ສາຍການບິນດັງ Air Asia Malaysia ຈະເລີ່ມຖ້ຽວບິນໃນປະເທດ ຕັ້ງແຕ່ເດືອນກໍລະກົດ… ເປັນຕົ້ນໄປ

ຕາມ​ຂ່າວ​ຈາກ ​ກົວ​ລາ​ລຳ​ເປີ, ວັນ​ທີ 15 ມິຖຸນາ 2020 ທີ່ຜ່ານມາ ທ່ານ ​ໂທ​ນີ ​ເຟີ​ນັນ​ເດ​ສ, ປະທານ ​ເຈົ້າໜ້າ​ທີ່ ​ບໍລິຫານ (CEO) ສາຍ​ການບິນ ​ແອ​ເອ​ເຊຍ ມາ​ເລ​ເຊຍ (Air Asia Malaysia Airlines)​ ເປີດ​ເຜີຍ​ວ່າ: ຈະ​ເລີ່​ມຖ້ຽວ​ບິນ​ ໃນ​ປະ​ເທດ ທຸກ​ເສັ້ນທາງ ນັບຕັ້ງ​ແຕ່​ເດືອນ​ກໍລະກົດ ​ເປັນຕົ້ນ​ໄປ ​ເນື່ອງ​ຈາກ​ ລັດຖະບານ ມາ​ເລ​ເຊຍ ຫລຸດຜ່ອນ ມາດ​ຕະການຈຳກັດການ​ເດີນທາງ ​ເພື່ອ​ຄວບ​ຄຸມ​ເຊື້ອພະຍາດໂຄ​ວິດ-19 ​ແຕ່​ຄວາມຖີ່​ ຂອງ​ຖ້ຽວ​ບິນ ຈະ​ຂຶ້ນ​ຢູ່​ກັບ​ຄວາມ​ຕ້ອງການ ​ເດີນທາງ​ຂອງ​ຜູ້​ໂດຍສານ ​ເນື່ອງ​ຈາກ​ຂະນະ​ນີ້ ມີ​ຄວາມ​ຕ້ອງການ ​ເດີນທາງ​ ດ້ວຍ​ເຮືອບິນ​ ສູງ​ຂຶ້ນ ຄົນ​ຕ້ອງການ​ເດີນທາງ, ຕ້ອງການ​ເຮັດ​ວຽກ ​ແລະ ຕ້ອງການ​ກັບ​ເຮືອນ. ສ່ວນ​ລັດຖະບານ ມາ​ເລ​ເຊຍ ອະນຸຍາດ ​ໃຫ້​ເດີນທາງ ລະຫວ່າງ ​ລັດ​ ໄດ້ຕັ້ງ​ແຕ່​ອາທິດ​ກ່ອນ ຕາມ​ມາດ​ຕະການຟື້ນຟູ​ເສດຖະກິດ ທີ່​ໄດ້​ຮັບ​ຜົນ​ກະທົບ ຈາກ​ໂຄ​ວິດ-19 ຫລັງ​ຈາກ​ ປະກາດ​ວ່າ ປະສົບ​ຜົນສຳ​ເລັດ ​ໃນ​ການ​ຄວບ​ຄຸມພະ​ຍາດ​ໄດ້​ແລ້ວ. ນອກ​ນີ້ ​ຍັງ​ມີ​ແຜນ​ຂະຫຍາຍທຸລະ​ກິດຂົນ​ສົ່ງ​ສິນຄ້າກະສິກຳຮູບ​ແບບ​ໃໝ່ ​ໃນ​ອີກ 3-4 ​ເດືອນ​ຕໍ່ໜ້າ ​ເພື່ອ​ຂະຫຍາຍຕະຫລາດ​ໃຫ້​ແກ່​ກະສິກອນ ​ໃນ​ມາ​ເລ​ເຊຍ ​ໄປ​ຍັງ​ຕ່າງປະ​ເທດ.

Battle For Survival: Air Asia Could Merge With Malaysia Airlines ...

Airasia.com to Diversify Flight Ticket Options | SME ...

ແຫຼ່ງຂ່າວ: ຂປລ

Comments