ຈີນ-ມົງໂກລີໃນ ປູກປ່າ ເພື່ອທັບຖົມການຂະຫຍາຍຂອງພື້ນທີ່ທະເລຊາຍ

ເດືອນເມສາ ທີ່ຜ່ານມາ ເຈົ້າໜ້າທີ່ທ້ອງຖິ່ນຂອງເຂດປົກຄອງມົງໂກລີໃນ ເຊິ່ງນັບວ່າເປັນພື້ນທີ່ແນວໜ້າຂອງປະເທດຈີນໃນການດໍາເນີນການເພື່ອຕໍ່ຕ້ານການປ່ຽນສະພາບທະເລຊາຍ (desertification) ໂດຍປະກາດວ່າ ພາຍໃນປີ 2019 ຈະປູກຕົ້ນໄມ້ໃຫ້ໄດ້ຫຼາຍກ່ວາ 860,000 ເຮັກຕາ ແລະ ຈະຂະຫຍາຍພື້ນທີ່ທົ່ງຫຍ້າໃຫ້ໄດ້ຫຼາຍກວ່າ 2,000,000 ເຮັກຕາ. ເນື່ອງຈາກ ມົງໂກລີໃນ ເປັນພື້ນທີ່ທີ່ມີທະເລຊາຍຢູ່ຫຼາຍແຫ່ງ ເຊິ່ງພື້ນທີ່ນີ້ເຄີຍເປັນທົ່ງຫຍ້າສີຂຽວມາກ່ອນ ແລະ ຖ້າຫາກພວກເຂົາບໍ່ລົງມືເຮັດຫຍັງ ພື້ນທີ່ທະເລຊາຍດັ່ງກ່າວຈະເພີ່ມຂຶ້ນຕໍ່ໄປເລື່ອຍໆ. ໃນປີຜ່ານມາ ມົງໂກລີໃນໄດ້ດໍາເນີນການປູກປ່າໄປແລ້ວຫຼາຍກວ່າ 666,700 ເຮັກຕາ/ປີ ຄິດເປັນຈໍານວນພື້ນທີ່ແມ່ນ 1 ໃນ 9 ຂອງໂຄງການທັງໝົດ. ໃນການແກ້ໄຂກ່ຽວກັບການຂະຫຍາຍຕົວຂອງພື້ນທີ່ທະເລຊາຍນັ້ນ ແມ່ນໄດ້ນໍາເອົາພົມຫຍ້າທຽມທີ່ເຮັດຈາກເຟືອງມາປູ ເພື່ອສະກັດກັ້ນຊາຍ. ນອກຈາກນີ້, ໃນການເພາະພັນຕົ້ນໄມ້ ບາງຕົ້ນກໍເປັນຕົ້ນໄມ້ກາຝາກທີ່ມີສັບພະຄຸນເປັນຢາ ຫຼືເປັນຢາສະໝຸນໄພ ເມື່ອພວກມັນເຕີບໃຫຍ່ ປະຊາຊົນຍັງສາມາດນໍາໄປໃຊ້ໄດ້ອີກດ້ວຍ.

ປັດຈຸບັນ ມົງໂກລີໃນ ມີພື້ນທີ່ປ່າຫຼາຍກວ່າ 26,000,000 ເຮັກຕາ ແລະ ມີພື້ນທີ່ປ່າຄຸ້ມຄອງເພີ່ມຂຶ້ນໃນປິ 2013 ທີ່ມີຢູ່ຮ້ອຍລະ 21.03  ເພີ່ມຂຶ້ນເປັນ ຮ້ອຍລະ 22.1 ດ້ວຍຄວາມພະຍາຍາມນີ້ ສົ່ງຜົນໃຫ້ພາຍຸຊາຍໃນພາກເໜືອຂອງຈີນຫຼຸດລົງ ຖືໄດ້ວ່າເປັນຄວາມປະສົບຜົນສໍາເລັດທີ່ດີສໍາລັບການຕໍ່ຕ້ານ ການປ່ຽນສະພາບສູ່ທະເລຊາຍ.

ການປະຕິບັດການຄັ້ງນີ້ ບໍ່ແມ່ນຄັ້ງທໍາອິດທີ່ພະຍາຍາມຕໍ່ສູ້ກັບທໍາມະຊາດ ເພາະໃນ ປີ 1986 ໃນຍ່ານ Kokyar ເຂດ Aksu ຂອງເຂດປົກຄອງຕົນເອງຊິນເຈຍອຸຍກູ ບໍລິເວນທາງຕາເວັນຕົກສ່ຽງເໜືອຂອງທະເລຊາຍມາລາກັນ (ທະເລຊາຍໃຫຍ່ອັນດັບ 2 ຂອງໂລກ) ມີໂຄງການສ້າງປ່າກາງທະເລຊາຍ ຫຼືໂອເອຊິສ ຂຶ້ນມາຈາກຝີມືມະນຸດເຊິ່ງໂອເອຊິສແຫ່ງນີ້ມີພື້ນທີ່ປະມານ 66,666.88 ເຮັກຕາ.

ແຫຼ່ງຂໍ້ມູນ: http://thaitribune.org/contents/detail/308?content_id=37419&rand=1592106389

Comments