ຄວາມປົກກະຕິໃນຮູບແບບໃຫມ່ “New Normal” ດ້ານການບໍລິໂພກອາຫານ

1.  ການເລືອກວັດຖຸດິບປະກອບອາຫານຈະມີຄວາມລະອຽດຫຼາຍຂຶ້ນ

ຫຼາຍໆຄົນຈະໃຫ້ຄວາມສໍາຄັນກັບເມນູທີ່ໃຫ້ຄຸນຄ່າທາງດ້ານໂພສະນາການ ແລະ ວັດຖຸດິບທີ່ນໍາມາປະກອບອາຫານຈະຕ້ອງໄດ້ມາດຕະຖານຕ້ອງມາຈາກແຫຼ່ງທີ່ມາສະອາດປອດໄພ ແລະ ໜ້າເຊື່ອຖື.

2. ເລືອກບໍລິໂພກອາຫານຕາມສູນການຄ້າຫຼາຍຂຶ້ນ

ທົ່ວໄປແລ້ວຮ້ານອາຫານຕາມສູນການຄ້າຈະມີຄວາມປອດໄພ ແລະ ຄວາມສະອາດທີ່ເປັນມາດຕະຖານຈຶ່ງບໍ່ແປກທີ່ຜູ້ບໍລິໂພກຈະມີພຶດຕິກໍາການກິນຕາມຮ້ານເຫຼົ່ານັ້ນຫຼາຍຂຶ້ນ.

3. ການກິນຕາມຮ້ານທົ່ວໄປ ຈະເລືອກຈາກລັກສະນະພາຍນອກທີ່ຖືກສຸຂະອານາໄມ

ຫຼັງຈາກນີ້, ຫຼາຍຄົນອາດຈະຈະເລືອກຮ້ານຫານຫຼາຍຂຶ້ນ, ບໍ່ແມ່ນວ່າຈະກິນຮ້ານແບບໃດຢູ່ໃສກໍໄດ້ ຜູ້ບໍລິໂພກຈະມີມາດຕະການການເບິ່ງຄວາມສະອາດຂອງຮ້ານດ້ານນອກໃຫ້ຫຼາຍຂຶ້ນ.

 

4. ການໃຊ້ບ່ວງກາງ ຈະເປັນວິທີການກິນໃນພື້ນທີ່ສ່ວນຮ່ວມທີ່ທຸກຄົນຍິນດີທີ່ຈະເຮັດ

ກ່ອນໜ້ານີ້ທີ່ບາງຄັ້ງເຮົາກໍລືມທີ່ຈະໃຊ້ບ່ວງກາງໃນການຕັກອາຫານແຕ່ຫຼັງຈາກນີ້ຜູ້ບໍລິໂພກຈະມີຈິດສໍານຶກໃນການຮ່ວມໂຕະອາຫານທີ່ຫຼາຍຂຶ້ນ ແລະ ຍິນດີທີ່ຈະເຮັດເພື່ອສ່ວນລວມ.

5. ຜູ້ບໍລິໂພກຈະມີຄວາມລະມັດລະວັງໃນການເລືອກກິນ ຊີ້ນສັດແປກໆ ຫຼາຍຂຶ້ນ

ເພາະນີ້ເປັນສ່ວນໜຶ່ງໃນພຶດຕິກໍາການກໍໃຫ້ເກີດການແພ່ລະບາດຂອງເຊື້ອໂລກທີ່ບໍ່ຮູ້ຈັກ ບົດຮຽນຂອງ Covid-19 ຈຶ່ງເຮັດໃຫ້ພຶດຕິກໍານີ້ເປັນສິ່ງທີ່ທຸກຄົນຈະໃຫ້ຄວາມສໍາຄັນຫຼາຍທີ່ສຸດ.

Comments