ບາງປະເທດທີ່ຄວບຄຸມ Covid-19 ໄດ້ ກຽມເປີດປະເທດແລ້ວ

ສະຖານະການຂອງຫຼາຍປະເທດໃນປັດຈຸບັນ ແມ່ນເລີ່ມມີການຜ່ອນຜັນເລື່ອງມາດຕະການປ້ອງກັນຄວາມປອດໄພ Lock down ແລ້ວ, ບາງປະເທດໄດ້ເລີ່ມເປີດນ່ານຟ້າແລ້ວ ແລະ ລັດຖະບານຍັງກຳລັງພິຈາລະນາສ້າງຕັ້ງສະຖານີຕ່າງໆເພື່ອດຳເນີນການກວດກາຄົນທີ່ ເຂົ້າ-ອອກ ປະເທດ ເຊິ່ງປະເທດຍີ່ປຸ່ນກໍາລັງຈະອະນຸຍາດໃຫ້ນັກທ່ອງທ່ຽວເດີນທາງເຂົ້າປະເທດຄືນໃໝ່ ຈາກທີ່ໄດ້ປິດປະເທດມາເປັນເວລາຫຼາຍເດືອນ ແຕ່ການຈະເປີດປະເທດຄັ້ງນີ້ ມີການຈໍາກັດເພື່ອປ້ອງກັນການແຜ່ລະບາດຂອງ Covid-19 ນັ້ນກໍຄື ມີການຈໍາກັດນັກທ່ອງທ່ຽວທີ່ເດີນທາງເຂົ້າປະເທດບໍ່ໃຫ້ເກີນມື້ລະ 250 ຄົນ ຈາກທີ່ເຄິຍມີນັກທ່ອງທ່ຽວເດີນທາງເຂົ້າໄປປະເທດຍີ່ປຸ່ນຫຼາຍໝື່ນຄົນຕໍ່ມື້ ພ້ອມກັນນັ້ນ ນັກທ່ອງທ່ຽວທີ່ສາມາດເດີນທາງເຂົ້າປະເທດໄດ້ຕ້ອງເປັນຄົນທີ່ມາຈາກ 4 ປະເທດເທົ່ານັ້ນຄື ນັກທ່ອງທ່ຽວປະເທດອັອສເຕເລຍ, ປະເທດນິວຊີແລນ, ປະເທດໄທ ແລະ ປະເທດຫວຽດນາມ. ສາເຫດສໍາຄັນທີ່ເຮັດໃຫ້ຍີ່ປຸ່ນເລືອກ 4 ປະເທດເຫຼົ່ານີ້ກ່ອນ ຍ້ອນເຫັນວ່າແຕ່ລະປະເທດມີການຄວບຄຸມໂລກລະບາດໄດ້ຄ້ອນຄ້າງດີ ແລະ ມີຄວາມສໍາພັນທາງເສດຖະກິດທີ່ເຂັ້ມແຂງກັບຍີ່ປຸ່ນ ເຖິງຢ່າງໃດກໍຕາມ ຍັງຈະໄດ້ມີການຂະຫຍາຍໄປປະເທດອື່ນໆໃນພາຍຫຼັງ ເປັນຕົ້ນແມ່ນປະເທດຈີນ, ເກົາຫຼີໃຕ້ ແລະ ສະຫະລັດອາເມລິກາ…

ຄາດວ່າການຫຼຸດຜ່ອນຂໍ້ຈໍາກັດນີ້ ຈະເລີ່ມປະຕິບັດໃນອີກບໍ່ດົນ ໃນເບື້ອງຕົ້ນ ແມ່ນຄົນຈະສາມາດເດີນທາງເຂົ້າປະເທດຍີ່ປຸ່ນໄດ້ ແຕ່ຈະອະນຸຍາດໃຫ້ບຸກຄົນສະເພາະກຸ່ມເດີນທາງເຂົ້າມາເຊັ່ນ: ຜູ້ບໍລິຫານ ຫຼືວິສະວະກອນ ແຕ່ຍັງບໍ່ອະນຸຍາດໃຫ້ນັກທ່ອງທ່ຽວທົ່ວໄປເດີນທາງເຂົ້າໄປໄດ້ເທື່ອ.

ແຫຼ່ງຂ່າວຍີ່ປຸ່ນໄດ້ແຈ້ງວ່າ ໃນປັດຈຸບັນແມ່ນຢູ່ໃນລະຫວ່າງການຫາລືກັບປະເທດຕ່າງໆ ກ່ຽວກັບວິທີການດໍາເນີນການດັ່ງກ່າວ ໂດຍບໍ່ໃຫ້ສ່ຽງຕໍ່ການແຜ່ລະບາດຂອງ Covid-19 ແລະ ລາຍລະອຽດອື່ນໆ ເຊັ່ນ: ນັກທ່ອງທ່ຽວແຕ່ລະປະເທດຈະຕ້ອງໄດ້ຮັບການອະນຸຍາດ ແລະ ມີວິທີການກວດກາຈາກປະເທດຂອງຕົນວ່າບໍ່ໄດ້ມີເຊື້ອ Covid-19.

ແຫຼ່ງຂໍ້ມູນ: https://english.kyodonews.net/news/2020/06/04b42b672fc9-japan-to-let-in-250-foreigners-per-day-under-eased-travel-curbs.html

 

Comments