ດ່ວນ!!!! ແຈ້ງການໃຫ້ກວດກາ ແລະ ກັກລົດຊົ່ວຄາວ ທີ່ເດີນທາງມາແຕ່ອູ່ຮັ່ນ ສປ ຈີນ

ດ່ວນ! ກົມໃຫຍ່ຕຳຫຼວດ​ ກົມຕຳຫຼວດ ຈະລາຈອນ​ ກະຊວງປ້ອງການຄວາມສະຫງົບ ໄດ້ອອກແຈ້ງການ ເລກທີ 002/ກຈຈ, ລົງວັນທີ 03 ກຸມພາ 2020 ເຖິງຫົວໜ້າ ພະແນກຕຳຫຼວດຈະລາຈອນ ກອງບັນຊາການ ປ້ອງກັນຄວາມສະຫງົບ ແຂວງ,​ ນະຄອນຫຼວງ​ວຽງຈັນ ​ໃນທົ່ວປະເທດ.

ເລື່ອງ: ໃຫ້ກວດກາລົດ ແລະ ກັກຊົ່ວຄາວ ລົດຄົນຈີນ ທີ່ເດີນທາງມາແຕ່ເມືອງ ອູ່ຮັ້ນ ປະເທດຈີນ​ ທີ່ເດີນທາງເຂົ້າມາລາວ ເພື່ອກວດກາ ແລະ ປ້ອງກັນ ສະກັດການແຜ່ລະບາດຂອງເຊື້ອ ໄວຣັສ ໂຄໂຣນາ ສາຍພັນໃໝ່ ໂດຍມີລາຍລະອຽດດັ່ງນີ:

1. ໃຫ້ພະແນກຕຳຫຼວດຈະລາຈອນ ແຂວງ,​ ນະຄອນຫຼວງ​ວຽງຈັນ ​ໃນຂອບເຂດທົ່ວປະເທດ ກວດກາພາຫະນະຂອງຄົນຈີນ ທີ່ເດີນທາງມາຈາກເມືອງ ອູ່ຮັ້ນ ສປ ຈີນ, ທີ່ເດີທາງເຂົ້າມາ ສປປ ລາວ ຕາມຈຸດສະຖານທີ່ທ່ອງທ່ຽວ, ໂຮງແຮມ, ສູນການຄ້າ ແລະ ສະຖານທີ່ອື່ນໆ ທີ່ມີນັກທ່ອງທ່ຽວຈີນໄປທ່ອງທ່ຽວ ແລະ ພັກຢູ່ຈຳນວນຫຼາຍ ແລະ ໃຫ້ເອົາໃຈໃສ່ຈຸດ, ປ້ອມກວດກາເຂົ້າເມືອງ-ອອກເມືອງ ຂອງແຕ່ລະແຂວງ ກວດກາພາຫະນະໝາຍເລກທະບຽນດັ່ງຕໍ່ໄປນີ້ຕະຫຼອດ 24 ຊົ່ວໂມງ ຈົນກວ່າຈະມີແຈ້ງການໃຫ້ຍົກເລີກ:

A: ລົດເບັ້ນ ສີດຳ ໝາຍເລກທະບຽນ ໂຕໜັງສືຈີນ ຕໍ່ດ້ວຍ A95 MID.

B: ລົດເບັ້ນ ສີດຳ ໝາຍເລກທະບຽນ ໂຕໜັງສືຈີນ ຕໍ່ດ້ວຍ A232 GK.

C: ລົດຄ້າຍຄືລົດຫຍີ່ຫໍຝົກ ສີຂາວ ໝາຍເລກທະບຽນ ໂຕໜັງສືຈີນ ຕໍ່ດ້ວຍ A.IBD.16.

2. ຖ້າຫາກວ່າ ພະແນກຕຳ}ວດຈະລາຈອນ ແຂວງ,​ ນະຄອນຫຼວງ​ວຽງຈັນ ​ໃນຂອບເຂດທົ່ວປະເທດ ກວດພົບເຫັນລົດຈຳນວນດັ່ງກ່າວ ແມ່ນໃຫ້ຄວບຄຸມໄວ້ໃນສະຖານຊົ່ວຄາວ ແລ້ວປະສານກັບພະແນກ ສາທາລະນະສຸກແຂວງ-ນະຄອນຫຼວງວຽງຈັນ ເພື່ອກວດກາສຸຂະພາບຂອງພວກກ່ຽວລະອຽດ ມີລາຍຊື່ດັ່ງນີ້:

– Mr DINGLIANG ວັນເດືອນປີເກີດ 03/05/1960.

– Mr ZHONGHONGSHENG ວັນເດືອນປີເກີດ 28/02/1972.

– Mr KEXUE ວັນເດືອນປີເກີດ 10/01/1979.

-Mr ZHANGDAGANG ວັນເດືອນປີເກີດ 06/04/1980.

– ພ້ອມທັງຈຳນວນບຸກຄົນອື່ນໆ ທີ່ເປັນຄົນໂດຍສານມານຳລົດຈຳນວນ 03 ຄັນ ຂ້າງເທິງນັ້ນ.

3. ພາຍຫຼັງພະແນກສາທາລະນະສຸກແຂວງ, ນະຄອນຫຼວງວຽງຈັນ ກວດກາສຳເລັດ ໃຫ້ພະແນກຕຳຫຼວດຈະລາຈອນ ລາຍງານຜົນມາໃຫ້ກົມຕຳຫຼວດຈະລາຈອນ ຮັບຊາບໂດຍດ່ວນ ກ່ອນຈະປ່ອຍລົດ ແລະ ຄົນ ໃຫ້ໄດ້ຮັບຄຳຊີ້ນຳ ຈາກຂັ້ນເທິງກ່ອນ ຈຶ່ງດຳເນີນການປ່ອຍລົດ ແລະ ຄົນຕາມຄຳຊີ້ນຳ.

+ໝາຍເຫດ: ຕິດຕໍ່ພົວພັນທີເບີ 020 58376666, 020 22205302.

Comments