ມາເບິ່ງ 10 ອັນດັບທໍາອິດ ນັກກິລາທີ່ລວຍທີ່ສຸດໃນໂລກ ປີ 2020

ມາເບິ່ງ 10  ອັນດັບທໍາອິດ ຂອງນັກກິລາທີ່ລວຍທີ່ສຸດໃນໂລກ ປີ 2020 ຈະມີໃຜແດ່?

ອັນດັບທີ 1 Roger Federer

Roger Federer ເປັນນັກກິລາເທັນນິດປະເທດສະວິດເຊີແລນ (Switzerland), ປັດຈຸບັນ ອາຍຸ 38 ປີ, ສະຖະນະແຕ່ງງານແລ້ວ, ເປັນນັກກິລາທີ່ລວຍທີ່ສຸດໃນໂລກອັນດັບທີ 1, ມີລາຍໄດ້ຈໍານວນ 106,3 ລ້ານໂດລາສະຫະລັ, ເຊິ່ງລາວໄດ້ເຊັນສັນຍາ 10 ປີ ກັບຍີ່ຫໍ້ເຄື່ອງແຕ່ງກາຍຍີ່ປຸ່ນ Uniqlo ໃນປີ 2018 ມູນຄ່າ 300 ລ້ານໂດລາສະຫະລັດ, ລາວໄດ້ລະດົມທຶນສ້າງມູນນິທິເດັກ ຈໍານວນ 50 ລ້ານໂດລາສະຫະລັດ.

ອັນດັບທີ 2 Cristiano Ronaldo

Cristiano Ronaldo ເປັນນັກກິລາບານເຕະປອກຕຸຍການ (Portugal), ປັດຈຸບັນ ອາຍຸ 35 ປີ, ສະຖານະໂສດ, ເປັນນັກກິລາທີ່ລວຍທີ່ສຸດໃນໂລກ ອັນດັບທີ 2, ມີລາຍໄດ້ຈໍານວນ 105 ລ້ານໂດລາສະຫະລັດ, ເປັນນັກກິລາທີ່ຄົນຕິດຕາມຫຼາຍທີ່ສຸດໃນສື່ສັງຄົມ ເຊິ່ງຜູ້ຕິດຕາມ Instagram ຂອງລາວມີເຖິງ 200 ລ້ານຄົນ ໃນປີ 2020. Ronaldo ເປັນນັກເຕະທີ່ມີຄະແນນສູງສຸດຂອງສະໂມສອນ ໂດຍມີ 28 ປະຕູ ໃນລະດູການ 2018-19 ໃນຫົວຂໍ້ Serie A ແລະ  ບານເຕະ Super Italian.

ອັນດັບທີ 3 Lionel Messi

Lionel Messi ເປັນນັກກິລາບານເຕະອາເຈນຕິນາ (Argentina), ປັດຈຸບັນ ອາຍຸ 32 ປີ, ສະຖານະແຕ່ງງານແລ້ວ, ເປັນນັກກິລາທີ່ລວຍທີ່ສຸດໃນໂລກ ອັນດັບທີ 3, ມີລາຍໄດ້ຈໍານວນ 105 ລ້ານໂດລາສະຫະລັດ. Messi ໄດ້ຮັບລາງວັນທັງນັກເຕະດີເດັ່ນຂອງ FIFA ແລະ ເກີບ Golden ຂອງເອີຣົບ ລາວໄດ້ທໍາລາຍສະຖິຕິ 6 ຄັ້ງ ສຳລັບການເປັນນັກເຕະທີ່ມີຄະແນນສູງສຸດໃນທະວີບອາເມລິກາ.

ອັນດັບທີ 4 Neymar

Neymar ເປັນນັກກິລາບານເຕະປະເທດບຣາຊິວ (Brazil), ປັດຈຸບັນ ອາຍຸ 28 ປີ, ສະຖານະໂສດ, ເປັນນັກກິລາທີ່ລວຍທີ່ສຸດໃນໂລກ ອັນດັບທີ 4, ມີລາຍໄດ້ຈໍານວນ 105 ລ້ານໂດລາສະຫະລັດ. Neymar ມີສັນຍາ 5 ປີ ກັບ Paris Saint-Germain ຈົນເຖິງ ເດືອນ ມິຖຸນາ ປີ 2022 ເຊິ່ງມີມູນຄ່າເງິນເດືອນ 350 ລ້ານໂດລາສະຫະລັດ.

ອັນດັບທີ 5 LeBrom James

LeBrom James ເປັນນັກກິລາບານບ້ວງ NBA ຂອງ Los Angeles Lakers, ປັດຈຸບັນ ອາຍຸ 35 ປີ, ສະຖານະແຕ່ງງານແລ້ວ, ເປັນນັກກິລາທີ່ລວຍທີ່ສຸດໃນໂລກ ອັນດັບທີ 5, ມີລາຍໄດ້ຈໍານວນ 88.2 ລ້ານໂດລາສະຫະລັດ. LeBron James ເຂົ້າຮ່ວມ Los Angeles Lakers ສີ່ຄັ້ງ ໃນປີ 2018 ພາຍໃຕ້ສັນຍາ 4 ປີ 153 ລ້ານໂດລາສະຫະລັດ.

ອັນດັບທີ 6 Stephen Curry

Stephen Curry ເປັນນັກກິລາບານບ້ວງ ສະຫະລັດອາເມລິກາ (United States), ປັດຈຸບັນ ອາຍຸ 32 ປີ, ສະຖານະແຕ່ງງານແລ້ວ, ເປັນນັກກິລາທີ່ລວຍທີ່ສຸດໃນໂລກ ອັນດັບທີ 6, ມີລາຍໄດ້ຈໍານວນ 74.4 ລ້ານໂດລາສະຫະລັດ, ໄດ້ຮັບ MVP ສອງຄັ້ງໄດ້ເຊັນສັນຍາກັບ ສະຫະລັດຄັ້ງທຳອິດໃນປີ 2017 ມູນຄ່າ 200 ລ້ານໂດລາສະຫະລັດ ແລະ ລາວໄດ້ເງິນເດືອນສູງສຸດຂອງລີກໃນສາມລະດູທີ່ຜ່ານມາ.

ອັນດັບທີ 7 Kevin Durant

Kevin Durant ເປັນນັກກິລາບານບ້ວງຂອງນິວຢອກ (New York), ປັດຈຸບັນ ອາຍຸ 31 ປີ, ສະຖານະໂສດ, ເປັນນັກກິລາທີ່ລວຍທີ່ສຸດໃນໂລກ ອັນດັບທີ 7, ມີລາຍໄດ້ຈໍານວນ 63.9 ລ້ານໂດລາສະຫະລັດ. ຫລັງຈາກໄດ້ໃຊ້ເວລາສາມປີກັບ Golden State Warriors, Durant ໄດ້ເຂົ້າຮ່ວມ Brooklyn Nets ໃນປີ 2019 ພາຍໃຕ້ສັນຍາ 4 ປີ, ມູນຄ່າ 164 ລ້ານໂດລາສະຫະລັດ.

ອັນດັບທີ 8 Tiger Woods

Tiger Woods ເປັນນັກກິລາຕີກັອບຟຣໍຣິດາ (Florida), ປັດຈຸບັນ ອາຍຸ 44 ປີ, ສະຖານະຢ່າຮ້າງ, ເປັນນັກກິລາທີ່ລວຍທີ່ສຸດໃນໂລກ ອັນດັບທີ 8, ມີລາຍໄດ້ຈໍານວນ 62.3 ລ້ານໂດລາສະຫະລັດ. Tiger Woods ໄດ້ຄວ້າໄຊຊະນະ PGA Tour ຄັ້ງທຳອິດຂອງລາວ ໃນຮອບ 5 ປີໃນການແຂ່ງຂັນ Tour Championship 2018.

ອັນດັບທີ 9 Kirk Cousins

Kirk Cousins ເປັນນັກກິລາ Soccer ມິຊິແກນ (Michigan), ປັດຈຸບັນ ອາຍຸ 31 ປີ, ສະຖານະແຕ່ງງານແລ້ວ, ເປັນນັກກິລາທີ່ລວຍທີ່ສຸດໃນໂລກ ອັນດັບທີ 9, ມີລາຍໄດ້ຈໍານວນ 60.5 ລ້ານໂດລາສະຫະລັດ. Cousins ​​ໄດ້ເຊັນສັນຍາສອງປີມູນຄ່າ 66 ລ້ານໂດລາສະຫະລັດ ກັບ Vikings ໃນເດືອນ ມີນາ ປີ 2020 …

ອັນດັບທີ 10 Carson Wents

Carson Wents ເປັນນັກກິລາ Soccer ນິວເຈີຊີ (New Jersey), ປັດຈຸບັນ ອາຍຸ 27 ປີ, ສະຖານະແຕ່ງງານແລ້ວ, ເປັນນັກກິລາທີ່ລວຍທີ່ສຸດໃນໂລກ ອັນດັບທີ 10, ມີລາຍໄດ້ຈໍານວນ 59.1 ລ້ານໂດລາສະຫະລັດ. Carson Wentz ໄດ້ເຊັນສັນຍາກັບ The Philadelphia Eagles ເພື່ອຕໍ່ສັນຍາ ໃນເດືອນ ມິຖຸນາ ປີ 2019 ມູນຄ່າ 128 ລ້ານໂດລາສະຫະລັດໃນໄລຍະ 4 ປີ.

ຈາກຜົນການຈັດລໍາດັບເຫັນວ່າ ນັກກິລາປະເພດເທັນນິດ ເປັນປະເພດນັກກິລາທີ່ລວຍທີ່ສຸດໃນໂລກ, ຮອງມາແມ່ນນັກກິລາບານເຕະ, ກິລາບານບ້ວງ ແລະ ກິລາ Soccer…

ແຫຼ່ງຂໍ້ມູນ: https://www.forbes.com/athletes/list/

Comments