News

ອຸຍນີເຊັບ ມອບອຸປະກອນການແພດ ປ້ອງກັນພະຍາດ COVID-19 ໃຫ້ ສປປ ລາວ

ອົງການອຸຍນີເຊັບປະຈໍາລາວ (UNICEF) ໄດ້ມອບອຸປະກອນປ້ອງກັນສ່ວນບຸກຄົນ (PPE) ໃຫ້ກະຊວງສາທາລະນະສຸກເພື່ອສະໜັບສະໜູນການຕອບໂຕ້ ແລະ ການກຽມພ້ອມ ເພື່ອປ້ອງກັນເຊື້ອຈຸລະໂລກສາຍພັນໃໝ່ 2019 (COVID-19). ພິທີມອບຮັບອຸປະກອນດັ່ງກ່າວໄດ້ຈັດຂຶ້ນມື້ວານນີ້ ວັນທີ 11 ມີນາ 2020 ທີ່ກະຊວງ ສາທາລະນະສຸກ ໂດຍທ່ານ ດຣ Octavian Bivol ຜູ້ຕາງໜ້າອົງການອຸຍນີເຊັບ ແລະ ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ. ອຸປະກອນດັ່ງກ່າວລວມມີ ຜ້າອັດປາກ-ດັງ 39 ກັບ, ໜວກໃສ່ໃນຫ້ອງຜ່າຕັດ 20,000 ອັນ, ຖົງມື 4,500 ກັບ, ຊຸດປ້ອງກັນແບບປົກປິດຫົວ 560 ຊຸດ, ເສື້ອກາວແຂນຍາວກັນນໍ້າ 560 ຊຸດ, ຜ້າກັນເປື້ອນ ແລະ ກັນນໍ້າ 20,000 ອັນ, ແຫວ່ນຕາປ້ອງກັນ 9 ອັນ, ເຄື່ອງປ້ອງກັນໜ້າ 162 ອັນ, ຜ້າອັດປາກ 300,000 ອັນ ແລະ ...

Read More »

ເຈົ້າແຂວງຫຼວງພະບາງ ສະເໜີ ໂຈະການປະກວດນາງສັງຂານ, ຕົບພະທາດຊາຍ ແລະ ກິດຈະກຳອື່ນໆ….

Read More »

ຜູ້ຕິດເຊື້ອໂຄວິດໄດ້ຮັບການປິ່ນປົວຫາຍດີ 62.111 ຄົນໃນທົ່ວໂລກ

ຕາມສື່ South China Morning Post ລາຍງານເວລາ 9:37 ນາທີຂອງວັນທີ 9 ມີນາ 2020 ນີ້ວ່າຈໍານວນຜູ້ຕິດເຊື້ອພະຍາດອັກເສບປອດໂຄວິດ-2019 ໃນ 101 ປະເທດທົ່ວໂລກເພີ່ມຂຶ້ນ 109.045 ຄົນ, ເສຍຊີວິດ 3.818 ຄົນ ແລະ ປິ່ນປົວຫາຍດີ 62.111 ຄົນ ຂະນະທີ່ ສປ ຈີນປະກາດສາມາດຄວບຄຸມພະຍາດດັ່ງກ່າວໄດ້ແລ້ວ ຖ້າປຽບທຽບກັບໄລຍະການລະບາດໃນເບື້ອງຕົ້ນເຫັນວ່າປັດຈຸບັນອັດຕາຜູ້ຕິດເຊື້ອມີຈໍານວນຕໍ່າທີ່ສຸດ ແລະ ໂຮງຫມໍຊົ່ວຄາວຫຼາຍແຫ່ງໄດ້ປະກາດປິດໃຫ້ບໍລິການແລ້ວຍ້ອນຜູ້ປ່ວຍຮັກຕົວຫາຍດີແລ້ວກັບຫາຄອບຄົວ ແລະ ໄປປະຕິບັດໜ້າທີ່ຂອງໃຜມັນ. ຕົວເລກສະເພາະຜູ້ຕິດເຊື້ອມື້ນີ້ຈາກການລາຍງານຄື: 1. ສປ ຈີນ ມີຜູ້ຕິດເຊື້ອ 80.700 ກວ່າຄົນ ແລະ ເສຍຊີວິດ 3.000 ກວ່າຄົນ 2. ສ ເກົາຫລີ ມີຜູ້ຕິດເຊື້ອ 7.300 ກວ່າຄົນ ແລະ ເສຍຊີວິດ 51 ຄົນ 3. ອີຕາລີ ມີຜູ້ຕິດເຊື້ອ 7.300 ກວ່າຄົນ ແລະ ເສຍຊີວິດ ...

Read More »

ມອບເງິນປັນຜົນ 21 ລ້ານໂດລາ ໃຫ້ລັດຖະບານລາວ

ເມື່ອບໍ່ດົນມານີ້, ບໍລິສັດ ພູເບ້ຍ ມາຍນິງ ໄດ້ມອບເງິນປັນຜົນ ປະຈຳປີ 2019 ຈໍານວນທັງໝົດ 21 ລ້ານໂດລາສະ ຫະລັດ ໃຫ້ແກ່ລັດຖະບານລາວໃນນາມຜູ້ຖືຮຸ້ນ ຊຶ່ງເປັນການປະກອບສ່ວນດ້ານການເງິນທີ່ສໍາຄັນຢ່າງຕໍ່ເນື່ອງ ໃຫ້ແກ່ລັດຖະບານ. ນອກຈາກເງິນປັນຜົນ ຍັງມີການຖອກພັນທະອື່ນໆເຊັ່ນ: ຄ່າຊັບພະຍາກອນແຮ່ທາດ, ອາກອນກ່ຽວ ຂ້ອງ ແລະ ຄ່າທໍານຽມນໍາເຂົ້າ. ໃນເດືອນ ສິງຫາປີ 2012, ລັດຖະບານ ໄດ້ກາຍເປັນຜູ້ຖືຮຸ້ນ 10% ໃນບໍລິສັດ ພູເບ້ຍ ມາຍນິງ, ມາເຖິງປີ 2017 ລັດຖະ ບານ ໄດ້ຖອກຮຸ້ນຈຳນວນ 29 ລ້ານໂດລາສະຫະລັດຄົບຖ້ວນ ດ້ວຍເງິນປັນຜົນທີ່ບໍລິສັດ ພູເບ້ຍ ມາຍນິງ ໄດ້ມອບໃຫ້ໄລຍະປີດັ່ງກ່າວ. ມາຮອດທ້າຍປີ 2017, ພາຍຫລັງການຖອກຮຸ້ນສໍາເລັດຄົບຖ້ວນ, ບໍລິສັດ ພູເບ້ຍ ມາຍນິງ ໄດ້ມອບເງິນປັນຜົນເປັນເງິນສົດໃຫ້ລັດຖະບານໂດຍກົງ. ສະນັ້ນ, ນັບແຕ່ປີ 2012 ເປັນຕົ້ນມາ, ເງິນປັນຜົນສະສົມທີ່ບໍລິສັດ ມອບໃຫ້ລັດຖະບານມີຫລາຍກວ່າ 58 ລ້ານໂດລາສະຫະລັດ. ທ່ານ ຈັນເພັງ ບຸນນະຜົນ, ປະທານບໍລິສັດ ພູເບ້ຍ ...

Read More »

ລັດຖະ​ບານ​ຈີນ​ຕົກ​ລົງ​ບໍ​ລິ​ຈາກ 20 ລ້ານ​ໂດ​ລາ​ ​ໃຫ້​ WHO ເພື່ອໃຫ້ປະ​ເທດ​ທີ່​ກຳລັງ​ພັດ​ທະ​ນາ​ຕ້ານ​ກັບ​ COVID-19

ວັນ​ທີ 7 ມີ​ນາ​ 2020​ ທ່ານ​ ເຊີນ​ ຊີ້ວ ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້ຕາງ​ໜ້າ​​ຖາ​ວອນຈີນ​ປະ​ຈຳ​ສຳ​ນັກ​ງານ​​ເຊີ​ແນວ ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ແລະ​ ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ອື່​ນໆ​​ ທີ່ສະ​ວີ​ດເຊີແລນ ໄດ້​ພົບ​ປະ​ ທ່ານ​ ເ​ຕ​ໂດຼ​ສ ອັດ​ຮັນ​ໂນມ ເກ​ເບຼ​ເຢ​ຊຸ​ສ ຜູ້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ ຫຼື WHO ແຈ້ງ​ໃຫ້​ຊາບ​ວ່າ​ ລັດ​ຖະ​ບານ​ຈີນ​ຕົກ​ລົງ​ບໍ​ລິ​ຈາກ​ເງິນ 20 ​ລ້ານ​ໂດ​ລາ​ສະ​ຫະ​ລັດ​ ໃຫ້​ອົງ​ການ​ອະ​ນາ​ໄມ​ໂລກ ເພື່ອສະ​ໜັບ​ສະ​ໜູນ​ອົງ​ການ​ອະ​ນາ​ໄມ​ໂລກ​ດຳ​ເນີນ​ການ​ຮ່ວມ​ມື​ສາ​ກົນ​​ສາ​ກົນ ​ໃນ​ການ​ຕ້ານ​ກັບ​ພະ​ຍາດ COVID-19, ຊ່ວຍ​ເຫຼືອ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ​ຍົກ​ສູງ​ຄວາມ​ສາ​ມາດ​ທີ່​ຮັບ​ມື​ກັບ​ພະ​ຍາດ ແລະ ເພີ່ມ​ທະ​ວີ​ການ​ສ້າງ​ສາ​ລະ​ບົບ​ສາ​ທາ​ລະ​ນະ​ສຸກ. ທ່ານ ເຊີນ​ ຊີ້ວ ເອກ​ອັກ​ຄະ​ລັດ​ຖະ​ທູດ​ ກ່າວ​ວ່າ: ລັດ​ຖະ​ບານ​ ແລະ​ ປະ​ຊາ​ຊົນ​ຈີນ​ ໄດ້​ນຳ​ໃຊ້​ມາດ​ຕະ​ການ​ທີ່​ມີ​ຜົນ​ສັກ​ສິດ​ຢ່າງ​ຂາດ​ຕົວ ເພື່ອ​ຕ້ານ​ກັບ​ພະ​ຍາດ COVID-19, ການ​ປ້ອງ​ກັນ​ ແລະ​ ຄວບ​ຄຸມ​ພະ​ຍາດ​ທົ່ວ​ປະ​ເທດ​ໄດ້​ພັດ​ທະ​ນາ​​ໄປ​ສູ່​ທິດ​ທາງ​ທີ່ດີ​ຢ່າງ​ໝັ້ນ​ທ່ຽງ​ຕັ້ງ​ໜ້າ, ນີ້​ບໍ່​ພຽງ​ແຕ່​ເປັນ​ການ​ປົກ​ປັກ​ຮັກ​ສາ​ສຸ​ຂະ​ພາບ​​ ແລະ’ຊີ​ວິດ​ຂອງ​ປະ​ຊາ​ຊົນ​ປະ​ເທດ​ຕົນ​ເທົ່າ​ນັ້ນ, ຍັງ​​ເປັນ​ການປະ​ກອບ​ສ່ວນ​ທີ່​ສຳ​ຄັນ​ເຂົ້າ​ໃນ​ຄວາມ​ປອດ​ໄພ​ດ້ານ​ສາ​ທາ​ລະ​ນະ​ສຸກ​ທົ່ວ​ໂລກ. ທ່ານ​ ເ​ຕ​ໂດຼ​ສ​ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ​ແລະ ​​ຍ້ອງ​ຍໍຊົມ​ເຊີຍ​ໃນ​ລະ​ດັບ​ສູງ​ຕໍ່​ລັດ​ຖະ​ບານ​ຈີນ​ທີ່​ໄດ້​ຜ່ານ​ຜ່າ​ຄວາມ​​ຫຍຸ້ງ​ຍາກ​ອັນ​ໃຫຍ່​ຫຼວງ​ຂອງ​ຕົນ, ຊ່ວຍ​ເຫຼືອ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ​ອື່ນໆ​​ຢ່າງ​ເອື້ອ​ເຟື້ອ​ເຜື່ອ​ແຜ່ ໂດຍ​ທັນ​ການໃນ​ເວ​ລາ​ຫົວ​ລ້ຽງ​ຫົວ​ຕໍ່ທີ່​ທົ່ວ​ໂລກ​ຕ້ານ​ກັບ​ພະ​ຍາດ COVID-19 ແລະ ຈະ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ຮ່ວມ​ມື​ກັບ​ຈີນ, ຊຸກ​ຍູ້​ການ​ຮ່ວມ​ມື​ປ້ອງ​ກັນ​ ແລະ​ ...

Read More »

ຮຽກຮ້ອງ!!! ພາກລັດມີນະໂຍບາຍຊ່ວຍ ໂຄວິດ-19 ກະທົບຂະແໜງທ່ອງທ່ຽວໜັກ

ວັນທີ 9 ມີນາ 2020 ທີ່ນະຄອນຫຼວງວຽງຈັນ, ຜູ້ປະກອບການຈາກທຸກຂະແໜງການຕ່າງ ໄດ້ຮີບຮ້ອນປຶກສາຫາລື ແລະ ຂຸ້ນຂ້ຽວຊອກຫາທາງອອກແກ້ໄຂຜົນກະທົບຈາກການລະບາດພະຍາດໂຄວິດ-2019 ພາຍຫຼັງອຸດສາຫະກໍາທ່ອງທ່ຽວ ແລະ ທຸກລະກິດອື່ນໆໄດ້ຮັບກະທົບໂດຍກົງ ເຊິ່ງກອງປະຊຸມຄັ້ງແມ່ນນໍາເອົາຄວາມຄິດຄວາມເຫັນ ແລະ ຂໍ້ມູນຕົວຈາກຜູ້ປະກອບການເພື່ອນໍາໄປສະເຫນີຕໍ່ຢູ່ກອງປະຊຸມລັດຖະບານຈະມີຂຶ້ນລະຫວ່າງວັນທີ 11 ມີນາ 2020 ນີ້. ບັນຫາສ່ວນໃຫຍ່ແມ່ນເລັ່ງໃສ່ເລື່ອງນະໂຍບາຍຫລຸດຢ່ອນຜ່ອນຜັນການເສຍພັນທະອາກອນ, ໃຫ້ທະນາຄານກ່ຽວຂ້ອງພິຈາລະນາກ່ຽວກັບດອກເບ້ຍລົງໃຫ້ກຸ່ມທຸລະກິດຕ່າງໆ ແລະ ອື່ນໆ. ກອງປະຊຸມຄັ້ງນີ້ມີຈຸດປະສົງລະດົມຄວາມຄິດເຫັນຂອງພາກທຸລະກີດໃນຂະແຫນງ ອຸດສະຫະກຳທ່ອງທ່ຽວ(ໂຮງແຮມ ຮ້ານອາຫານ ສາຍການບິນ ສະຖານທີ່ທ່ອງທ່ຽວ ບສ ບໍລິການລົດເມ ລົດເຊົ່າ ບສ ບໍລິການການທ່ອງທ່ຽວ….. )ປະເມີນຜົນກະທົບໃນສະຖານະການການລະບາດຂອງCOVID19 ຫາທາງອອກຮ່ວມກັນວ່າຈະຊ່ວຍກັນແບບໃດລະວ່າງພາກທຸລະກິດນຳກັນ ແລະຂໍ້ສະເຫນີຕ່າງໆຫາພາກລັດເພື່ອຂໍຄວາມຊ່ວຍເຫລືອໂຍະຍານຜ່ອນຜັນການຊໍາລະພັນທະຕ່າງໆອອກໄປ ລວມທັງພັນທະທະທາຄານ ເພື່ອໃຫ້ມີເງິນສົດມາປະຄອງ ບສ ໃຫ້ຜ່ານພົ້ນໄລຍະຫຍູ້ງຍາກນີ້ໄປໃຫ້ໄດ້ກ່ອນຈະກ້າວໄປເຖິງປິດກິດຈະການ ຫລາຍ ບສ ກໍໄດ້ມີຫລາກຫລາຍຂໍ້ສະເຫນີແລະບົດຮຽນມາແລກປ່ຽນກັນເຊິ່ງຫລີກລ້ຽງບໍ່ໄດ້ຕໍ່ຜົນກະທົບເຖິງພະນັກງານອົງກອນທີ່ທຸກຄົນຕ້ອງໄດ້ຊ່ວຍກັນເຖິງແມ່ນຈະກະທົບລາຍຮັບປະຈຳແຕ່ກໍຈຳເປັນໄດ້ຖອຍຄົນລະກ້າວເພື່ອໃຫ້ອົງກອນຂ້າມຜ່ານໄປໄດ້ ຫວັງວ່າວິກິດການທີ່ແຜ່ລາມແລະມີຜົນກະທົບທົ່ວໂລກແບບນີ້ຈະຜ່ານພົ້ນໄປໂດຍໄວ ກ່ອນແຕ່ລະ ບສ ຈະຫມົດອົກຊີກ່ອນ ແນະນຳໃຫ້ພາກທຸລະກິດທຸກພາກສ່ວນຈົ່ງພ້ອມກັນສ້າງຄວາມເຊື່ອຫມັ້ນໃຫ້ນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດໃຫ້ເຮັດພ້ອມກັນທົ່ວປະເທດໂດຍຢ່າງນ້ອຍໃຫ້ມີການປ້ອງກັນ ຂັ້ນພື້ນຖານທຸກສະຖານທີ່ຂອງຕົນໃຫ້ມີ alcohol ລ້າງມື ສະແກນອຸນນະພູມຂອງແຂກຄົນເຂົ້າອອກທຸກຄັ້ງ ໃຫ້ການຮ່ວມມືແລະປະຕິບັດຕາມຄຳສັ່ງບັນດາມາດຕະການຕ່າງໆຂອງທາງ ລຖບ ຢ່າງເຄັ່ງຂັດ ເປັນໂອກາດຜູ້ຜະລິດພາຍໃນພະຍາຍາມພັດທະນາສິນຄ້າຂອງຕົນໃຫ້ມີຄຸນນະພາບ ເຊິ່ງປະເທດເພື່ອບ້ານເຮົາລະບາດແບບນີ້ ຄົນລາວເອງກໍລະວັງຕົວຫລາຍຂື້ນໂດຍການບໍ່ຂ້າມໄປບ້ານເພິ່ນຫລາຍຄືຜ່ານມາເຊິ່ງຫມາຍເຖິງເພີ້ມຄວາມສ່ຽງໃນການຈະຕິດເຊື້ອ ຖ້າທຸກຄົນຊ່ວຍກັນ ລາວທ່ຽວລາວ ...

Read More »

ຄວາມຮູ້ ກ່ຽວກັບພະຍາດ ອັກເສບປອດ ໂຄໂຣນາສາຍພັນໃໝ່ ຫຼື COVID -19

ດັ່ງທີ່ເຮົາຮູ້ນຳກັນແລ້ວວ່າ ເຊື້ອໄວຣັດ ພະຍາດໂຄວິດ-19 ເປັນພະຍາດທີ່ໄດ້ແພ່ລະບາດຢ່າງໄວວາ ເລີ່ມຕັ້ງແຕ່ທ້າຍເດືອນທັນວາ 2019 ເປັນຕົ້ນມາ ແລະ ໄດ້ແຜ່ລາມເປັນວົງກວ້າງໄປທົ່ວປະເທດຈີນ ແລະ ມີການລະບາດຢູ່ຫຼາຍປະເທດທົ່ວໂລກ  ເຊິ່ງປະເທດລາວເຮົາກໍເປັນປະເທດໜຶ່ງທີ່ມີຄວາມສ່ຽງໃນການລະບາດທີ່ສຸດ ເຖິງວ່າຈະບໍ່ມີລາຍງານການຕິດເຊື້ອພາຍໃນປະເທດກໍ່ຕາມໃນປັດຈຸບັນ.​ ແຕ່ລັດຖະບານກໍໄດ້ເອົາໃຈໃສ່ ຕ້ານ ແລະສະກັດກັ້ນ ເຊື້ອພະຍາດນີ້ຢ່າງເຕັມທີ. ສຳລັບ ປະຊາຊົນລາວເຮົາເອງກໍຄວນມີການປ້ອງກັນຕົນເອງໃຫ້ດີທີສຸດ ແລະ ຄວນຮູ້ຂໍ້ມູນກ່ຽວກັບພະຍາດນີ້ ເພື່ອທີ່ຈະຫຼີກລ່ຽງ ແລະ ຮັບມືປ້ອງກັນຕົນເອງໃຫ້ທັນການຈາກເຊື້ອໄວຣັດນີ້. ເຊື້ອຈຸລະໂລກສາຍພັນໃຫມ່ແມ່ນຫຍັງ? ແມ່ນເຊື້ອພະຍາດທີ່ມີທົ່ວໄປໃນທຳມະຊາດ.​  ອົງການອະນາໄມໂລກ ຫຼື WHO ຕັ້ງຊື່ເຊື້ອຈຸລະໂລກສາຍພັນໃຫມ່ນີ້ວ່າ COVID-19 ຜູ້ເປັນພະຍາດນີ້ມີອາການແນວໃດ?  ອາການທຳມະດາ: ໄຂ້ຮ້ອນ, ບໍ່ມີແຮງ, ໄອ ແລະ ຫາຍໃຈຍາກ ອາການໜັກ: ຫາຍໃຈຝືດຢ່າງກະທັນຫັນ, ມີອາການຊັອກ ຍ້ອນຕິດເຊື້ອຈຸລະໂລກໃນຮ່າງກາຍ (Sepsis) ເປັນພິດຕໍ່ທາດກົດໃນຮ່າງກາຍຍ້ອນການຂັບຖ່າຍບໍ່ເປັນປົກກະຕິ ແລະ ເລືອດນານແຫ້ງຍ້ອນຂາດເມັດເລືອດຂາວ. ພະຍາດນີ້ປິ່ວປົວຫາຍໄດ້ບໍ່? ຜູ້ຕິດເຊື້ອສ່ວນຫຼາຍຈະມີອາການເບົາ ຫຼື  ລະດັບກາງເທົ່ານັ້ນ ແລະ ສາມາດປິ່ວປົວໃຫ້ຫາຍໄດ້, ມີຄົນສ່ວນໜ້ອຍທີ່ສຸດຈະເປັນອາການໜັກ ຈົນເຖິງຂັ້ນເສຍຊີວິດ ຜູ້ທີ່ຕິດເຊື້ອໂອກາດລອດຈະສູງ ຖ້າເປັນຄົນບໍ່ມີພະຍາດອື່ນມາແຊກຊ້ອນ, ໂອກາດເສຍຊີວິດແມ່ນຄົນທີ່ມີພະຍາດແຊກຊ້ອນ,​ ສຸຂະພາບບໍ່ແຂງແຮງ. ວິທີ ປ້ອງກັນພະຍາດໂຄວິດ-19  ...

Read More »

ສປປ ລາວ ພົບກໍລະນີສົງໃສ ຕິດເຊື້ອໂຄວິດ-19 ຈຳນວນ 53 ຄົນ

ໃນຕອນເຊົ້າມື້ນີ້ ວັນທີ 6 ມີນາ 2020, ທີ່ສຳນັກງານນາຍົກລັດຖະມົນຕີ ນະຄອນຫຼວງວຽງຈັນ, ໄດ້ຈັດກອງປະຊຸມຮັບຟັງການລາຍງານ ສະພາບການລະບາດ ແລະມາດຕະການໃນການປ້ອງກັນ ແລະຄວບຄຸມພະຍາດ ອັກເສບປອດ ຈາກເຊື້ອຈຸລະໂລກ ໂຄໂລນາສາຍພັນໃໝ່ ຫລື COVID -19. ເຂົ້າຮ່ວມກອງປະຊຸມ ມີທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະ ສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດ ຈາກເຊື້ອຈຸລະໂລກ ໂຄໂລນາສາຍພັນໃໝ່ ຫລື COVID -19 ໂດຍມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ແລະ ພະນັກງານວິຊາການກ່ຽວຂ້ອງ. ພະຍາດ COVID -19 ເກີດຂຶ້ນຢູ່ ສປ ຈີນ ແລະ ມີການລາຍງານຈາກຄະນະກໍາມະການຮັກສາສຸຂະພາບຂອງ ສປ ຈີນ ຢ່າງເປັນທາງການ ໃນວັນທີ 7 ທັນວາ 2019. ພະຍາດດັ່ງກ່າວໄດ້ລະບາດຢ່າງໄວວາ ແລະ ແຜ່ລາມເປັນວົງກວ້າງໄປທົ່ວປະເທດຈີນ ແລະ ມາຮອດປະຈຸບັນ ກໍ່ມີການລະບາດຢູ່ຫລາຍປະເທດ, ຮອດເວລາ 6 ...

Read More »

ງານບຸນປີໃໝ່ລາວ ທີ່ນະຄອນຫຼວງພະບາງ ຈະຕັດກິດຈະກຳທີ່ບໍ່ຈຳເປັນອອກ

ແຈ້ງການຈາກນະຄອນຫຼວງພຣະບາງເລື່ອງບຸນປີໃໝ່ລາວ ຄະນະຮັບຜິດຊອບຈັດງານບຸນປີໃໝ່ລາວທີ່ນະຄອນຫຼວງພະບາງ ມີຈຸດປະສົງທີ່ຈະທຳຄວາມເຂົ້າໃຈກັບສັງຄົມ ກ່ຽວກັບການຈັດງານບຸນປີໃໝ່ລາວ ໃນປີ 2563 ໃນທ່າມກາງສະພາບທີ່ໂລກພົບກັບວິກິດການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ເຊິ່ງເປັນເຊື້ອພະຍາດທີ່ອັນຕະລາຍ ແລະ ໄດ້ແຜ່ກະຈາຍໄປທົ່ວໂລກ.​ ສະນັ້ນ,​ ການຈັດງານບຸນໃນປີນີ້ອາດຈະບໍ່ຍິ່ງໃຫຍ່ຄືກັບທຸກປີທີ່ຜ່ານມາ ເພື່ອຫຼີກລ້ຽງບໍ່ໃຫ້ມີການເຕົ້າໂຮມ ແລະ ປ້ອງກັນການຕິດແປດພະຍາດໄດ້ງ່າຍ ເຊິ່ງທາງຄະນະຮັບຜິດຊອບກໍໄດ້ມີການປຶກສາຫາລືກັບອົງການພຸດທະສາສະໜາ ແລະ ຜູ້ຊົງຄຸນວຸດທິ ພາມມະນາຈານ ທີ່ເປັນຫຼັກແຫຼ່ງຂອງຫຼວງພະບາງ ໄດ້ເປັນເອກະພາບກັນກ່ຽວກັບການຫຼິ້ນບຸນ ເຊິ່ງຈະໄດ້ຕັດກິດຈະກຳບາງຢ່າງທີ່ບໍ່ຈຳເປັນ ແລະ ມີຄວາມສ່ຽງຕໍ່ກັບພະຍາດ ແລະ ກິດຈະກຳທີ່ບໍ່ໄດ້ຕິດພັນກັບປະເພນີມາແຕ່ດັ່ງເດີມແມ່ນຕັດອອກຈຳນວນໜຶ່ງ ໃຫ້ເຄື່ອນໄຫວແຕ່ສິ່ງທີ່ຈຳເປັນເທົ່ານັ້ນ ແລະ ສອດຄ່ອງກັບປະເພນີຢ່າງແທ້ຈິງ ເພື່ອບໍ່ລະຮີດເກົ່າ-ຄອງເດີມ ແຕ່ບໍ່ເປັນຈັດແບບວົງກ້ວາງ.​ ບໍ່ໃຫ້ຈັດງານທີ່ມີງານຊຸມນຸມ ເຊັ່ນ: ງານໂລະລາດ,​ ຈັດບູດເບຍ,​ ງານຫາລາຍໄດ້ ແລະ ອື່ນໆ. ສຳລັບ ລາຍລະອຽດຂອງການເຮັດກິດຈະກຳແຕ່ລະອັນນັ້ນແມ່ນຈະແຈ້ງໃຫ້ໄດ້ຮັບຊາບຕາມທີ່ຫຼັງ.​ ດັ່ງນັ້ນ,​ ສັງຄົມຕ້ອງເຂົ້າໃຈວ່າເຊື່ອພະຍາດມັນສາມາດແຜ່ລະບາດໄດ້ງ່າຍ ຖ້າສົມມຸດມີການຕິດພະຍາດຢູ່ປະເທດເຮົາ ພວກເຮົາຈະຄວບຄຸມໄດ້ຍາກ ເນື່ືອງຈາກສະພາບການເປັນຢູ່ ແລະ ເສດຖະກິດກໍຍັງບໍ່ແຂງແຮງ. Source: ສະມາຄົມຄົນເມືອງຫຼວງພະບາງ

Read More »

ຂ່າວດີ!!! ມື້ອື່ນເຊົ້າລາຄານ້ຳມັນຫຼດລົງ

ປັບລົງອີກ ລາຄາຂາຍຍ່ອຍນ້ຳມັນເຊື້ອໄຟທຸກຊະນິດ ເລີ່ມເຊົ້າມື້ອື່ນ ວັນທີ 7 ມີນາ ເວລາ 6:00 ໂມງ ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການ ເລກທີ 0254/ຄອ,ກຄພນ, ນະຄອນຫຼວງວຽງຈັນ, ວັນທີ 6 ມີນາ 2020​ ເຖິງສະມາຄົມນ້ຳມັນເຊື້ອໄຟ ແລະ ອາຍແກ໊ສ,​ ບັນດາບໍລິສັດນ້ຳມັນເຊື້ອໄຟ ແລະ ປ້ຳຂາຍຍ່ອຍນ້ຳມັນເຊື້ອໄຟ ໃຫ້ປັບລົງລາຄາຂາຍຍ່ອຍນ້ຳມັມເຊື້ອໄຟໃນຂອບເຂດທົ່ວປະເທດ.​ ໂດຍລາຄາໃໝ່ນີ້ ໃຫ້ເລີ່ມປະຕິບັດ ວັນທີ 7 ມີນາ 2020; ເວລາ 6:00 ໂມງ ໃນຂອບເຂດທົ່ວປະເທດ,​ ການປັບລາຄາຄັ້ງນີ້ ປັບລົງລາຄານ້ຳມັນເຊື້ອໄຟທຸກຊະນິດ ຄື: – ແອັດຊັງພິເສດ ປັບລົງ 190 ກີບ/ລິດ (ຈາກ 9.910 ກີບ/ລິດ ເປັນ 9.720 ກີບ/ລິດ).​ – ແອັດຊັງທຳມະດາ ປັບລົງ 190 ກີບ/ລິດ (ຈາກ 9.080 ກີບ/ລິດ ເປັນ ...

Read More »