ສູນກວດສຸຂະພາບແຮງງານ ຈະລົງກວດສຸຂະພາບປະຈຳປີ ໃນເຂດເສດຖະກິດພິເສດທົ່ວປະເທດ…

ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ແລະ ສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດໂຮງຫມໍມິດຕະພາບໄດ້ຈັດພິທີ ລົງນາມບັນທຶກຮ່ວມມືການຈັດຕັ່ງປະຕິບັດວຽກງານການກວດສຸຂະພາບປະຈຳປີ ໃຫ້ແຮງງານຢູ່ເຂດເສດຖະກິດພິເສດ ໃນຂອບເຂດທົ່ວປະເທດ  ຂື້ນໃນວັນທີ 12 ມິຖຸນາ ນີ້, ຢູ່ ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ ແລະ ທ່ານ ປະເດີມພອນ ສົນທານີ ຮອງລັດຖະມົນຕີ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ.

ในภาพอาจจะมี 11 คน, ผู้คนกำลังยืน

ທ່ານ ຈຳປາ ຄຳສຸກໃສ ຫົວ ຫນ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ກ່າວວ່າ: ປັດຈຸບັນ ສປປ ລາວ ໄດ້ມີສູນກວດສຸຂະພາບແຮງງານພາຍໃນ ແລະ ຕ່າງປະເທດ ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນພາຍໃຕ້ເງື່ອນໄຂ ແລະ ສະພາບຄວາມຮຽກຮ້ອງຕ້ອງການຂອງແຮງງານປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານທາງດ້ານຄວາມປອດໄພ ແລະ ສຸຂະພາບແຮງງານຕາມທີ່ໄດ້ດຳນົດໄວ້ໃນກົດຫມາຍ, ສູນດັ່ງກ່າວແມ່ນໄດ້ຮັບການສ້າງຕັ້ງຂື້ນໂດຍການຮ່ວມມືລະຫວ່າງ ກະຊວງ ສາທາລະນະສຸກ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເຊິ່ງປັດຈຸບັນແມ່ນເປັນສູນ ແລະ ເປັນຄັ້ງທຳອິດທີ່ຈະໄດ້ມີການບໍລິການກວດສຸຂະພາບແຮງງານປະຈຳປີ ເປັນລະບົບຄົບຊຸດ ແລະ ທັນສະໄຫມຢູ່ລາວ. ສູນແຫ່ງນີ້ສາມາດບົ່ງມະຕິພະຍາດໄດ້ຊັດເຈນ ແລະ ມີປະສິດທິຜົນ.

ในภาพอาจจะมี 13 คน, ผู้คนกำลังยืน

ປັດຈຸບັນ, ຢູ່ ສປປ ລາວ ມີເຂດເສດຖະກິດພິເສດ ທັງຫມົດ 12 ແຫ່ງໃນ 6ແຂວງ ແລະ ໃນນະຄອນຫລວງວຽງຈັນ ມີຜູ້ລົງທຶນ ແລະ ຈົດທະບຽນຈຳນວນ 845 ບໍລິສັດ ໃນນີ້ ເປັນການລົງທຶນຂອງຕ່າງປະເທດ 712 ບໍລິສັດ, ພາຍໃນ 92 ບໍລິສັດ, ພາຍໃນຮ່ວມມືກັບຕ່າງປະເທດ 41 ບໍລິສັດ ມີແຮງງານຫລາຍກ່ວາ 50 ພັນຄົນ, ໃນນັ້ນ ແຮງງານຕ່າງປະເທດຫລາຍກ່ວາ 40 ພັນຄົນ ເຂດເສດຖະກິດພິເສດທັງຫມົດສາມາດປະກອບພັນທະຕ່າງໆໃຫ້ລັດຖະບານ ອັນໄດ້ປະກອບສ່ວນຊຸກຍູ້ເສດຖະກິດຂອງຊາດເຂັ້ມແຂງຂຶ້ນເທື່ອລະກ້າວ.

ในภาพอาจจะมี 3 คน, ผู้คนกำลังนั่ง และตาราง

 

(ຂ່າວຮສສ)

Comments