ປັດຈຸບັນ ແອັບ​ໃດທີ່ຖືກດາວໂຫຼດຫຼາຍທີ່ສຸດໃນໂລກ

ຈາກການປະມວນຜົນແອັບທີ່ຖືກດາວໂຫຼດຫຼາຍທີ່ສຸດໃນ ເດືອນ ພຶດສະພາ ປີ 2020 ມີດັ່ງນີ້:

 

TikTok ແມ່ນແອັບທີ່ຖືກດາວໂຫລດຫຼາຍທີ່ສຸດໃນໂລກ ໂດຍສະເລ່ຍໃນເດືອນ ພຶດສະພາ ປີ 2020 ເຫັນວ່າມີການຕິດຕັ້ງແອັບນີ້ຫຼາຍກວ່າ 111,9 ລ້ານຄັ້ງ, ເຊິ່ງເປັນການເພີ່ມຂື້ນ 2 ເທົ່າຖ້າທຽບໃສ່ ເດືອນ ພຶດສະພາ ປີ 2019 ທີ່ຜ່ານມາ. ສໍາລັບປະເທດທີ່ມີການຕິດຕັ້ງແອັບ TikTok ຫຼາຍທີ່ສຸດໃນໄລຍະນີ້ ແມ່ນປະເທດອິນເດຍ ເຊິ່ງກວມເອົາຈໍານວນ 20% ຂອງການດາວໂຫລດທັງໝົດ ແລະ ສະຫະລັດອາເມລິກາ ກວມເອົາ 9,3%. ສ່ວນການຄາດຄະເນ ການດາວໂຫລດແອັບແມ່ນມາຈາກ Platform ຂອງ Sensor Tower’s Store Intelligence.

Zoom ເປັນແອັບທີ່ຖືກຕິດຕັ້ງຫລາຍທີ່ສຸດໃນໂລກ ຖັດຈາກແອັບ TikTok ເພາະມີການຕິດຕັ້ງເກືອບ 94,6 ລ້ານຄັ້ງ, ເຊິ່ງເພີ່ມຂື້ນ 43 ເທົ່າຈາກເດືອນ ພຶດສະພາ ປີ 2019. ສ່ວນບັນດາປະເທດທີ່ມີຈຳນວນການຕິດຕັ້ງແອັບ ZOOM ຫຼາຍທີ່ສຸດແມ່ນສະຫະລັດອາເມລິກາສະເລ່ຍຢູ່ທີ່ 17%, ຕໍ່ມາແມ່ນປະເທດອິນເດຍຢູ່ທີ່ 17%.

ສໍາລັບແອັບອື່ນໆທີ່ໄດ້ຮັບການດາວໂຫລດຫຼາຍ ຖັດຈາກແອັບ Zoom ຄື WhatsApp, Facebook, Messenger, Instagram, Google Meet, Aarogya Setu, Youtube ແລະ Snapchat. 

ແຫຼ່ງຂໍ້ມູນ: https://sensortower.com/blog/top-apps-worldwide-may-2020-downloads

Comments