ສະຫະລັດອາເມລິກາ ມອບອຸປະກອນຕ້ານພະຍາດໂຄວິດ-19

ສະຫະລັດອາເມລິກາ ໄດ້ມອບອຸປະກອນທາງການແພດເພີ່ມຕື່ມອີກຈໍານວນໜຶ່ງເພື່ອຊ່ວຍເຫຼືອ ສປປ ລາວ ໃນວັນທີ 26 ພຶດສະພາ 2020 ເພື່ອນໍາໃຊ້ເຂົ້າໃນວຽກງານຄວບຄຸມການລະບາດຂອງພະຍາດໂຄວິດ-19.

ທ່ານ ປອ. ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ໄດ້ມອບອຸປະກອນທາງການແພດດັ່ງກ່າວ ໃຫ້ທ່ານ ຮສ. ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ລວມມີນໍ້າຢາລ້ຽງເຊື້ອໄວຣັສ ສຳລັບເກັບຕົວຢ່າງສົ່ງຫ້ອງວິເຄາະ ຫຼື viral transport mediums ຈຳນວນໜຶ່ງ, ສະໜອງໃຫ້ໂດຍ ອົງການ (Spirit of America), ເຊິ່ງເປັນອົງການທາງການກຸສົນຂອງອາເມລິກາ, ເຄື່ອງກັ່ນຕອງອາກາດແບບພິເສດສຳລັບຫ້ອງທົດລອງ ຫຼື specialized laboratory air filters ແລະ ເຄື່ອງອົບຂ້າເຊື້ອ, ເຊິ່ງສະໜອງໃຫ້ໂດຍ ລັດຖະບານສະຫະລັດອາເມລິກາ ໂດຍຜ່ານອົງການຫຼຸດຜ່ອນໄພຂົ່ມຄູ່ທາງດ້ານໄພພິບັດ ຫຼື Defense Threat Reduction Agency ແລະ ອຸປະກອນທົດລອງສຳລັບກວດຫາຜູ້ຕິດເຊື້ອ ໃນນີ້ລວມມີເຄື່ອງ RT-PCR ທີ່ສະໜອງໂດຍ International Atomic Energy Agency ທີ່ໄດ້ຮັບທຶນຈາກ ສ. ອາເມລິກາ.

ການຊ່ວຍເຫຼືອທາງດ້ານສາທາລະນະສຸກໃນຄັ້ງນີ້ ແມ່ນການຊ່ວຍເຫຼືອຄັ້ງຫຼ້າສຸດໃນການຮ່ວມມືຢ່າງຕໍ່ເນື່ອງລະຫວ່າງ ສ. ອາເມລິກາ ແລະ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜຸນການຝືກອົບຮົມໃຫ້ແກ່ບັນດາເຈົ້າໜ້າທີ່ສາທາລະນະສຸກ ຂັ້ນສູງກາງ ແລະ ທ້ອງຖິ່ນນັບຕັ້ງແຕ່ປີ 2006 ເປັນຕົ້ນມາ. ການຮັບມືກັບພະຍາດໂຄວິດ-19 ໃນເບື້ອງຕົ້ນ ອົງການພັດທະນາສາກົນປະເທດສະຫະລັດອາເມລິກາ ຫຼື USAID ໄດ້ມອບອຸປະກອນປ້ອງກັນຕົນເອງ ໃຫ້ແກ່ເຈົ້າໜ້າທີ່ສາທາລະນະສຸກ ແລະ ອົງການ USCDC ໄດ້ຈັດຝຶກອົບຮົມເພື່ອຮັບມືກັບພະຍາດໂຄວິດ-19 ໃນເດືອນກຸມພາ ທີ່ຜ່ານມາ. ຕໍ່ມາ USAID ກໍ່ໄດ້ໃຫ້ທຶນຊ່ວຍເຫຼືອລ້າເພີ່ມເກືອບ 2 ລ້ານໂດລາ ໃຫ້ແກ່ອົງການອະນາໄມໂລກ, ອົງການ ຢູ່ນີເຊບ ແລະ ອົງການຊ່ວຍເຫຼືອເດັກ ເພື່ອນຳໄປໃຊ້ເຂົ້າໃນການຮັບມືກັບການລະບາດຂອງພະຍາດໂຄວິດ-19, ແລະ ອາທິດທີ່ຜ່ານມາໄດ້ປະກາດເພີ່ມທຶນຊ່ວຍເຫຼືອຈໍານວນ 3.17 ລ້ານໂດລາ ສໍາລັບເງິນທຶນສະໜັບສະໜູນຮ່ວງໃໝ່ ໂດຍຜ່ານສູນຄວບຄຸມ ແລະ ປ້ອງກັນພະຍາດຂອງສະຫະລັດອາເມຣິກາ (USCDC).

ຂ່າວ: ວຽງຈັນທາຍ

ພາບ: ສະຖານທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ

Comments