ລັດຖະບານ ສະຫະລັດອາເມລິກາ ສຶບຕໍ່ໃຫ້ການສະໜັບສະໜູນລັດຖະບານ ສປປ ລາວ ໃນວຽກງານສົ່ງເສີມການສ້າງລັດແຫ່ງກົດໝາຍ, ໂດຍໄດ້ຮ່ວມມືກັບກະຊວງຍູຕິທຳ ແລະ ມູນນິທິເອເຊຍ ສ້າງຕັ້ງໂຄງການ ສົ່ງເສີມການເຂົ້າເຖິງກົດໝາຍ ແລະ ຄວາມຍຸຕິທຳຂອງປະຊາຊົນ ໃນ ສປປ ລາວ ຫລື Legal Aid Support Project ຂຶ້ນຢ່າງເປັນທາງການ.
ພິທີລົງນາມບົດບັນທຶກຄວາມເຂົ້າໃຈຂອງໂຄງການ ຖືກຈັດຂຶ້ນ ໃນ ວັນທີ 24 ມັງກອນ 2020, ໂດຍມີ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີ ກະຊວງຍຸຕິທຳ ແລະ ທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດ ອາເມລິກາ ປະຈຳ ສປປ ລາວ ເຂົ້າຮ່ວມເປັນສັກຂີພະຍານ ໃນການເລີ່ມຕົ້ນໂຄງການ ມູນຄ່າ 3,67 ລ້ານ ໂດລາສະຫະລັດ, ທີ່ໄດ້ຮັບທຶນສະໜັບສະໜູນຈາກ ອົງການພັດທະນາສາກົນ ຂອງປະເທດ ສະຫະລັດອາເມລິກາ (USAID) ເຊີ່ງຈະຈັດຕັ້ງປະຕິບັດຮ່ວມກັນ ລະຫວ່າງ ກະຊວງຍູຕິທຳ ແລະ ມູນນິທິເອເຊຍ ປະຈໍາ ສປປ ລາວ.
ບົດບັນທຶກການຮ່ວມມືສະບັບນີ້ລົງນາມໂດຍທ່ານຫົວໜ້າກົມຮ່ວມມືສາກົນ, ກະຊວງຍຸຕິທໍາ, ທ່ານ. ເກດສະໜາ ພົມມະຈັນ, ເເລະ ທ່ານຜູ້ຕາງໜ້າມູນນິທິເອເຊຍປະຈໍາລາວ, ທ່ານ. ທ໋ອດ ວາເຊວລ໌. ໃນພິທີດັ່ງກ່າວ ມີຜູ້ຕາງໜ້າຈາກຫຼາຍພາກສ່ວນໄດ້ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານເຊັ່ນ: ກະຊວງຍຸຕິທຳ, ກະຊວງການຕ່າງປະເທດ, ສະພາທະນາຍຄວາມລາວ, ສະຖານທູດສະຫະລັດອາເມລິກາ, ອົງການພັດທະນາ/ສາກົນປະເທດສະຫະລັດອາເມລິກາ.
ທ່ານນາງ ຮີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ກ່າວວ່າ: ໂຄງການສົ່ງເສີມການເຂົ້າເຖິງກົດໝາຍ ແລະ ຄວາມຍຸຕິທຳຂອງປະຊາຊົນ ໃນ ສປປ ລາວ ແມ່ນການຢັ້ງຢືນ ໃຫ້ເຫັນເຖິງຄວາມຕັ້ງໃຈຂອງ ສະຫະລັດອາເມລິກາ ໃນການສະໜັບສະໜູນແຜນງານສົ່ງເສີມການສ້າງລັດແຫ່ງກົດໝາຍຂອງ ສປປ ລາວ. ພວກເຮົາພູມໃຈ ແລະ ຍິນດີທີ່ໄດ້ສະໜັບສະໜູນລັດຖະບານລາວ ໃນວຽກງານຊ່ວຍເຫຼືອປະຊາຊົນທາງດ້ານກົດໝາຍ ແລະ ຈະສືບຕໍ່ເພີ່ມທະວີການຮ່ວມມືຊ່ວຍເຫຼືອ ແລະ ເສີມສ້າງ ສປປ ລາວ ໃຫ້ມີຄວາມເຂັ້ມແຂງ, ໝັ້ນຄົງ, ແລະ ສາມາດບັນລຸໄດ້ຕາມເປົ້າໝາຍການພັດທະນາ ແບບຍືນຍົງ.
ໂຄງການສົ່ງເສີມການເຂົ້າເຖິງກົດໝາຍ ແລະ ຄວາມຍຸຕິທຳຂອງປະຊາຊົນ ໃນ ສປປ ລາວ ຈະຊ່ວຍຊຸກຍູ້ສົ່ງເສີມການຄຸ້ມຄອງລັດຄຸ້ມຄອງສັງຄົມ ດ້ວຍກົດໝາຍ ເພື່ອໃຫ້ມີຄວາມຍຸຕິທຳ, ສອດຄ່ອງຫຼາຍຂຶ້ນ ແລະ ການບໍລິການທີ່ໂປ່ງໃສພາຍໃຕ້ ກົດໝາຍ-ຮັບປະກັນການມີສ່ວນຮ່ວມຂອງເເມ່ຍິງ, ຜູ້ທຸກຍາກ ເເລະ ປະຊາຊົນຜູ້ດ້ອຍໂອກາດ. ໂຄງການດັ່ງກ່າວ ຈະສະໜັບສະໜູນກະຊວງຍຸຕິທຳ ໃນວຽກງານການຊ່ວຍເຫຼືອດ້ານກົດໝາຍໃນ ນະຄອນຫຼວງວຽງຈັນ ແລະ 9 ແຂວງເປົ້າໝາຍເຊັ່ນ: ອຸດົມໄຊ, ຜົ້ງສາລີ, ສະຫວັນນະເຂດ, ຫຼວງນໍ້າທາ, ຈໍາປາສັກ, ໄຊຍະບູລີ, ຫຼວງພະບາງ, ສາລະວັນ ເເລະ ເເຂວງວຽງຈັນ. ໂຄງການດັ່ງກ່າວ ຍັງຈະສະໜັບສະໜູນສະພາທະນາຍຄວາມລາວ ໃນການສົ່ງເສີມການຊ່ວຍເຫຼືອທາງດ້ານ ກົດໝາຍ ເເລະ ວຽກງານຊ່ວຍເຫຼືອໂດຍບໍ່ເສຍຄ່າ, ສ້າງເຄືອຂ່າຍຂອງບັນດາສະມາຊິກ, ເເລະ ຂະຫຍາຍການບໍລິການ ການຊ່ວຍເຫຼືອດ້ານກົດໝາຍ ໃຫ້ທົ່ວເຖິງ, ໂດຍສະເພາະໃນບັນດາເເຂວງ ທີ່ມີຈຳນວນທະນາຍຄວາມ ບໍ່ພຽງພໍກັບຄວາມຕ້ອງການຂອງປະຊາຊົນ.
ນອກຈາກວຽກງານສົ່ງເສີມລັດແຫ່ງກົດໝາຍແລ້ວ, ສະຫະລັດອາເມລິກາຍັງມີໂຄງການຮ່ວມມືກັບ ລັດຖະບານ ສປປ ລາວ ໃນຫຼາຍດ້ານເຊັ່ນ ປັບປຸງຄຸນນະພາບຂອງການສຶກສາ, ສົ່ງເສີມສຸຂະພາບ ແລະ ໂພສະນາການ, ການຂຸດຄົ້ນທໍາລາຍລະເບີດທີ່ຍັງບໍ່ທັນແຕກ, ອຳນວຍຄວາມສະດວກທາງດ້ານການຄ້າ, ການຊ່ວຍເຫຼືອເເກ່ຄົນພິການ, ສະກັດກັ້ນ ແລະ ປ້ອງກັນການຄ້າມະນຸດ, ການພັດທະນາເສດຖະກິດ ເເລະ ການກວດຫາ ເເລະ ປ້ອງກັນພະຍາດ.