News

ໂຮງຮຽນ-ພາກລັດຫຼາຍແຫ່ງຍັງບໍ່ສາມາດຕິບັດຕາມມາດຕະການ ການປ້ອງກັນໂຄວິດ-19…

ບັນດາໂຮງຮຽນປະຖົມ ແລະ ມັດທະຍົມພາກລັດສ່ວນຫຼາຍບໍ່ສາມາດປະຕິບັດຕາມມາດຕະການ ເພື່ອປ້ອງກັນພະຍາດໂຄວິດ-19 ໄດ້, ເພາະວ່າຍັງຂາດອຸປະກອນປ້ອງກັນເຊັ່ນ ເຄື່ອງ ວັດແທກອຸນຫະພູມ, ເຈວລ້າງມື ແລະ ຜ້າປິດປາກ-ດັງ. ເຖິງຢ່າງໃດກໍຕາມ, ຍັງມີຫຼາຍໂຮງຮຽນສາມາດປະຕິບັດໄດ້ຄື ທາງໂຮງຮຽນໄດ້ເພີ່ມ ຈຳນວນ ຫ້ອງຮຽນ ແລະ ຮັກສາໄລຍະຫ່າງ 1 ແມັດ ເພື່ອຫຼຸດຜ່ອນຄວາມແອອັດໃນຫ້ອງຮຽນ, ນັກຮຽນ ມີບ່ອນລ້າງມືກ່ອນເຂົ້າຫ້ອງຮຽນ ແລະ ຫຼັງເລີກຮຽນ. ຫຼາຍໂຮງຮຽນໄດ້ທຳຄວາມສະອາດຫ້ອງຮຽນ, ໂຕະຕັ່ງ ແລະ ອຸປະກອນການຮຽນທຸກໆອາທິດ ເພື່ອຮັບປະກັນຄວາມສະອາດ ແລະ ສຸຂະພາບຂອງຄູ ແລະ ນັກຮຽນ, ກໍ່ຄືເພື່ອປ້ອງກັນ ການ ຕິດເຊື້ອພະຍາດ ໂຄວິດ-19. ທ່ານ ປອ ສີສຸກ ວົງວິຈິດ ຫົວໜ້າກົມສາມັນສຶກສາ, ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ສຳພາດມື້ວານນີ້ວ່າ:  ກະຊວງໄດ້ຮັບການລາຍງານບັນຫາດັ່ງກ່າວຈາກພະແນກສຶກສາທິການ ແລະ ກິລາ ແຕ່ລະແຂວງ ລວມທັງນະຄອນຫຼວງວຽງຈັນ. ເຈົ້າໜ້າທີ່ຜູ້ຮັບ ຜິດຊອບໄດ້ລົງໄປສຳຫຼວດບັນດາໂຮງຮຽນທີ່ເປີດຮຽນຄືນແຕ່ວັນທີ 18 ພຶດສະພາ 2020 ສໍາຫຼັບ ນັກຮຽນຊັ້ນປະຖົມ ປີທີ ...

Read More »

ຄວາມປົກກະຕິໃນຮູບແບບໃຫມ່ “New Normal” ດ້ານການບໍລິໂພກອາຫານ

1.  ການເລືອກວັດຖຸດິບປະກອບອາຫານຈະມີຄວາມລະອຽດຫຼາຍຂຶ້ນ ຫຼາຍໆຄົນຈະໃຫ້ຄວາມສໍາຄັນກັບເມນູທີ່ໃຫ້ຄຸນຄ່າທາງດ້ານໂພສະນາການ ແລະ ວັດຖຸດິບທີ່ນໍາມາປະກອບອາຫານຈະຕ້ອງໄດ້ມາດຕະຖານຕ້ອງມາຈາກແຫຼ່ງທີ່ມາສະອາດປອດໄພ ແລະ ໜ້າເຊື່ອຖື. 2. ເລືອກບໍລິໂພກອາຫານຕາມສູນການຄ້າຫຼາຍຂຶ້ນ ທົ່ວໄປແລ້ວຮ້ານອາຫານຕາມສູນການຄ້າຈະມີຄວາມປອດໄພ ແລະ ຄວາມສະອາດທີ່ເປັນມາດຕະຖານຈຶ່ງບໍ່ແປກທີ່ຜູ້ບໍລິໂພກຈະມີພຶດຕິກໍາການກິນຕາມຮ້ານເຫຼົ່ານັ້ນຫຼາຍຂຶ້ນ. 3. ການກິນຕາມຮ້ານທົ່ວໄປ ຈະເລືອກຈາກລັກສະນະພາຍນອກທີ່ຖືກສຸຂະອານາໄມ ຫຼັງຈາກນີ້, ຫຼາຍຄົນອາດຈະຈະເລືອກຮ້ານຫານຫຼາຍຂຶ້ນ, ບໍ່ແມ່ນວ່າຈະກິນຮ້ານແບບໃດຢູ່ໃສກໍໄດ້ ຜູ້ບໍລິໂພກຈະມີມາດຕະການການເບິ່ງຄວາມສະອາດຂອງຮ້ານດ້ານນອກໃຫ້ຫຼາຍຂຶ້ນ.   4. ການໃຊ້ບ່ວງກາງ ຈະເປັນວິທີການກິນໃນພື້ນທີ່ສ່ວນຮ່ວມທີ່ທຸກຄົນຍິນດີທີ່ຈະເຮັດ ກ່ອນໜ້ານີ້ທີ່ບາງຄັ້ງເຮົາກໍລືມທີ່ຈະໃຊ້ບ່ວງກາງໃນການຕັກອາຫານແຕ່ຫຼັງຈາກນີ້ຜູ້ບໍລິໂພກຈະມີຈິດສໍານຶກໃນການຮ່ວມໂຕະອາຫານທີ່ຫຼາຍຂຶ້ນ ແລະ ຍິນດີທີ່ຈະເຮັດເພື່ອສ່ວນລວມ. 5. ຜູ້ບໍລິໂພກຈະມີຄວາມລະມັດລະວັງໃນການເລືອກກິນ ຊີ້ນສັດແປກໆ ຫຼາຍຂຶ້ນ ເພາະນີ້ເປັນສ່ວນໜຶ່ງໃນພຶດຕິກໍາການກໍໃຫ້ເກີດການແພ່ລະບາດຂອງເຊື້ອໂລກທີ່ບໍ່ຮູ້ຈັກ ບົດຮຽນຂອງ Covid-19 ຈຶ່ງເຮັດໃຫ້ພຶດຕິກໍານີ້ເປັນສິ່ງທີ່ທຸກຄົນຈະໃຫ້ຄວາມສໍາຄັນຫຼາຍທີ່ສຸດ.

Read More »

ຜູ້ຕິດເຊື້ອໂຄວິດ-19 ທົ່ວໂລກ ເພີ່ມຂຶ້ນ 1 ແສນກວ່າຄົນພາຍໃນມື້ດຽວ

ມາຮອດວັນທີ 29 ພຶດສະພາ 2020 ການແຜ່ລະບາດຂອງພະຍາດໂຄວິດ-19 ກໍເລີ່ມເຂົ້າສູ່ເດືອນທີ່ 5 ແລະ ຈໍານວນຜູ້ຕິດເຊື້ອທົ່ວໂລກຍັງເພີ່ມຂຶ້ນສູງຢ່າງຕໍ່ເນື່ອງປະມານ 5.9 ລ້ານຄົນ, ປິ່ນປົວດີ 2.5 ລ້ານຄົນ ແລະ ເສຍຊີວິດ 3.6 ແສນຄົນ. ຫຼ້າສຸດ ພົບຜູ້ຕິດເຊື້ອໄວຣັສສາຍພັນໃໝ່ນີ້ຫຼາຍກວ່າ 181 ປະເທດທົ່ວໂລກ ແລະ ປະເທດທີ່ມີຜູ້ຕິດເຊື້ອຫຼາຍທີ່ສຸດ 5 ອັນດັບທໍາອິດຄື: ສະຫະລັດອາເມລິກາ  (1,768,461 ຄົນ), ບຣາຊິວ (438,812ຄົນ),  ຣັສເຊຍ (379,051 ຄົນ), ສະເປນ  (284,986ຄົນ) ແລະ ອັງກິດ (269,127 ຄົນ). ເຊິ່ງຍອດຜູ້ຕິດເຊື້ອໂຄວິດ-19 ໃໝ່ເພີ່ມຂຶ້ນສູງປະມານ 1.1 ແສນຄົນແລ້ວ ແລະ ຜູ້ຕິດເຊື້ອສະສົມໃນ ສປ ຈີນ ຄິດສະເລ່ຍຢູ່ທີ່ 1.4% ຂອງຜູ້ຕິດເຊື້ອສະສົມທັງໝົດທົ່ວໂລກ. ຫຼາຍປະເທດຍັງມີຜູ້ຕິດເຊື້ອ ແລະ ເສຍຊີວິດເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຈາກພະຍາດລະບາດດັ່ງກ່າວ, ຈື່ງເຮັດໃຫ້ສະຖິຕິຂອງການຕິດເຊື້ອມື້ຕໍ່ມື້ເພີ່ມຂຶ້ນສູງ ແລະ ປະເທດຊີລີກາຍເປັນປະເທດທີ່ 14 ຂອງໂລກທີ່ມີຍອດຜູ້ຕິດເຊື້ອສະສົມເພີ່ມຂຶ້ນສູງແຊງ ສປ ຈີນ. ແຫຼ່ງຂໍ້ມູນ: – https://www.aljazeera.com/…/14-million-face-hunger-latin-am… ...

Read More »

ສປ ຈີນ! ກວດເຊື້ອໂຄວິດ-19 ຄືນ ພົບຜູ້ຕິດເຊື້ອບໍ່ສະແດງການ 206 ຄົນ

ຈາກການລາຍງານຂອງສໍານັກຂ່າວ Bloomberg ລາຍງານວ່າ : ອູ່ຮັ່ນເປັນອີກໜື່ງແຂວງຂອງ ສປ ຈີນທີ່ເປັນສູນກາງຂອງຄວາມພະຍາຍາມໃນການປ້ອງກັນບໍ່ໃຫ້ເກີດການແຜ່ລະບາດຂອງພະຍາດໂຄວິດ-19 ອີກຄັ້ງ  ແລະ ສປ ຈີນ ຍັງໄດ້ເລັ່ງກວດເຊື້ອປະຊາຊົນຢູ່ອູ່ຮັ່ນຄືນທັງໝົດປະມານ 11 ລ້ານຄົນ,​ ເຊິ່ງໄດ້ຮັບຜົນເບື້ອງຕົ້ນແມ່ນພົບຜູ້ຕິດເຊື້ອທີ່ບໍ່ມີອາການ 206 ຄົນ​ຈາກປະຊາຊົນ​ 6.68 ລ້ານຄົນທີ່ສຳເລັດການກວດ ແລະ​ ທາງການຈີນຍັງຈະສຶບຕໍ່ກວດຄືນປະຊາກອນທັງໝົດພາຍໃນເຂດນີ້, ເຊິ່ງໄດ້ເລີ່ມກວດເຊື້ອພະຍາດໂຄວິດຄືນ​ນັບແຕ່ວັນທີ​ 15​ ພຶດສະພາ​ 2020 ທີ່ຜ່ານມາ ຫຼັງຈາກມີພົບຜູ້ຕິດເຊື້ອຄົນໃໝ່ຢູ່ທີ່ອູ່ຮັ່ນເປັນມື້ທໍາອິດນັບຕັ້ງແຕ່ມີການຜ່ອນມາດຕະການ Lock down ເປັນເວລາ 75 ມື້ ແລະ​ ຈະສຳເລັດພາຍໃນ 12 ວັນ ເພື່ອປ້ອງກັນການລະບາດຮອບທີ 2. ແຫຼ່ງຂໍ້ມູນ: https://www.bloomberg.com/news/articles/2020-05-26/wuhan-tests-millions-in-12-days-as-china-fears-second-virus-wave          

Read More »

ສະຫະລັດອາເມລິກາ ມອບອຸປະກອນຕ້ານພະຍາດໂຄວິດ-19

ສະຫະລັດອາເມລິກາ ໄດ້ມອບອຸປະກອນທາງການແພດເພີ່ມຕື່ມອີກຈໍານວນໜຶ່ງເພື່ອຊ່ວຍເຫຼືອ ສປປ ລາວ ໃນວັນທີ 26 ພຶດສະພາ 2020 ເພື່ອນໍາໃຊ້ເຂົ້າໃນວຽກງານຄວບຄຸມການລະບາດຂອງພະຍາດໂຄວິດ-19. ທ່ານ ປອ. ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ໄດ້ມອບອຸປະກອນທາງການແພດດັ່ງກ່າວ ໃຫ້ທ່ານ ຮສ. ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ລວມມີນໍ້າຢາລ້ຽງເຊື້ອໄວຣັສ ສຳລັບເກັບຕົວຢ່າງສົ່ງຫ້ອງວິເຄາະ ຫຼື viral transport mediums ຈຳນວນໜຶ່ງ, ສະໜອງໃຫ້ໂດຍ ອົງການ (Spirit of America), ເຊິ່ງເປັນອົງການທາງການກຸສົນຂອງອາເມລິກາ, ເຄື່ອງກັ່ນຕອງອາກາດແບບພິເສດສຳລັບຫ້ອງທົດລອງ ຫຼື specialized laboratory air filters ແລະ ເຄື່ອງອົບຂ້າເຊື້ອ, ເຊິ່ງສະໜອງໃຫ້ໂດຍ ລັດຖະບານສະຫະລັດອາເມລິກາ ໂດຍຜ່ານອົງການຫຼຸດຜ່ອນໄພຂົ່ມຄູ່ທາງດ້ານໄພພິບັດ ຫຼື Defense Threat Reduction Agency ແລະ ອຸປະກອນທົດລອງສຳລັບກວດຫາຜູ້ຕິດເຊື້ອ ໃນນີ້ລວມມີເຄື່ອງ RT-PCR ທີ່ສະໜອງໂດຍ ...

Read More »

ເກົາຫຼີໃຕ້ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນສູງສຸດໃນຮອບ 2 ເດືອນ…

ຕໍ່ເນື່ອງກັບສະຖານະການໂຄວິດ-19 ທີ່ປັດຈຸບັນ ຜູ້ຕິດເຊື້ອໂຄວິດ-19 ສະສົມທົ່ວໂລກພຸ່ງຮອດ 5.7 ລ້ານຄົນແລ້ວ ຫຼັງຈາກທີ່ແຜ່ລະບາດນານກວ່າ 5 ເດືອນ ມີຜູ້ເສຍຊີວິດແລ້ວ 3​ ແສນກວ່າຄົນ… ໂດຍປະເທດທີ່ພົບຜູ້ຕິດເຊື້ອຫຼາຍທີ່ສຸດ 3 ອັນດັບທໍາອິດຄື ສະຫະລັດອາເມລິກາ (1,745,803 ຄົນ) ບຣາຊິວ 414,661 ຄົນ) ແລະ ຣັສເຊຍ (370,680ຄົນ). ຫຼ້າສຸດ ວັນທີ 28 ພຶດສະພາ 2020 ສູນກາງຄວບຄຸມ ແລະ ປ້ອງກັນພະຍາດຂອງເກົາຫຼີໃຕ້ (KCDC) ລາຍງານວ່າ: ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 79 ຄົນ ສູງສຸດໃນຮອບ 2 ເດືອນ ຫຼັງຈາກທີ່ຍອດຜູ້ຕິດເຊື້ອຄົນໃໝ່ເພີ່ມຂຶ້ນພຽງແຕ່ສິບກວ່າຄົນຕະຫຼອດໄລຍະຜ່ານມາ ເຊິ່ງສົ່ງຜົນໃຫ້ຍອດຜູ້ຕິດເຊື້ອສະສົມໃນປະເທດເກົາຫຼີໃຕ້ຢູ່ທີ່ 11,344 ຄົນ, ປິ່ນປົວດີແລ້ວ 91% ແລະ ເສີຍຊີວິດປະມານ 269 ຄົນ, ຫຼັງຈາກທີ່ກວດເຊື້ອໄປແລ້ວປະມານ 8,6 ແສນກວ່າຄົນທົ່ວປະເທດ. ຈໍານວນຜູ້ຕິດເຊື້ອໃໝ່ ສ່ວນໃຫຍ່ອາໄສຢູ່ໃນ ກຸງໂຊ ຮວມໄປເຖິງບັນດາແຂວງທີ່ຢູ່ໃກ້ຄຽງ.  ດັ່ງນັ້ນ, ລັດຖະບານເກົາຫຼີໃຕ້ຈື່ງໄດ້ເລັ່ງຕິດຕາມກຸ່ມສ່ຽງ ແລະ ກວດຫາເຊື້ອຢ່າງຈິງຈັງຫຼາຍຂຶ້ນ. ...

Read More »

New Normal ຊີວິດທີ່ປ່ຽນໄປ ທາງດ້ານການແພດ ແລະ ຄວາມສະອາດ

ໃນໄລຍະໂຄວິດ-19 ລະບາດ ຫຼາຍເດືອນມານີ້!!! ຫຼາຍໆຄົນອາດເຄີຍໄດ້ຍິນ ຄຳວ່າ  ’’ ເຊິ່ງຄວາມໝາຍຂອງມັນຖ້າແປແບບແຍກຄຳ “New” ທີ່ແປວ່າ “ໃຫມ່” ແລະ “Normal” ທີ່ແປວ່າ “ປົກກະຕິ” ເມື່ອລວມເຂົ້າກັນກໍຈະໄດ້ ຄວາມໝາຍວ່າ ຄວາມປົກກະຕິໃນຮູບແບບໃຫມ່ ຫຼືອະທິບາຍເຂົ້າໃຈງ່າຍໆກໍຄື ພຶດຕິກຳທີ່ເກີດຂຶ້ນໃຫມ່ ແລະ ກຳລັງຈະກາຍເປັນເລື່ອງປົກກະຕິໃນອະນາຄົດອັນໃກ້ໆ. ເຊິ່ງແນ່ນອນວ່າ ສິ່ງທີ່ເຮົາຈະກາຍເປັນຄວາມຊິນເຄີຍ ແລະ ຈະເຮັດເຮັດປົກກະຕິໃນຮູບແບບໃຫມ່ບໍ່ຕ້ອງແມ່ນຫຼີກລ້ຽງບໍ່ໄດ້ຄືເລື່ອງດ້ານການແພດ ຕ້ອງຄູ່ກັບການໃຊ້ຊີວິດປັດຈຸບັນກັບທຸກໆຄົນແນ່ນອນດັ່ງນີ້: 1. ປະຊາຊົນສ່ວນຫຼາຍຍັງໃສ່ຜ້າປິດປາກເປັນປົກກະຕິຫຼາຍກວ່າເກົ່າ      ສ່ວນໜຶ່ງມາຈາກຄວາມລື້ງເຄີຍດ້ານພຶດຕິກຳ ເຊີ່ງພຶດຕິກຳເຫຼົ່ານີ້ກໍໄດ້ສ້າງຄວາມໝັ້ນໃຈບໍ່ຫຼາຍກໍ່ນ້ອຍ ໃນຄວາມປອດໄພ ຮັກສາສຸຂະພາບ ອີກທັ້ງຍັງບໍ່ລໍາບາກທີ່ຈະເຮັດພຶດຕິກຳນີ້ (ໃສ່ຜ້າປິດປາກ) ອີກຕໍ່ໄປ. 2. ຜ້າປິດປາກຈະກາຍເປັນ “ ສິນຄ້າແຟຊັ່ນ “ ເນື່ອງຈາກຜ້າປິດປາກເປັນສິ່ງທີ່ທຸກຄົນຫັນມາໃຊ້ເປັນເລື່ອງປົກກະຕິ ເຮັດໃຫ້ມັນກາຍເປັນສິນຄ້າທີ່ນໍາມາໃສ່ ເພື່ອຄວາມສວຍງາມໄດ້ອີກທັງມີປະໂຫຍດທາງການແພດ ນັບວ່າເປັນການກ້າວໄປອີກຂັ້ນຂອງວົງການແຟຊັ່ນໂລກ. 3. ທຸກເຮືອນຈະມີຜະລິດຕະພັນທໍາຄວາມສະອາດທາງການແພດເປັນເລື່ອງປົກກະຕິ ເຈວລ້າງມື ແອລກໍຮໍ ຫຼື ແມ່ນແຕ່ຖົງມືສິ່ງເຫຼົ່ານີ້ຈະກາຍເປັນອຸປະກອນທົ່ວໄປທີ່ທຸກຄົວເຮືອນຕ້ອງມີ ຄືກັບຢາສາມັນປະຈໍາບ້ານ ແລະ ຍັງໄດ້ໃຊ້ກັບຊີວິດປະຈໍາວັນໃນເຮືອນເປັນເລື່ອງປົກກະຕິເຊັ່ນດຽວກັນ. 4. ອາການເຈັບປ່ວຍພຽງແບບເບົາບາງ ຈະບໍ່ເປັນເລື່ອງທຳມະດາອີກຕໍ່ໄປ ຫາກມີອາການເຈັບໄຂ້ໄດ້ປ່ວຍ ແບບເບົາບາງ ທີ່ຄິດວ່າສາມາດຮັກສາໄດ້ດ້ວຍຕົວເອງ, ກິນຢາພັກຜ່ອນຢູ່ບ້ານກໍສາມາດເຊົາດີເອງໄດ້ນັ້ນ ຈະບໍ່ເປັນແບບນັ້ນອີກຕໍ່ໄປ, ...

Read More »

“ໂບອິ້ງ” ປະກາດປົດພະນັກງານຫຼາຍກວ່າ 6,000 ຄົນພາຍໃນມື້ດຽວ ຍ້ອນວິກິດໂຄວິດ…

ໃນວັນທີ 27 ພຶດສະພາ 2020 ຜ່ານມາ ບໍລິສັດ “ໂບອິ້ງ” (Boeing)  ບໍລິສັດທີ່ຜະລິດເຄື່ອງບິນທີ່ມີລາຍໄດ້ຫຼາຍທີ່ສຸດໃນໂລກ  ປະກາດປົດພະນັກງານອອກຫຼາຍກວ່າ 6,770 ຄົນ ພາຍໃນມື້ດຽວ.  ເນື່ອງມາຈາກ, ອຸດສາຫະກຳການບິນໄດ້ຮັບຜົນກະທົບຈາກມາດຕະການ Lock down ຂອງລັດຖະບານ ເຊິ່ງເຮັດໃຫ້ການເດີນທາງລະຫວ່າງປະເທດມີຂອບເຂດທີ່ຈໍາກັດ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19. ນອກຈາກນີ້,  “ໂບອິ້ງ” ຍັງເຜີຍວ່າ:  ທາງບໍລິສັດຍັງໄດ້ອະນຸມັດໃຫ້ພະນັກງານຈໍານວນ  5,520 ຄົນ. ທີ່ຢູ່ໃນສະຫະລັດອາເມລິກາລາອອກຕາມໂຄງການລາອອກດ້ວຍຄວາມສະມັກໃຈ ແລະ ປັດຈຸບັນ ໂບອິ້ງມີພະນັກງານທັງໝົດຫຼາຍກວ່າ 160,000 ຄົນ. ແຫລ່ງຂໍ້ມູນ: https://www.facebook.com/pg/thaitribune1/posts/?ref=page_internal

Read More »

ໍຊົມເຊີຍ!!! ສ.ເກົາຫລີ ມອບເຂົ້າສານ-ອາຫານແຫ້ງ ຊ່ວຍເຫຼືອແຮງງານລາວ ຢູ່ສູນຈໍາກັດບໍລິເວນ

ອົງການຮ່ວມມືສາກົນ ສ.ເກົາຫລີ (KOICA) ປະຈຳ ສປປ ລາວ ໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ເຄື່ອງປ້ອງກັນພະຍາດ ໂຄວິດ-19 ໃຫ້ແກ່ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເພື່ອນຳໄປແຈກຢາຍ ໃຫ້ບັນດາສູນຈໍາກັດບໍລິເວນສໍາລັບຜູ້ອອກແຮງງານລາວ ທີ່ເດີນທາງມາຈາກຕ່າງປະເທດ. ເຄື່ອງທີ່ນຳມອບໃນຄັ້ງນີ້ ປະກອບມີ ເຂົ້າສານ, ອາຫານແຫ້ງຈຳນວນ 3,5 ໂຕນ, ເຈວລ້າງມື 3,600 ຕຸກ, ໜ້າກາກອະນາໄມ ຈຳນວນ 17,000 ພັນອັນ ແລະ ເຄື່ອງໃຊ້ອື່ນໆອີກຈຳນວນໜຶ່ງ. ໃຫ້ກຽດເຂົ້າຮ່ວມໃນພິທີມອບ-ຮັບເຄື່ອງດັ່ງກ່າວໃນມື້ວານນີ້ ມີທ່ານ ອາລຸນໄຊ  ສູນນະລາດ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ທ່ານ ຊອງຊຸນ ຊິນ ເອກອັກຄະລັດຖະທູດ ສ. ເກົາຫຼີ, ທ່ານ ຊອງຊູ ໂອ ຜູ້ຕາງໜ້າອົງການ KOICA ປະຈໍາ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ. ທ່ານ ອາລຸນໄຊ  ສູນນະລາດ ກໍ່ໄດ້ກ່າວສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອໃນຄັ້ງນີ້, ເຊີ່ງໃນໄລຍະຜ່ານມາ ...

Read More »

ໂອກາດໃນຊ່ວງວິກິດໂຄວິດທີ່ 10 ມະຫາເສດຖີຂອງໂລກຍາດມາໄດ້ໃນໄລຍະເວລາພຽງ 2 ເດືອນ…

ໃນວັນທີ 23 ພຶດສະພາ 2020 ທີ່ຜ່ານມາ ເວັບໄຊ Forbes ໄດ້ລາຍງານ ແລະ ຈັດອັນດັບ ບຸກຄົນທີ່ຮັ່ງມີທີ່ສຸດຂອງໂລກ 10 ອັນດັບທໍາອິດ  ໃນໄລຍະ 2 ເດືອນຜ່ານມາ ທີ່ທົ່ວໂລກພົບກັບວິກິດໂຄວິດ-19 ທີ່ກະທົບ  ແລະ ຕະຫຼາດຫຸ້ນຂອງສະຫະລັດອາເມລິກາຕົກຕໍ່າໃນໄລຍະກາງວັນທີ 23 ມິີນາ ທີ່ຜ່ານມາ. Mark Zuckerberg CEO ຂອງ  Facebook ເປັນຄົນທີ່ສ້າງລາຍໄດ້ຫຼາຍທີ່ສຸດໃນກຸ່ມ ຫຸ້ນ Facebook ສູງຂຶ້ນເກືອບ 60% ໃນໄລຍະ 2 ເດືອນຜ່ານມາ ເຮັດໃຫ້ມີສະຖິຕິສູງສຸດໃນວັນສຸກ ວັນທີ 22 ພືດສະພາ ທີ່ຜ່ານມາ ນັກລົງທຶນຕອບຮັບຢ່າງລົ້ນເຫຼືອຕໍ່ການເປີດຕົວຮ້ານຄ້າໃນວັນພຸດ ເຊິ່ງເປັນຄວາມພະຍາຍາມຂອງ Facebook  ໃນການຈັດໜ້າຮ້ານດິຈິຕ໋ອລໃຫ້ສຳລັບເຈົ້າຂອງທຸລະກິດຂະໜາດນ້ອຍ ເຮັດໃຫ້ຊັບສິນຂອງ Mark Zuckerberg ມີມູນຄ່າເພີ່ມ  86.5 ພັນລ້ານໂດລາສະຫະລັດ ເຮັດໃຫ້ໄດ້ກາຍເປັນບຸກຄົນທີ່ຮັ່ງມີທີ່ສຸດຂຶ້ນເປັນອັບດັບ 4 ຂອງໂລກ ຈາກອັນດັບທີ 7 ຈາກການຈັດອັນດັບຂອງ Forbes  ໃນປີ 2020 ແລະ ຕອນນີ້ ນັກທຸລະກິດໜຸ່ມອາຍຸ 36 ...

Read More »