“ໂບອິ້ງ” ປະກາດປົດພະນັກງານຫຼາຍກວ່າ 6,000 ຄົນພາຍໃນມື້ດຽວ ຍ້ອນວິກິດໂຄວິດ…

ໃນວັນທີ 27 ພຶດສະພາ 2020 ຜ່ານມາ ບໍລິສັດ “ໂບອິ້ງ” (Boeing)  ບໍລິສັດທີ່ຜະລິດເຄື່ອງບິນທີ່ມີລາຍໄດ້ຫຼາຍທີ່ສຸດໃນໂລກ  ປະກາດປົດພະນັກງານອອກຫຼາຍກວ່າ 6,770 ຄົນ ພາຍໃນມື້ດຽວ.  ເນື່ອງມາຈາກ, ອຸດສາຫະກຳການບິນໄດ້ຮັບຜົນກະທົບຈາກມາດຕະການ Lock down ຂອງລັດຖະບານ ເຊິ່ງເຮັດໃຫ້ການເດີນທາງລະຫວ່າງປະເທດມີຂອບເຂດທີ່ຈໍາກັດ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19.

Boeing Posts $1.7 Billion Q1 Loss Plans Job, Production Cuts ...

ນອກຈາກນີ້,  “ໂບອິ້ງ” ຍັງເຜີຍວ່າ:  ທາງບໍລິສັດຍັງໄດ້ອະນຸມັດໃຫ້ພະນັກງານຈໍານວນ  5,520 ຄົນ. ທີ່ຢູ່ໃນສະຫະລັດອາເມລິກາລາອອກຕາມໂຄງການລາອອກດ້ວຍຄວາມສະມັກໃຈ ແລະ ປັດຈຸບັນ ໂບອິ້ງມີພະນັກງານທັງໝົດຫຼາຍກວ່າ 160,000 ຄົນ.

Airlines stopped buying Boeing Max planes after Ethiopian Air ...

ແຫລ່ງຂໍ້ມູນ: https://www.facebook.com/pg/thaitribune1/posts/?ref=page_internal

Comments