ໃນຂະນະ​ທີ່ຫຼາຍໂຮງແຮມທົ່ວໂລກກຳລັງຈະເຈັ້ງ!!! ແຕ່ບໍລິສັດ​ Apple​ ຈະສ້າງໂຮງແຮມໃໝ່ ຮອງຮັບທຸລະກິດຕົນເອງ​

ຕໍ່ເນື່ອງກັບສະຖານະການໂຄວິດ-19 ທີ່ແຜ່ລະບາດໄປທົ່ວໂລກ ເຊິ່ງສົ່ງຜົນເຮັດໃຫ້ຫົວໜ່ວຍທຸລະກິດທຸກຂະໜາດໄດ້ຮັບຜົນກະທົບຫຼາຍຢ່າງ ແລະ ຫຼາຍໆກິດຈະການໄດ້
ຢຸດດຳເນີນຊົ່ວຄາວ ລວມໄປເຖິງຂະແໜງການບໍລິການຕ່າງໆ ໂດຍສະເພາະແມ່ນໂຮງແຮມຫຼາຍແຫ່ງທົ່ວໂລກກໍໄດ້ຮັບຜົນກະທົບຢ່າງໜັກເຊັ່ນດຽວກັນ ເນື່ອງມາຈາກບໍ່ມີລູກຄ້າເຂົ້າມາໃຊ້ບໍລິການ.

ແຕ່ໃນຂະນະດຽວກັນນັ້ນ, ບໍລິສັດ​ Apple​ ໄດ້ພິກວິກິດໃຫ້ເປັນໂອກາດ ໂດຍຈະສ້າງໂຮງແຮມໃໝ່ ຮອງຮັບສໍາລັບທຸລະກິດຕົນເອງ. ​ໂດຍໂຮງແຮມດັ່ງກ່າວມີ 6 ຕຶກອາຄານ, ສ້າງຂຶ້ນເພື່ອຮອງຮັບ ແລະ ອໍານວຍຄວາມສະດວກໃຫ້ແກ່ພະນັກງານ ແລະ ແຂກຄົນຂອງ ບໍລິສັດ​ Apple​  ພັກເຊົາເວລາເດີນທາງໄປຝຶກອົບຮົມ ແລະ ເຮັດວຽກຕ່າງໆຢູ່ທີ່ Austin. 

ແຜນການສ້າງໂຮງແຮມດັ່ງກ່າວ,  ຄາດວ່າຈະສ້າງສໍາເລັດພາຍໃນປີ 2022 ແລະ  ສາມາດຮັບຮອງພະນັກງານໄດ້ເຖິງ 15,000 ຄົນ .

ແຫຼ່ງຂໍ້ມູນ: https://www.macrumors.com/2020/05/20/apple-austin-campus-hotel/

 

Comments