ນາຍົກ ຊີ້ນຳໃຫ້ຄະນະລັດຖະບານ ເອົາໃຈໃສ່ປະຕິບັດວຽກງານ 8 ຈຸດສຸມ ໃນເດືອນມີນານີ້.

ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ຄະນະລັດຖະບານ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຈຸດສຸມ ໃນເດືອນມີນາ 2020  ໃນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນກຸມພາ 2020 ວັນທີ 19- 20 ກຸມພາ ທີ່ຜ່ານມາ ທີ່ສໍານັກງານນາຍົກລັດຖະມົນຕີ ດັ່ງນີ້:

  1. ໃຫ້ສືບຕໍ່ຮັກສາສະຖຽນລະພາບ ທາງດ້ານການເມືອງ ໃຫ້ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ໃນສັງຄົມ, ພ້ອມທັງ ມີມາດຕະການລະອຽດ ແລະ ເຂັ້ມງວດ ເພື່ອເຮັດໃຫ້ບັນດາປະກົດການຫຍໍ້ທໍ້ຫຼຸດລົງ ເທື່ອລະກ້າວ. ພ້ອມກັນນັ້ນ, ກໍ່ໃຫ້ສືບຕໍ່ເອົາໃຈໃສ່ ຕິດຕາມສະພາບການນໍາໃຊ້ສື່ສັງຄົມອອນລາຍ ແລະ ອື່ນໆ ທີ່ມີການເຄື່ອນໄຫວໂຄສະນາໂຈມຕີ ບິດເບືອນແນວທາງຂອງພັກ-ລັດ;
  2. ໃຫ້ຂະແໜງການກ່ຽວຂ້ອງ ເປັນເຈົ້າການໃນການສະກັດກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19) ແລະ ພະຍາດອື່ນໆ ທີ່ອາດຈະເກີດຂື້ນໃນຕໍ່ໜ້າ, ພ້ອມທັງ ຕິດຕາມ, ກວດກາ ແລະ ປະເມີນສະພາບຢ່າງໃກ້ຊິດເປັນປະຈໍາ. ພ້ອມກັນນັ້ນ, ກໍ່ໃຫ້ຄົ້ນຄວ້າປະເມີນຜົນກະທົບຕໍ່ການຂະຫຍາຍຕົວຂອງເສດຖະກິດ ແລະ ວາງນະໂຍບາຍ ຫຼື ມາດຕາການທີ່ຈໍາເປັນ ເພື່ອຫຼຸດຜ່ອນຜົນກະທົບ ແລະ ສືບຕໍ່ຊຸກຍູ້ໃຫ້ເສດຖະກິດໃຫ້ຂະຫຍາຍຕົວ;

3. ໃຫ້ຄະນະຮັບຜິດຊອບກະກຽມ ກອງປະຊຸມຜູ້ນໍາແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (MCL) ຄັ້ງທີ III, ກອງປະຊຸມສຸດຍອດແອັກແມັກ ຄັ້ງທີ 9, ກອງປະຊຸມສຸດຍອດກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ ຄັ້ງທີ 10 ແລະ ກອງປະຊຸມສຸດຍອດເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 11 ເປັນເຈົ້າການປະສານສົມທົບກັບພາກສ່ວນກ່ຽວຂ້ອງ ຊີ້ນໍາຮອບດ້ານ ແລະ ດໍາເນີນການກະກຽມດ້ານເນື້ອໃນ, ພິທີການ, ໂລຈິສຕິກ, ການປ້ອງກັນຄວາມສະຫງົບ, ການປ້ອງກັນສຸຂະພາບ ແລະ ດ້ານຕ່າງໆ ໃຫ້ຮັດກຸມ ແລະ ຮັບປະກັນ ໃຫ້ແກ່ກອງປະຊຸມຜູ້ນໍາແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3, ບັນດາກອງປະຊຸມທີ່ກ່ຽວຂ້ອງ ແລະ ການຢ້ຽມຢາມທາງການ ສປປ ລາວ ຂອງບັນດາຜູ້ນໍາຕ່າງປະເທດ, ພ້ອມນີ້ ກໍ່ໃຫ້ເອົາໃຈໃສ່ກະກຽມຄວາມພ້ອມ ໃຫ້ທ່ານນາຍົກລັດຖະມົນຕີ ໃນການເຂົ້າຮ່ວມກອງປະຊຸມອາຊຽນ-ອາເມລິກາ ສະໄໝພິເສດ ທີ່ສະຫະລັດອາເມລິກາ ໃນເດືອນມີນາ 2020 ແລະ ການເຄື່ອນໄຫວວຽກງານການຕ່າງປະເທດທີ່ສໍາຄັນອື່ນໆ ຂອງການນໍາຂັ້ນສູງ

4. ໃຫ້ຂະແໜງການກ່ຽວຂ້ອງ ສືບຕໍ່ເອົາໃຈໃສ່ຕິດຕາມ ແລະ ແກ້ໄຂສະພາບພົ້ນເດັ່ນ ທາງດ້ານເສດຖະກິດ ເປັນຕົ້ນ: ຄຸ້ມຄອງສະພາບອັດຕາແລກປ່ຽນ, ຮັກສາສະຖຽນລະພາບການເງິນ ແລະ ໄພເງິນເຟີ້ ໃຫ້ຢູ່ໃນລະດັບທີ່ສາມາດຄວບຄຸມໄດ້; ຄຸ້ມຄອງລາຄາສິນຄ້າ ບໍ່ໃຫ້ມີການສວຍໂອກາດ ຂຶ້ນລາຄາສິນຄ້າ ອຸປະໂພກ ແລະ ບໍລິໂພກ, ພ້ອມທັງ ເອົາໃຈໃສ່ຕິດຕາມຊຸກຍູ້ການຜະລິດໃຫ້ທັນກັບລະດູການ;

5. ໃຫ້ຂະແໜງການກ່ຽວຂ້ອງ ເອົາໃຈໃສ່ໃນການຕິດຕາມ ແລະ ຄຸ້ມຄອງການຈັດຕັ້ງປະຕິບັດບັນດາໂຄງການລົງທຶນຕ່າງໆຢ່າງໃກ້ຊິດ ໂດຍສະເພາະ ບັນຫາການຄຸ້ມຄອງຜົນກະທົບທາງດ້ານສິ່ງແວດລ້ອມ-ສັງຄົມ, ພ້ອມກັນນັ້ນ ກໍ່ໃຫ້ຄຸ້ມຄອງ ແລະ ຈໍາກັດບັນຫາການປ່ອຍມົນລະຜິດ, ການຈູດຂີ້ເຫຍື້ອ ແລະ ອື່ນໆ ເພື່ອຫຼຸດຜ່ອນມົນລະຜິດທາງອາກາດ PM 2,5;

6. ໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນໃຈກາງປະສານສົມທົບກັບຂະແໜງ ແລະ ທ້ອງຖິ່ນ ສຸມໃສ່ສະຫຼຸບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII ຄຽງຄູ່ກັບ ການສືບຕໍ່ສ້າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ແຜນພັດທະນາເສດຖະກິດ-ສັງຄົມ ປີ 2021 ເພື່ອກະກຽມໃຫ້ແກ່ກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝທີ X ທີ່ຈະມາເຖິງ;

8. ໃຫ້ພາກສ່ວນກ່ຽວຂ້ອງ ຮີບຮ້ອນປະສານສົມທົບກັນ ເພື່ອປັບປຸງຮ່າງກົດໝາຍທີ່ຈະນໍາໄປສະເໜີ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ທີ່ຈະມາເຖິງນີ້;

ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ

Comments