ໍຊົມເຊີຍ!!! ສ.ເກົາຫລີ ມອບເຂົ້າສານ-ອາຫານແຫ້ງ ຊ່ວຍເຫຼືອແຮງງານລາວ ຢູ່ສູນຈໍາກັດບໍລິເວນ

ອົງການຮ່ວມມືສາກົນ ສ.ເກົາຫລີ (KOICA) ປະຈຳ ສປປ ລາວ ໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ເຄື່ອງປ້ອງກັນພະຍາດ ໂຄວິດ-19 ໃຫ້ແກ່ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເພື່ອນຳໄປແຈກຢາຍ ໃຫ້ບັນດາສູນຈໍາກັດບໍລິເວນສໍາລັບຜູ້ອອກແຮງງານລາວ ທີ່ເດີນທາງມາຈາກຕ່າງປະເທດ.

ເຄື່ອງທີ່ນຳມອບໃນຄັ້ງນີ້ ປະກອບມີ ເຂົ້າສານ, ອາຫານແຫ້ງຈຳນວນ 3,5 ໂຕນ, ເຈວລ້າງມື 3,600 ຕຸກ, ໜ້າກາກອະນາໄມ ຈຳນວນ 17,000 ພັນອັນ ແລະ ເຄື່ອງໃຊ້ອື່ນໆອີກຈຳນວນໜຶ່ງ.

ໃຫ້ກຽດເຂົ້າຮ່ວມໃນພິທີມອບ-ຮັບເຄື່ອງດັ່ງກ່າວໃນມື້ວານນີ້ ມີທ່ານ ອາລຸນໄຊ  ສູນນະລາດ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ທ່ານ ຊອງຊຸນ ຊິນ ເອກອັກຄະລັດຖະທູດ ສ. ເກົາຫຼີ, ທ່ານ ຊອງຊູ ໂອ ຜູ້ຕາງໜ້າອົງການ KOICA ປະຈໍາ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ທ່ານ ອາລຸນໄຊ  ສູນນະລາດ ກໍ່ໄດ້ກ່າວສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອໃນຄັ້ງນີ້, ເຊີ່ງໃນໄລຍະຜ່ານມາ ທາງອົງການ KOICA ແລະ ສູນກາງຊາວໝຸ່ມ ປະຊາຊົນ ປະຕິວັດລາວ ກໍ່ໄດ້ເຄີຍຈັດຕັ້ງປະຕິດບັດກິດຈະກຳຮ່ວມກັນ ໃນການຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ທີ່ແຂວງອັດຕະປຶ ແລະ ນີ້ກໍ່ຈະເປັນການຮ່ວມມືອີກໂຄງການໜຶ່ງ ລະຫວ່າງ ສອງພາກສ່ວນ, ສະນັ້ນ ພວກເຮົາໃຫ້ຄຳໜັ້ນສັນຍາວ່າ ຈະນຳເຄື່ອງທີ່ໄດ້ຮັບໃນຄັ້ງນີ້ ໄປແຈກຢາຍໃຫ້ບັນດາຜູ້ອອກແຮງງານລາວ ຢູ່ສູນຈໍາກັດບໍລິເວນຕ່າງໆ ໃນທົ່ວປະເທດ ແລະ ຜູ້ທີ່ໄດ້ຮັບຜົນກະທົບຈາກ ໂຄວິດ-19 ໃຫ້ທົ່ວເຖີງກັນ.

ຂ່າວ: ວຽງຈັນທາຍ

ພາບ:  KOICA

Comments