ສປ ຈີນ! ກວດເຊື້ອໂຄວິດ-19 ຄືນ ພົບຜູ້ຕິດເຊື້ອບໍ່ສະແດງການ 206 ຄົນ

ຈາກການລາຍງານຂອງສໍານັກຂ່າວ Bloomberg ລາຍງານວ່າ : ອູ່ຮັ່ນເປັນອີກໜື່ງແຂວງຂອງ ສປ ຈີນທີ່ເປັນສູນກາງຂອງຄວາມພະຍາຍາມໃນການປ້ອງກັນບໍ່ໃຫ້ເກີດການແຜ່ລະບາດຂອງພະຍາດໂຄວິດ-19 ອີກຄັ້ງ  ແລະ ສປ ຈີນ ຍັງໄດ້ເລັ່ງກວດເຊື້ອປະຊາຊົນຢູ່ອູ່ຮັ່ນຄືນທັງໝົດປະມານ 11 ລ້ານຄົນ,​ ເຊິ່ງໄດ້ຮັບຜົນເບື້ອງຕົ້ນແມ່ນພົບຜູ້ຕິດເຊື້ອທີ່ບໍ່ມີອາການ 206 ຄົນ​ຈາກປະຊາຊົນ​ 6.68 ລ້ານຄົນທີ່ສຳເລັດການກວດ ແລະ​ ທາງການຈີນຍັງຈະສຶບຕໍ່ກວດຄືນປະຊາກອນທັງໝົດພາຍໃນເຂດນີ້, ເຊິ່ງໄດ້ເລີ່ມກວດເຊື້ອພະຍາດໂຄວິດຄືນ​ນັບແຕ່ວັນທີ​ 15​ ພຶດສະພາ​ 2020 ທີ່ຜ່ານມາ ຫຼັງຈາກມີພົບຜູ້ຕິດເຊື້ອຄົນໃໝ່ຢູ່ທີ່ອູ່ຮັ່ນເປັນມື້ທໍາອິດນັບຕັ້ງແຕ່ມີການຜ່ອນມາດຕະການ Lock down ເປັນເວລາ 75 ມື້ ແລະ​ ຈະສຳເລັດພາຍໃນ 12 ວັນ ເພື່ອປ້ອງກັນການລະບາດຮອບທີ 2.

China has valuable lessons for the world in how to fight Covid-19 ...

From France to China, nations worry about low rates of coronavirus ...

Coronavirus in Wuhan: Inside China's Plan to Test 11 Million ...

COVID-19 second wave in China? Wuhan to test city's entire ...

ແຫຼ່ງຂໍ້ມູນ: https://www.bloomberg.com/news/articles/2020-05-26/wuhan-tests-millions-in-12-days-as-china-fears-second-virus-wave

 


 
 
 
 

Comments