New Normal ຊີວິດທີ່ປ່ຽນໄປ ທາງດ້ານການແພດ ແລະ ຄວາມສະອາດ

ໃນໄລຍະໂຄວິດ-19 ລະບາດ ຫຼາຍເດືອນມານີ້!!! ຫຼາຍໆຄົນອາດເຄີຍໄດ້ຍິນ ຄຳວ່າ  ’’ ເຊິ່ງຄວາມໝາຍຂອງມັນຖ້າແປແບບແຍກຄຳ “New” ທີ່ແປວ່າ “ໃຫມ່” ແລະ “Normal” ທີ່ແປວ່າ “ປົກກະຕິ” ເມື່ອລວມເຂົ້າກັນກໍຈະໄດ້ ຄວາມໝາຍວ່າ ຄວາມປົກກະຕິໃນຮູບແບບໃຫມ່ ຫຼືອະທິບາຍເຂົ້າໃຈງ່າຍໆກໍຄື ພຶດຕິກຳທີ່ເກີດຂຶ້ນໃຫມ່ ແລະ ກຳລັງຈະກາຍເປັນເລື່ອງປົກກະຕິໃນອະນາຄົດອັນໃກ້ໆ. ເຊິ່ງແນ່ນອນວ່າ ສິ່ງທີ່ເຮົາຈະກາຍເປັນຄວາມຊິນເຄີຍ ແລະ ຈະເຮັດເຮັດປົກກະຕິໃນຮູບແບບໃຫມ່ບໍ່ຕ້ອງແມ່ນຫຼີກລ້ຽງບໍ່ໄດ້ຄືເລື່ອງດ້ານການແພດ ຕ້ອງຄູ່ກັບການໃຊ້ຊີວິດປັດຈຸບັນກັບທຸກໆຄົນແນ່ນອນດັ່ງນີ້:

1. ປະຊາຊົນສ່ວນຫຼາຍຍັງໃສ່ຜ້າປິດປາກເປັນປົກກະຕິຫຼາຍກວ່າເກົ່າ

     ສ່ວນໜຶ່ງມາຈາກຄວາມລື້ງເຄີຍດ້ານພຶດຕິກຳ ເຊີ່ງພຶດຕິກຳເຫຼົ່ານີ້ກໍໄດ້ສ້າງຄວາມໝັ້ນໃຈບໍ່ຫຼາຍກໍ່ນ້ອຍ ໃນຄວາມປອດໄພ ຮັກສາສຸຂະພາບ ອີກທັ້ງຍັງບໍ່ລໍາບາກທີ່ຈະເຮັດພຶດຕິກຳນີ້ (ໃສ່ຜ້າປິດປາກ) ອີກຕໍ່ໄປ.

2. ຜ້າປິດປາກຈະກາຍເປັນ “ ສິນຄ້າແຟຊັ່ນ “

ເນື່ອງຈາກຜ້າປິດປາກເປັນສິ່ງທີ່ທຸກຄົນຫັນມາໃຊ້ເປັນເລື່ອງປົກກະຕິ ເຮັດໃຫ້ມັນກາຍເປັນສິນຄ້າທີ່ນໍາມາໃສ່ ເພື່ອຄວາມສວຍງາມໄດ້ອີກທັງມີປະໂຫຍດທາງການແພດ ນັບວ່າເປັນການກ້າວໄປອີກຂັ້ນຂອງວົງການແຟຊັ່ນໂລກ.

3. ທຸກເຮືອນຈະມີຜະລິດຕະພັນທໍາຄວາມສະອາດທາງການແພດເປັນເລື່ອງປົກກະຕິ

ເຈວລ້າງມື ແອລກໍຮໍ ຫຼື ແມ່ນແຕ່ຖົງມືສິ່ງເຫຼົ່ານີ້ຈະກາຍເປັນອຸປະກອນທົ່ວໄປທີ່ທຸກຄົວເຮືອນຕ້ອງມີ ຄືກັບຢາສາມັນປະຈໍາບ້ານ ແລະ ຍັງໄດ້ໃຊ້ກັບຊີວິດປະຈໍາວັນໃນເຮືອນເປັນເລື່ອງປົກກະຕິເຊັ່ນດຽວກັນ.

4. ອາການເຈັບປ່ວຍພຽງແບບເບົາບາງ ຈະບໍ່ເປັນເລື່ອງທຳມະດາອີກຕໍ່ໄປ

ຫາກມີອາການເຈັບໄຂ້ໄດ້ປ່ວຍ ແບບເບົາບາງ ທີ່ຄິດວ່າສາມາດຮັກສາໄດ້ດ້ວຍຕົວເອງ, ກິນຢາພັກຜ່ອນຢູ່ບ້ານກໍສາມາດເຊົາດີເອງໄດ້ນັ້ນ ຈະບໍ່ເປັນແບບນັ້ນອີກຕໍ່ໄປ, ເນື່ອງຈາກບົດຮຽນດ້ານສຸຂະພາບຂອງໂຄວິດ-19 ເຮັດໃຫ້ຜູ້ຄົນບໍ່ເມີນເຊີຍທີ່ຈະເບິ່ງແຍງອາການທີ່ຜິດປົກກະຕິຂອງຕົວເອງ ແລະ ພ້ອມຈະໄປຮັກສາ, ກວດຢູ່ໂຮງຫມໍແບບຖືກຕ້ອງ ເຖິງແມ່ນວ່າຈະເປັນອາການນ້ອຍໆກໍຕາມ.

5. ຄວາມສົນໃຈ ຄວາມຮູ້ກ່ຽວກັບການແພດເບື້ອງຕົ້ນຈະເພີ່ມຂຶ້ນ

ເພື່ອເປັນການປ້ອງກັນເຫດການທີ່ບໍ່ຄາດຄິດ, ຄວາມຮູ້ເບື້ອງຕົ້ນກ່ຽວກັບເລື່ອງການແພດຈຶ່ງກາຍເປັນສິ່ງຈໍາເປັນໃນການແກ້ໄຂສະຖານະການສະເພາະໜ້າ ແລະ ເປັນສິ່ງທີ່ທຸກຄົນຄວນຮູ້ໄວ້.

6. ການຂໍຄໍາປຶກສາ “ ຜູ້ຊ່ຽວຊານ “ ສຸຂະພາບກາຍ ແລະ ຈິດ ຈະກາຍເປັນເລື່ອງປົກກະຕິ

ເພື່ອເປັນການຮັບຮູ້ເຖິງປັນຫາທີ່ເກີດຂຶ້ນໂດຍທີ່ບໍ່ປະມາດຕໍ່ອາການເຈັບປ່ວຍ ເຊີ່ງໄດ້ມີທີ່ປຶກສາທີ່ສາມາດໂອ້ລົມເລື່ອງເຫຼົ່ານີ້ໄດ້ແບບໜ້າເຊື່ອຖື ນັບວ່າເປັນພຶດຕິກຳທີ່ປ່ຽນໄປຈົນເປັນເລື່ອງປົກກະຕິຂອງຄົນໃນສັງຄົມ.

7. ການຮັກສາຄວາມສະອາດໃນພື້ນທີ່ລະບົບ ສາທາລະນະຈະກາຍເປັນຄວາມປົກກະຕິ

ພຶດຕິກໍາການໃຊ້ພື້ນທີ່ເທິງລົດໂດຍສານເຊັ່ນ: ການຮັກສາຄວາມສະອາດ, ບໍ່ທໍາລາຍສິ່ງຂອງສາທາລະນະ ແລະ ອື່ນໆ ຈະກາຍເປັນຈິດສໍານຶກທີ່ຜູ້ຄົນຍິນດີທີ່ຈະເຮັດເປັນເລື່ອງປົກກະຕິ.

8. ຄວາມສະອາດໃນ “ ຫ້ອງນໍ້າ ສາທະລະນາ “ ຈະເປັນສິ່ງທີ່ທຸກຄົນພະຍາຍາມເຮັດໃຫ້ດີຂຶ້ນ

ເພື່ອບໍ່ໃຫ້ເກີດຄວາມເປິເປື້ອນກັບຜູ້ໃຊ້ຄົນຕໍ່ໄປຈິດສໍານຶກທີ່ຄິດເຖິງຄົນທີ່ໃຊ້ງານຄືກັນ ຈະກາຍເປັນພຶດຕິກໍາທີ່ປົກກະຕິຫຼາຍຂຶ້ນ.

ທີ່ມາ: www.adaddictth.com

Comments