News

ຂ່າວດີ!!! ມື້ອື່ນເຊົ້າລາຄານ້ຳມັນຫຼດລົງ

ປັບລົງອີກ ລາຄາຂາຍຍ່ອຍນ້ຳມັນເຊື້ອໄຟທຸກຊະນິດ ເລີ່ມເຊົ້າມື້ອື່ນ ວັນທີ 7 ມີນາ ເວລາ 6:00 ໂມງ ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການ ເລກທີ 0254/ຄອ,ກຄພນ, ນະຄອນຫຼວງວຽງຈັນ, ວັນທີ 6 ມີນາ 2020​ ເຖິງສະມາຄົມນ້ຳມັນເຊື້ອໄຟ ແລະ ອາຍແກ໊ສ,​ ບັນດາບໍລິສັດນ້ຳມັນເຊື້ອໄຟ ແລະ ປ້ຳຂາຍຍ່ອຍນ້ຳມັນເຊື້ອໄຟ ໃຫ້ປັບລົງລາຄາຂາຍຍ່ອຍນ້ຳມັມເຊື້ອໄຟໃນຂອບເຂດທົ່ວປະເທດ.​ ໂດຍລາຄາໃໝ່ນີ້ ໃຫ້ເລີ່ມປະຕິບັດ ວັນທີ 7 ມີນາ 2020; ເວລາ 6:00 ໂມງ ໃນຂອບເຂດທົ່ວປະເທດ,​ ການປັບລາຄາຄັ້ງນີ້ ປັບລົງລາຄານ້ຳມັນເຊື້ອໄຟທຸກຊະນິດ ຄື: – ແອັດຊັງພິເສດ ປັບລົງ 190 ກີບ/ລິດ (ຈາກ 9.910 ກີບ/ລິດ ເປັນ 9.720 ກີບ/ລິດ).​ – ແອັດຊັງທຳມະດາ ປັບລົງ 190 ກີບ/ລິດ (ຈາກ 9.080 ກີບ/ລິດ ເປັນ ...

Read More »

ໂຄວິດ – 19 ສ້າງວິກິດໃຫ້ກັບການບິນລາວ ພັກວຽກພະນັກງານຊົ່ວຄາວ

ການລະບາດຂອງພະຍາດໂຄວິດ – 19 ສ້າງຜົນກະທົບໃຫ້ພາກທຸລະກິດເປັນວົງ ກວ້າງ ໂດຍສະເພາະການບິນລາວລາຍຮັບຫຼຸດລົງເກືອບ ເຄິ່ງ. ດັ່ງນັ້ນ, ເພື່ອປະຢັດລາຍຈ່າຍ ລັດວິສາຫະກິດການບິນລາວ ຈຳເປັນຕ້ອງໃຫ້ພະນັກງານພັກວຽກຊົ່ວຄາວ ໂດຍບໍ່ເອົາເງິນເດືອນຈົນກວ່າສະພາບຈະດີຂຶ້ນ. ພ້ອມນັ້ນ, ກໍໄດ້ໂຈະຖ້ຽວບິນໄປປະເທດທີ່ມີຄວາມສ່ຽງຂອງການລະບາດຂອງເຊື້ອພະຍາດດັ່ງກ່າວ. ທ່ານ ບຸນມາ ຈັນທະວົງສາ ຜູ້ອຳນວຍການໃຫຍ່ລັດວິສາຫະກິດການບິນລາວ ເປີດເຜີຍໃນວັນທີ 4 ກຸມພາ 2020 ວ່າ: ພາຍຫຼັງທີ່ເກີດມີການລະບາດຂອງ ພະຍາດໂຄວິດ – 19 ( COVID – 19 ) ເຮັດໃຫ້ລາຍຮັບຈາກການຂາຍປີ້ຍົນຫຼຸດລົງ 50%. ພ້ອມດຽວກັນ, ພວກເຮົາຍັງໄດ້ໂຈະຊົ່ວຄາວສຳລັບເສັ້ນທາງບິນໄປປະເທດທີ່ມີຄວາມສ່ຽງຄືໄປ ສປ ຈີນ ແລະ ສ.ເກົາຫຼີ. ສຳລັບຖ້ຽວບິນໄປ ສ.ເກົາຫຼີ ແມ່ນໄດ້ຢຸດແຕ່ວັນທີ 29 ກຸມພາເປັນຕົ້ນມາ, ສ່ວນເສັ້ນທາງບິນໄປ ສປ ຈີນ ແມ່ນໄດ້ຢຸດມາແຕ່ຕົ້ນເດືອນກຸມພາ ແຕ່ໄດ້ເລີ່ມເປີດຄືນບາງເສັ້ນທາງຄື ວຽງ ຈັນ – ຄຸນໝິງ 3 ຖ້ຽວຕໍ່ອາທິດ ( ເລີ່ມເປີດວັນທີ 1 ມີນາ ...

Read More »

ແຈ້ງການ!!! ເລື່ອນຢ່າງເປັນທາງການ 3 ງານໃຫຍ່ຢູ່ແຂວງຊຽງຂວາງ

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການ ວັນທີ 3 ມີນາ 2020 ເຖິງບັນດາລັດຖະມົນຕີ, ຫົວໜ້າອົງການທຽບເທົ່າ, ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາເຈົ້າແຂວງທົ່ວປະເທດ ໂດຍອີງຕາມການຕົກລົງ ແລະ ຊີ້ນໍາຂອງລັດຖະບານຄັ້ງວັນທີ 28 ກຸມພາ 2020 ໃຫ້ຊາບວ່າ: ໃຫ້ເລື່ອນການຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI, ການສະເຫຼີມສະຫຼອງທົ່ງໄຫຫີນຖືກຮັບຮອງເປັນມໍລະດົກໂລກ ແລະ ງານບຸນແຫ່ພະເຈົ້າອົງຫຼວງ ທີ່ຈະໄດ້ຈັດຂຶ້ນໃນວັນທີ 22 ມີນາ ທີ່ຈະມາເຖິງນີ້ ຢູ່ແຂວງ ຊຽງຂວາງອອກໄປກ່ອນ ຈົນກວ່າຈະສາມາດຄວບຄຸມການ​ລະ­ບາດ​ຂອງ​ພະ­ຍາດ​ COVID-19 ໄດ້. ການລະບາດຂອງພະຍາດດັ່ງກ່າວມີຄວາມຮຸນແຮງ ໄດ້ແຜ່ລາມ ແລະ ໄດ້ເກີດຄວາມເສຍຫາຍຢ່າງຫຼວງຫຼາຍໃນຫຼາຍປະເທດ, ເພື່ອປ້ອງກັນການແຜ່ລະບາດຂອງພະຍາດດັ່ງກ່າວ ເຖິງແມ່ນວ່າ ສປປ ລາວ ຍັງບໍ່ພົບກໍລະນີຜູ້ຕິດເຊື້ອພະຍາດ ແຕ່ຢູ່ບັນດາປະເທດອ້ອມຂ້າງແມ່ນພົບການລະບາດດັ່ງກ່າວແລ້ວ. ຖ້າເກີດມີການຊຸມນຸມໃຫຍ່ຈະເຮັດໃຫ້ມີຄວາມສ່ຽງຕໍ່ການຕິດເຊື້ອພະຍາດດັ່ງກ່າວ ຖ້າບໍ່ມີມາດຕະການປ້ອງກັນທີ່ດີ ແລະ ຖ້າຫາກມີການແຜ່ລະບາດຢູ່ ສປປ ລາວໃນສະພາບທີ່ພາຍໃນປະເທດຍັງມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ພື້ນຖານໂຄງລ່າງສາທາລະນະສຸກ, ອຸປະກອນການແພດ ແລະ ອື່ນໆຍັງບໍ່ທັນພຽງພໍ ຍິ່ງຈະມີຄວາມອັນຕະລາຍສູງຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ. ແຈ້ງການຍັງໄດ້ລະບຸໄວ້ຕື່ມອີກວ່າ: ໃຫ້ກະຊວງສຶກສາທິການ ແລະ ກິລາ ...

Read More »

ການ​ແຜ່ລະບາດ​ຂອງ COVID-19 ອາດ​ຈະ​ເຮັດ​ໃຫ້ເສດຖະກິດລາວ ທົດ​ຖອຍໃນ​ປີ 2020

ເສດຖະກິດຂອງ ສປປ ລາວ ມີ​ຄວາມ​ເປັນ​ໄປ​ໄດ້ທີ່​ຈະ​ປະ​ເຊີນ​ກັບ​ການ​ທົດ​ຖອຍ​ຈາກການ​ຄາດ​ຄະ​ເນການ​ຂະຫຍາຍຕົວ 6.4% ມາ​ເປັນ 6% ໃນປີນີ້ ​ເນຶ່ອງຈາກອິດທິພົນການ​ແຜ່​ລະບາດ​ຂອງ​ໄວ​ຣັດໂຄ​ວິດ-19 (COVID-19) ຢູ່ຫຼາຍ​ປະ​ເທດ​ໃນ​ໂລກ​. ສປປ ລາວ ກໍ່​ເປັນ​ປະ​ເທດ​ໜຶ່ງທີ່​ກຳລັງໄດ້​ຮັບ​ໄພ​ຄົ່ມຂູ່ຢ່າງ​ຫຼວງ​ຫຼາຍຈາກ​ພະຍາດດັ່ງກ່າວ ​ແລະ ລັດຖະບານ​ກຳລັງ​ດຳ​ເນີນ​ມາດ​ຕະການຕ່າງໆ ​ເພື່ອ​ປ້ອງ​ກັນ ​ແລະ ຕອບ​ໂຕ. ທ່ານ ປ.ອ ລີ​ເບີ ລີ​ບົວ​ປາວ ຮັກສາ​ການ ຫົວໜ້າ ສະ​ຖາ​ບັນຄົ້ນ​ຄວ້າເສດຖະກິດ​ ​ແຫ່ງ​ຊາດ ໄດ້​​ໃຫ້​ສຳພາດ​ຕໍ່​ໜັງສືພິມ​ວຽງ​ຈັນທາ​ຍ ​ໃນ​ວັນ​ຈັນທີ່ຜ່ານມາ​ວ່າ: ​​ເຖິງ​ແມ່ນ​ວ່າ ປະ​ເທດ​​ເຮົາ​ຍັງ​ບໍ່ທັນພົບພະຍາດ​ນີ້​ກໍ່ຕາມ ​ແຕ່​ໄວຣັດດັ່ງ​ກ່າວໄດ້​ສົ່ງຜົນ​ກະທົບ​ຕໍ່​ເສດຖະກິດ​ໄປແລ້ວ​ຢ່າງ​ຫຼວງຫຼາຍ. ຂະ​ແໜງທຳ​ອິດ​ທີ່​ຖືກ​ກະທົບ​ຫຼາຍທີ່​ສຸດ​ ແມ່ນ ການທ່ອງທ່ຽວ, ​ການ​ລົງທຶນ ​ແລະ ການ​ຄ້າ. ພະຍາດ​ດັ່ງກ່າວ ກຳລັງ​ກົດໜ່ວງການ​ຂະ​ຫຍາ​ຍຕົວຂອງ​ຂະ​ແໜງການ​ສຳຄັນ​ເຫຼົ່າ​ນີ້, ເຊິ່ງເປັນ​ໄມ້​ງັດອັນສໍາຄັນທາງ​ດ້ານເສດຖະກິດ. ​​ ທ່ານ ລີ​ເບີ ​ໄດ້​ກ່າວ​ຕື່ມ​ອີກ​ວ່າ: ຈຳນວນນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ ​ເຊັ່ນ​ວ່າ: ຈີນ ​ແລະ ​ເກົາຫຼີ​​ໃຕ້ ໄດ້​ຍົກ​ເລີກ​ແຜນການ​​ເດີນທາງມາ​ທ່ຽວ​ ສປປ ລາວ,​ ບັນຍາກາດ​ແຫຼ່ງທ່ອງ​ທ່ຽວ​ຕ່າ​ງໆ ກໍ່​ງຽບ​ເຫງົາ ​ເພາະຈຳນວນ​ນັກ​ທ່ອງ​ທ່ຽວ​ໄດ້ຫຼຸດ​ລົງ. ສະພາບ​ການ​ຂອງການ​​ແຜ່​ລະບາດ​ຂອງ​ໄວຣັດ ​ໂຄ​ວິດ-19 ບໍ່​ໄດ້​ສົ່ງ​ຜົນ​ກະທົບພຽງ​ແຕ່ ປະເທດຈີນ ...

Read More »

ຈີນ ເປັນປະເທດທໍາອິດໃນໂລກໂດຍໃຊ້ເອໄອວິເຄາະພະຍາດໂຄວິດພຽງ 20 ນາທີຮູ້ຜົນ …….

ບໍລິສັດເຕັກໂນໂລຊີ(Alibaba ) ຈາກ ສປ ຈີນ ປະກາດສົບຜົນສໍາເລັດເກີນຄາດໃນການພັດທະນາປັນຍາປະດິດ ຫຼື ເອີ້ນວ່າ Artificial Intelligence (AI/ເອໄອ)ທີ່ສາມາດກວດກາ ແລະ ວິເຄາະເຊື້ອໄວຣັດໂຄວິດ-2019 ໃນຮ່າງກາຍຄົນແນ່ນອນ 96% ພຽງເວລາ 20 ນາທີໃນຂະບວນການກວດກາ. ຂະນະທີ່ ແຫຼ່ງຂໍ້ມູນດັ່ງລະບຸວ່າຍັງບໍ່ມີປະເທດໃດເຮັດໄດ້ໃນໂລກເຮັດໄດ້ ເຊິ່ງມີພຽງປະເທດຈີນເທົ່ານັ້ນປະສົບຜົນສໍາເລັດໃນການພັດທະນາປັນຍາປະດິດສໍາລັບຕ້ານ ແລະ ຢຸດການຂະຫຍາຍຕົວພະຍາຍາດໂຄວິດ ເຊິ່ງຖືເປັນຄວາມກ້າວຫນ້າຂອງມວນມະນຸດ. ປັດຈຸບັນບໍລິສັດອາລີບາບາບໍ່ພຽງນໍາໜ້າເຕັກໂນໂລຊີກ່ຽວກັບການຄ້າທາງລະບົບອິນເຕີເນັດເທົ່ານັ້ນໃນໂລກ ແຕ່ຫາກຍັງນໍາໜ້າເຕັກໂນໂລຊີປັນຍາປະດິດດ້ານການແພດອີກດ້ວຍ. ໜ່ວຍງານວິໄຈຂອງອາລີບາບາໄດ້ພັດທະນາ ແລະ ຝຶກສອນ ເອໄອ ໂດຍໄດ້ເກັບເອົາຕົວຢ່າງຂອງຜູ້ຕິດເຊື້ອໂຄວິດ 5.000 ຄົນໃນຈີນ ເຊິ່ງລະບົບເຕັກໂນໂລຊີເອໄອສາມາດກວດກາ ແລະ ວິເຄາະຮ່າງກາຍຄົນເຫຼົ່ານັ້ນໄດ້ແນ່ນອນເຖີງ 96%. ເບື້ອງຕົ້ນເອໄອດັ່ງກ່າວໄດ້ນໍາເອົາໄປໃຊ້ກວດກາ ແລະ ວິເຄາະເຊື້ອໂຄວິດຢູ່ໂຮງຫມໍຊີໂປຊານ (Qiboshan) ໃນເມືອງເຈິ້ງໂຈວ ມົນທົນເຫີໜານ ແລະ ປັດຈຸບັນໄດ້ສືບຕໍ່ນໍາເອົາໄປໃຊ້ຢູ່ຫມໍ 100 ແຫ່ງໃນມົນທົນເຫີເປີ່ຍ, ກວາງຕຸ້ງ ແລະ ອານຫຸຍ. ເຕັກໂນໂລຊີເອໄອດັ່ງກ່າວຈະໃຊ້ເວລາວິເຄາະພາບ ແລະ ລະບຸພະຍາດພຽງ 20 ນາທີ ເຊິ່ງມັນໄດ້ກາຍເປັນລະບົບອັດສະລິຍະສາມາດປະຢັດເວລາ, ຮັກສາຜູ້ປ່ວຍ ຫຼື ກູ້ຊີວິດຄົນທັນເວລາ ແລະ ...

Read More »

ລັດຖະບານໄທ ຊ່ວຍເຫຼືອອຸປະກອນການແພດປ້ອງກັນໂຄວິດ-19 ແກ່ ສປປ ລາວ

ເພື່ອປະກອບສ່ວນປ້ອງກັນ ແລະ ຕອບໂຕ້ການລະບາດຂອງພະຍາດປອດອັກເສບຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID- 19) ໃນວັນທີ 2 ມີນາ 2020 ທີ່ກະຊວງສາທາລະນະສຸກ ໄດ້ຈັດພິທີ ມອບ-ຮັບເຄື່ອງອຸປະກອນປ້ອງກັນຕົວຈາກເຊື້ອພະຍາດ COVID- 19 ຂຶ້ນຢ່າງເປັນທາງການ ໂດຍການສະໜັບສະໜູນຈາກລັດຖະບານໄທ ຕາງໜ້າມອບຂອງ ທ່ານ ດຳຣົງ ໄຄ່ຄວນ ເອກອັກຄະລາຊະທູດໄທປະຈຳ ສປປ ລາວ ຕາງໜ້າຮັບຂອງ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ມີ ພະນັກງານທັງສອງຝ່າຍເຂົ້າຮ່ວມ.   ທ່ານ ດຳຣົງ ໄຄ່ຄວນ ໄດ້ກ່າວວ່າ: ສະພາບຂອງໂລກໃນປັດຈຸບັນ ແມ່ນມີການລະບາດຢ່າງວ່ອງໄວຂອງພະຍາດ ໄປຫາບັນດາປະເທດຕ່າງໆໃນທົ່ວໂລກ ແລະ ບັນດາປະເທດທີ່ມີຄວາມສ່ຽງໃນການເກີດລະບາດ ກໍມີມາດຕະການປ້ອງກັນ ແລະ ໂຕ້ຕອບຕໍ່ການລະບາດດັ່ງກ່າວ ສຳລັບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ປະກອບມີ ເຈວລ້າງມື 2.040 ຕຸກ ແລະ ຖົງມືທາງການແພດ 50.000 ຄູ່. ທ່ານ ບຸນກອງ ສີຫາວົງ ໄດ້ກ່າວສະແດງຄວາມຂອບໃຈຕໍ່ລັດຖະບານໄທ ທີ່ໄດ້ນຳອຸປະກອນການແພດມາຊ່ວຍເຫຼືອ ສປປ ລາວ ໃນຄັ້ງນີ້ ເຖິງແມ່ນວ່າປະເທດໄທກໍໄດ້ຮັບຜົນກະທົບເຊັ່ນດຽວກັນ ...

Read More »

ຫ້າມຈອດລົດໃຫຍ່ເທິງທາງຍ່າງ ແລະ ຊ່ອງຈະລາຈອນທາງເດີນຂອງລົດບ່ອນທີ່ທາງການໄດ້ກຳນົດເປັນເຂດຫ້າມຈອດ

ຫ້ອງວ່າການຄຸ້ມຄອງແລະບໍລິການຕົວເມືອງວຽງຈັນ ຂໍຮຽນແຈ້ງມາຍັງບັນດານັກຂັບຂີ່ລົດໃຫ່ຍຮັບຊາບທົ່ວເຖິງກັນແລະປະຕິບັດດັ່ງນີ້: 1. ຫ້າມເອົາລົດໃຫ່ຍຂຶ້ນຈອດເທິງທາງຍ່າງແລະ ຊ່ອງຈະລາຈອນທາງເດີນຂອງລົດຕາມຖະຫນົນໃນຕົວເມືອງ ທີ່ທາງການໄດ້ກຳນົດເປັນເຂດຫ້າມຈອດ. 2. ກໍລະນີພົບເຫັນ ເຈົ້າຫນ້າທີ່ພະນັກງານຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ຮ່ວມກັນ ເຈົ້າຫນ້າທີ່ຕຳຫຼວດຈະລາຈອນ ແມ່ນຈະໄດ້ຕັກເຕືອນ, ສຶກສາອົບຮົມ ແລະ ພ້ອມທັງປັບໃໝຕາມລະບຽບກົດຫມາຍທີ່ໄດ້ກຳນົດໄວ້ຢ່າງເຂັ້າງວດ. 3. ແຈ້ງການສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດານັກຂັບຂີ່ລົດໃຫ່ຍໄດ້ຮັບຊາບແລະປະຕິບັດແຈ້ງການສະບັບນີ້ຢ່າງເຂັ້ມງວດດ້ວຍ.

Read More »

ໂຄງການລົດໄຟລາວ-ຈີນຕ້ອງການພະນັກງານ 600-700 ຄົນ

ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ເຈົ້າຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຜູ້ຮັບຜິດຊອບການສຳຫຼວດ-ອອກແບບ, ກໍ່ສ້າງ ແລະ ດໍາເນີນການໂຄງການລົດໄຟລາວ-ຈີນ ໄດ້ຈັດພິທີເປີດຮັບສະໝັກພະນັກງານຢ່າງເປັນທາງການ, ໃນວັນທີິ 26 ກຸມພາ ນີ້ຢູ່ທີ່ສູນການຄ້າ ວຽງຈັນເຊັນເຕີ, ເຊິ່ງມີເປົ້້າໝາຍຮັບພະນັກງານ ປະມານ 600-700 ຄົນ. ຕຳແໜ່ງງານທີ່ຕ້ອງການ ລວມມີ ຄົນຂັບລົດໄຟ, ຜູ້ຄຸມການເດີນລົດ, ຜູ້ສ້ອມແປງຫົວຈັກລົດໄຟ, ຜູ້ສ້ອມແປງສິ່ງຕິດຕັ້ງພື້ນຖານໂຄງລ່າງ. ສໍາລັບເງື່ອນໄຂຜູ້ສະໝັກ ຕ້ອງມີພື້ນຖານພາສາຈີນ, ມີສຸຂະພາບແຂງແຮງດີ, ມີປະຫວັດທີ່ດີ, ບໍ່ມີປະຫວັດກ່ຽວກັບເລື່ອງຜິດກົດໝາຍ, ມັກໃນວຽກງານຂົງເຂດລົດໄຟ, ມີຄວາມສັດຊື່, ສາມາດປັບສະພາບຕົນເອງເຂົ້າກັບວຽກງານລົດໄຟ ໃນໄລຍະຍາວ, ຮຽນຈົບຊັ້ນສູງຂຶ້ນໄປ, ວິຊາສະເພາະດ້ານຂົນສົ່ງ, ຂົນສົ່ງທາງລາງ, ສັນຍານສື່ສານ, ວິສະວະກຳໄຟຟ້າຈະພິຈາລະນາພິເສດ, ອາຍຸບໍ່ໃຫ້ກາຍ 30 ປີ, ຫຼື ສໍາລັບພະນັກງານທີ່ມີປະສົບການເຮັດວຽກໃນຂະແໜງການລົດໄຟແມ່ນບໍ່ໃຫ້ກາຍ 35 ປີ. ຜູ້ສະໝັກສາມາດເຂົ້າໄປເວັບໄຊຂອງບໍລິສັດທາງລົດໄຟລາວ-ຈີນ ຈຳກັດ (www.lcrc.ltd) ເລີ່ມແຕ່ວັນທີ 27 ກຸມພາ 2020 ເປັນຕົ້ນໄປ, ຂຽນຂໍ້ມູນສ່ວນໂຕ ແລະ ສົ່ງເອກະສານທີ່ກ່ຽວຂ້ອງຕາມເງື່ອນໄຂ ຫຼື ສົ່ງຊີວະປະຫວັດທາງອີເມວ [email protected] ຫຼື ສົ່ງທີ່ບໍລິສັດທາງລົດໄຟລາວ-ຈີນ, ຕຶກ ວຽງຈັນເຊັນເຕີ ...

Read More »

ອອກແລ້ວ! ໂກຕ້າລັດຖະກອນຄູ-ບໍລິຫານ, 966 ຄົນແບ່ງແຕ່ລະຢ່າງຈະແຈ້ງ

ອີງຕາມແຜນແບ່ງປັນຕົວເລກລັດຖະກອນ ຄູ ແລະ ບໍລິຫານ ສໍາລັບພະແນກສຶກສາທິການ ແລະ ກິລາ ແຂວງ, ນະຄອນຫຼວງ, ຫ້ອງການສຶກສາທິການ ແລະ ກິລາ ເມືອງ, ນະຄອນ ສົກຮຽນ 2019-2020. ຂອງຊວງສຶກສາທິການ ແລະ ກິລາ ເລກທີ 270/ສສກ ລົງວັນທີ 20 ກຸມພາ 2020 ໃຫ້ບັນດາພະແນກສຶກສາທິການ ແລະ ກິລາ ແຂວງ, ນະຄອນຫຼວງ, ຫ້ອງການສຶກສາທິການ ແລະ ກິລາ ເມືອງ, ໃນຂອບເຂດທົ່ວປະເທດ ນະຄອນຫຼວງວຽງຈັນແມ່ນໄດ້ 52 ຄົນ, ( ມີຄູ 51 ຄົນ ແລະ ບໍລິຫານ 1 ຄົນ). ແຂວງ ຜົ້ງສາລີ ໄດ້ 42 ຄົນ (ມີຄູ 41 ຄົນ ແລະ ບໍລິຫານ 1 ຄົນ). ແຂວງ ຫຼວງນ້ຳທາ ...

Read More »

ແຜນປັບປຸງ ຄວາມສະດວກໃນການດໍາເນີນທຸລະກິດ ການຄ້າລະຫວ່າງປະເທດ ຕາມຄໍາສັ່ງ ເລກທີ 02/ນຍ

ອີງຕາມ ບົດລາຍງານ ສະພາບຄວາມຍາກງ່າຍໃນການດໍາເນີນທຸລະກິດໃນ ສປປ ລາວ 2020 (Doing Business 2020) ໄດ້ສະແດງໃຫ້ເຫັນວ່າ ສປປ ລາວ ມີຄວາມຍາກງ່າຍທາງດ້ານ ການຄ້າລະຫວ່າງປະເທດ ແມ່ນຖືກຈັດຢູ່ໃນອັນດັບທີ່ 78 ໃນ 190 ປະເທດທົ່ວໂລກ. ເພື່ອເປັນການສືບຕໍ່ຈັດຕັ້ງປະຕິບັດຕາມ ຄໍາສັ່ງ ທ່ານ ນາຍົກລັດຖະມົນຕີ ວ່າດ້ວຍການປັບປຸງລະບຽບການ ແລະ ກົນໄກການປະສານງານໃນການດໍາເນີນທຸລະກິດໃນ ສປປ ລາວ ເລກທີ 02/ນຍ, ລົງວັນທີ 01 ກຸມພາ 2018, ກົມການນຳເຂົ້າ ແລະ ສົ່ງອອກ ໄດ້ປຶກສາຫາລື ແລະ ເປັນເອກະພາບກັບ ກົມກ່ຽວຂ້ອງ ຄື: ກົມພາສີ, ກົມຄຸ້ມຄອງບໍ່ແຮ່, ກົມອຸດສາຫະກໍາ ແລະ ກົມຂົນສົ່ງ ເພື່ອກຳນົດແຜນປັບປຸງຕົວຊີ້ວັດທີ 8 ການຄ້າລະຫວ່າງປະເທດ ແຕ່ນີ້ຮອດປີ 2022. ການປັບປຸງສະພາບຄວາມຍາກງ່າຍໃນການດໍາເນີນທຸລະກິດ ໂດຍສະເພາະຕົວຊີ້ວັດທີ່ 8 ແມ່ນມີຈຸດປະສົງເພື່ອອໍານວຍຄວາມສະດວກທາງດ້ານການຄ້າ ໂດຍສ່ວນໃຫຍ່ແມ່ນຕິດພັນກັບຂັ້ນຂອດ-ຂັ້ນຕອນ ຂອງເອກະສານ ແລະ ການດຳເນີນການຢູ່ດ່ານພາສີຊາຍແດນ ...

Read More »