ເກົາຫຼີໃຕ້ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນສູງສຸດໃນຮອບ 2 ເດືອນ…

ຕໍ່ເນື່ອງກັບສະຖານະການໂຄວິດ-19 ທີ່ປັດຈຸບັນ ຜູ້ຕິດເຊື້ອໂຄວິດ-19 ສະສົມທົ່ວໂລກພຸ່ງຮອດ 5.7 ລ້ານຄົນແລ້ວ ຫຼັງຈາກທີ່ແຜ່ລະບາດນານກວ່າ 5 ເດືອນ ມີຜູ້ເສຍຊີວິດແລ້ວ 3​ ແສນກວ່າຄົນ… ໂດຍປະເທດທີ່ພົບຜູ້ຕິດເຊື້ອຫຼາຍທີ່ສຸດ 3 ອັນດັບທໍາອິດຄື ສະຫະລັດອາເມລິກາ (1,745,803 ຄົນ) ບຣາຊິວ 414,661 ຄົນ) ແລະ ຣັສເຊຍ (370,680ຄົນ).

Timeline สถานการณ์ COVID-19 มี.ค. 2020 - ศูนย์ข้อมูล&ข่าวสืบสวน ...

ຫຼ້າສຸດ ວັນທີ 28 ພຶດສະພາ 2020 ສູນກາງຄວບຄຸມ ແລະ ປ້ອງກັນພະຍາດຂອງເກົາຫຼີໃຕ້ (KCDC) ລາຍງານວ່າ: ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 79 ຄົນ ສູງສຸດໃນຮອບ 2 ເດືອນ ຫຼັງຈາກທີ່ຍອດຜູ້ຕິດເຊື້ອຄົນໃໝ່ເພີ່ມຂຶ້ນພຽງແຕ່ສິບກວ່າຄົນຕະຫຼອດໄລຍະຜ່ານມາ ເຊິ່ງສົ່ງຜົນໃຫ້ຍອດຜູ້ຕິດເຊື້ອສະສົມໃນປະເທດເກົາຫຼີໃຕ້ຢູ່ທີ່ 11,344 ຄົນ, ປິ່ນປົວດີແລ້ວ 91% ແລະ ເສີຍຊີວິດປະມານ 269 ຄົນ, ຫຼັງຈາກທີ່ກວດເຊື້ອໄປແລ້ວປະມານ 8,6 ແສນກວ່າຄົນທົ່ວປະເທດ.

ผวา!! 'เกาหลีใต้' ติดเชื้อโควิดพุ่งวันเดียว 79 ราย ทำสถิติสูงสุดใน ...

ຈໍານວນຜູ້ຕິດເຊື້ອໃໝ່ ສ່ວນໃຫຍ່ອາໄສຢູ່ໃນ ກຸງໂຊ ຮວມໄປເຖິງບັນດາແຂວງທີ່ຢູ່ໃກ້ຄຽງ.  ດັ່ງນັ້ນ, ລັດຖະບານເກົາຫຼີໃຕ້ຈື່ງໄດ້ເລັ່ງຕິດຕາມກຸ່ມສ່ຽງ ແລະ ກວດຫາເຊື້ອຢ່າງຈິງຈັງຫຼາຍຂຶ້ນ.

ແຫຼ່ງຂໍ້ມູນ: http://www.koreaherald.com/view.php…

http://www.koreaherald.com/view.php…

https://edition.cnn.com/…/coronavirus-pandemic-0…/index.html

Comments