫາເຊື້ອໄວຣັສໂຄໂຣນານີ້ ແມ່ນພວກເຮົາໄດ້ນໍາໃຊ້ມາດຕະຖານດຽວກັນກັບປະເທດຕ່າງໆ ໂດຍອີງຕາມມາດຕະຖານ ທີ່ອົງການອະນາໄມໂລກວາງອອກ, ອຸປະກອນກໍມີຄວາມທັນສະໄໝ ແລະ ບຸກຄະລາກອນ ກໍໄດ້ມີການເຝິກອົບຮົບເປັນຢ່າງດີ ແລະ ເຊື່ອວ່າຜົນກວດທີ່ອອກມາ ແມ່ນມີຄວາມຊັດເຈນເທົ່າທຽມກັບສາກົນ, ພ້ອມໄດ້ມີການແລກປ່ຽນບົດຮຽນ ກັບບັນດາປະເທດອ້ອມຂ້າງ ແລະ ປະເທດຕ່າງໆ ເຕັກໂນໂລຊີ ແລະ ການກວດຕ່າງໆ ແມ່ນນຳໃຊ້ມາດຕະຖານອັນດຽວກັນ.

ທ່ານ ດຣ.ພອນປະດິດ ສັງໄຊຍະລາດ ຍັງໃຫ້ຮູ້ຕື່ມວ່າ: ປັດຈຸບັນ ໄດ້ມີແຜນທີ່ຈະຂະຫຍາຍ ແລະ ຈະເອົາເຄື່ອງກວດ Real time PCR ໄປໄວ້ນຳສະຖານທີ່ ທີ່ມີຄວາມສ່ຽງ ເປັນຕົ້ນແມ່ນ ຢູ່ແຂວງພາກເໜືອ ແຂວງຫຼວງພະບາງ ແລະ ຫຼວງນ້ຳທາ ເພື່ອຈະເຮັດໃຫ້ການກວດຫາເຊື້ອໄວຣັສໂຄໂຣນາໄວຂຶ້ນ, ເຄື່ອງທີ່ຈະເອົາໄປໄວ້ນີ້ ແມ່ນຈະອອກຜົນໄດ້ໄວກວ່າເຄື່ອງທີ່ໃຊ້ໃນປັດຈຸບັນ, ເຊິ່ງໃນປະເທດຈີນກໍໄດ້ນຳໃຊ້ເຄື່ອງດັ່ງກ່າວນີ້ ແລະ ການອອກຜົນທັງໝົດ ແມ່ນຈະມີການຄວບຄຸມຄຸນນະພາບເປັນຢ່າງດີ ຈະໃຊ້ເວລາປະມານ 4 ຊົ່ວໂມງ ກໍສາມາດອອກຜົນກວດໄດ້.

ຂ່າວ: ຂ່າວສານປະເທດລາວ

Comments