ມາຮອດວັນທີ 29 ພຶດສະພາ 2020 ການແຜ່ລະບາດຂອງພະຍາດໂຄວິດ-19 ກໍເລີ່ມເຂົ້າສູ່ເດືອນທີ່ 5 ແລະ ຈໍານວນຜູ້ຕິດເຊື້ອທົ່ວໂລກຍັງເພີ່ມຂຶ້ນສູງຢ່າງຕໍ່ເນື່ອງປະມານ 5.9 ລ້ານຄົນ, ປິ່ນປົວດີ 2.5 ລ້ານຄົນ ແລະ ເສຍຊີວິດ 3.6 ແສນຄົນ.
ຫຼ້າສຸດ ພົບຜູ້ຕິດເຊື້ອໄວຣັສສາຍພັນໃໝ່ນີ້ຫຼາຍກວ່າ 181 ປະເທດທົ່ວໂລກ ແລະ ປະເທດທີ່ມີຜູ້ຕິດເຊື້ອຫຼາຍທີ່ສຸດ 5 ອັນດັບທໍາອິດຄື: ສະຫະລັດອາເມລິກາ (1,768,461 ຄົນ), ບຣາຊິວ (438,812ຄົນ), ຣັສເຊຍ (379,051 ຄົນ), ສະເປນ (284,986ຄົນ) ແລະ ອັງກິດ (269,127 ຄົນ). ເຊິ່ງຍອດຜູ້ຕິດເຊື້ອໂຄວິດ-19 ໃໝ່ເພີ່ມຂຶ້ນສູງປະມານ 1.1 ແສນຄົນແລ້ວ ແລະ ຜູ້ຕິດເຊື້ອສະສົມໃນ ສປ ຈີນ ຄິດສະເລ່ຍຢູ່ທີ່ 1.4% ຂອງຜູ້ຕິດເຊື້ອສະສົມທັງໝົດທົ່ວໂລກ.
ຫຼາຍປະເທດຍັງມີຜູ້ຕິດເຊື້ອ ແລະ ເສຍຊີວິດເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຈາກພະຍາດລະບາດດັ່ງກ່າວ, ຈື່ງເຮັດໃຫ້ສະຖິຕິຂອງການຕິດເຊື້ອມື້ຕໍ່ມື້ເພີ່ມຂຶ້ນສູງ ແລະ ປະເທດຊີລີກາຍເປັນປະເທດທີ່ 14 ຂອງໂລກທີ່ມີຍອດຜູ້ຕິດເຊື້ອສະສົມເພີ່ມຂຶ້ນສູງແຊງ ສປ ຈີນ.
ແຫຼ່ງຂໍ້ມູນ: – https://www.aljazeera.com/…/14-million-face-hunger-latin-am…
– https://www.worldometers.info/coronavirus/
– https://edition.cnn.com/…/coronavirus-pandemic-0…/index.html