ຫວຽດນາມກຽມເປີດສາຍການບິນລະຫວ່າງປະເທດ ໃນນັ້ນມີປະເທດລາວນຳ

ຈາກເຫດການຍີ່ປຸ່ນກຽມເປີດນ່ານຟ້າໃນໄວໆນີ້ ແລະ ບາງປະເທດທີ່ສາມາດຄວບຄຸມການລະບາດຂອງ Covid-19 ເລີ່ມເປີດປະເທດ  ຄືກັນກັບປະເທດຫວຽດນາມໃນປັດຈຸບັນ ທີ່ຈະສືບຕໍ່ເປີດນ່ານຟ້າບິນຄືນສູ່ບັນດາປະເທດທີ່ປອດໄພແລ້ວ ໃນນັ້ນຄາດວ່າປະເທດທີ່ຫວຽດນາມຈະອະນຸຍາດໃຫ້ບິນມີ ສປປລາວ ນຳ. ຫວຽດນາມ ກຳລັງຈະເລີ່ມເປີດສາຍການບິນຄືນລະຫວ່າງບັນດາປະເທດທີ່ບໍ່ມີກໍລະນີຜູ້ຕິດເຊື້ອ Covid-19 ເປັນເວລາ 30 ວັນ, ເຊິ່ງປະເທດລາວ ຢູ່ໃນບັນຊີຈຸດໝາຍປາຍທາງບຸລິມະສິດ ສາເຫດທີ່ປະເທດລາວຢູ່ໃນບັນຊີຈຸດໝາຍປາຍບຸລິມະສິດ ກໍຍ້ອນວ່າ ປະເທດລາວເລີ່ມຄວບຄຸມ ແລະ ປ້ອງກັນຈາກການລະບາດໄດ້ຄ້ອນຂ້າງດີ ອີງຕາມຄະນະກຳມະການຊີ້ນຳລະດັບຊາດ ສຳລັບການປ້ອງກັນ ແລະ ຄວບຄຸມ Covid-19 ຂອງຫວຽດນາມ ທີ່ໄດ້ຮັບຜິດຊອບໃນການຮວບຮວມບັນຊີລາຍຊື່ຂອງບັນດາປະເທດທີ່ປອດໄພ ເຊິ່ງໃນນັ້ນລວມມີ ສປປລາວ ນຳ.

ໃນວັນອັງຄານທີ່ຜ່ານມາ ນາຍົກລັດຖະມົນຕີຫວຽດນາມ ພະນະທ່ານ ຫງວຽນຊວນຟຸກ (Nguyen Xuan Phuc) ກ່າວວ່າ ການບິນຜ່ານ ແລະ ຈາກຈຸດໝາຍປາຍທາງທີ່ເປັນບຸລິມະສິດຈະຖືກອະນຸຍາດໃຫ້ເປີດຄືນໄດ້ ເຊິ່ງຈຸດໝາຍປາຍທາງທີ່ນາຍົກລັດຖະມົນຕີຫວຽດນາມກ່າວລວມມີ ປະເທດລາວ, ກຳປູເຈຍ, ໄຕ້ຫວັນ, ໂຊນ, ໂຕກຽວ, ແລະ ກວາງໂຈ. ທ່ານບໍ່ໄດ້ແຈ້ງໃຫ້ຊາບວ່າຈະມີມາດຕະການກວດກາປະເພດໃດແດ່ຕໍ່ປະເທດຕ່າງໆ. ພ້ອມດຽວກັນນີ້ ທາງການລາວຍັງບໍ່ທັນໄດ້ອະນຸຍາດ ແຈ້ງວັນເວລາ ສຳລັບການເປີດຮັບຖ້ຽວບິນສາກົນຄືນເທື່ອ, ໃນຂະນະທີ່ຖ້ຽວບິນພາຍໃນປະເທດເລີ່ມເປີດບິນແຕ່ວັນທີ 18 ພຶດສະພາ ທີ່ຜ່ານມາ.

ແຫຼ່ງຂ່າວ: https://www.facebook.com/478509568864279/posts/2922934774421734/

Comments