ທະນາຄານໂລກ ໃຫ້ທຶນ 50 ລ້ານໂດລາຊ່ວຍເຫຼືອຟື້ນຟູຫຼັງໄພພິບັດ

ທະນາຄານໂລກ ໄດ້ຕົກລົງສະໜອງທຶນຊ່ວຍເຫຼືອ ຈໍານວນ 50 ລ້ານໂດລາສະຫະລັດ ຫຼື ປະ­ມານ 443,89 ຕື້​ກີບ ໃຫ້ລັດຖະບານ ແຫ່ງສປປ ລາວ ເພື່ອສືບຕໍ່ສະໜັບສະໜູນການຈັດຕັ້ງປະຕິບັດ ໂຄງການຄຸ້ມຄອງຄວາມສ່ຽງ ໄພພິບັດອາຊີຕາເວັນອອກສ່ຽງໃຕ້ ຢູ່ ສປປ ລາວ ແລະ ໂຄງການຂະແໜງການຂົວທາງໄລຍະ II.

ພິທີເຊັນບົດບັນທຶກການຊ່ວຍເຫຼືອຄັ້ງນີ້ ໄດ້ຈັດຂຶ້ນໃນຕົ້ນອາທິດ ທີ່ຜ່ານມາ ທີ່ ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີ ກະຊວງການເງິນ ແລະ ທ່ານ ນິໂກລາ ປອນຕາຣາ (Nicola Pontara) ຫົວໜ້າຫ້ອງການທະນາຄານໂລກ ປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການສະ​ໜອງ​ທຶນ​ໃນຄັ້ງນີ້, ສະພາບໍລິຫານຂອງທະນາຄານໂລກ ໄດ້ອະນຸມັດທຶນເພີ່ມເຕີມໃນວັນທີ 13 ທັນວາ 2019 ເພື່ອສະໜັບສະໜູນ ຄວາມພະຍາຍາມຂອງລັດຖະບານລາວໃນວຽກງານ ການຄຸ້ມຄອງຄວາມສ່ຽງ ດ້ານອຸທົກກະໄພ ແລະ ຂະແໜງການຂົວທາງ ເຊິ່ງເປັນຂະແໜງການ ທີ່ຖືກຜົົນກະທົບຢ່າງຫຼວງຫຼາຍ ກວມເອົາ 55% ຂອງຄວາມເສຍຫາຍທັງໝົດ ພາຍຫຼັງເກີດເຫດການໄພພິບັດນໍ້າຖ້ວມໃນປີ 2018.

ໃນນີ້, ຈໍານວນ 25 ລ້ານໂດລາສະຫະລັດ ຈະນໍາໃຊ້ ເພື່ອສະໜັບສະໜູນ ການຈັດຕັ້ງປະຕິບັດ ໂຄງການຄຸ້ມຄອງຄວາມສ່ຽງໄພ ພິບັດອາຊີຕາ ເວັນອອກ ສ່ຽງໃຕ້ ຢູ່ສປປ ລາວ ເພື່ອຫລຸດຜ່ອນຜົນກະທົບ ຈາກໄພນໍ້າຖ້ວມຢູ່ເຂດເປົ້າໝາຍ.

ສ່ວນ 25 ລ້ານໂດລາສະຫະລັດ ຈະນໍາໃຊ້ສະໜັບສະໜູນໂຄງການຂະແໜງການຂົວທາງ ໄລຍະທີ II ເພື່ອສ້ອມແປງເສັ້ນທາງທີ່ຖືກເປ້ເພເສຍຫາຍ ລວມທັງການປັບປຸງບາງສ່ວນ ຂອງເສັ້ນທາງທີ່ສ່ຽງຖືກນໍ້າຖ້ວມ ຕາມເສັ້ນທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ແລະ ຍົກລະດັບຄວາມຕ້ານທານ ຂອງໂຄງລ່າງພື້ນຖານຂົວທາງ ຕໍ່ຜົນກະທົບຈາກການປ່ຽນແປງດິນຟ້າອາກາດ.

ຂ່າວ: ກະຊວງການເງິນ

Comments