ໄທ ກຽມເປີດດ່ານຊາຍແດນ 24 ຊົ່ວໂມງ ພ້ອມທັງເຮັດ “ດັບເບີລ ວີຊ້າ” ກະຕຸ້ນນັກທ້ອງທ່ຽວ 42 ລ້ານຄົນ

ທາງໜ່ວຍງານພາກລັດຂອງປະເທດໄທກໍາລັງພິຈາລະນາອອກ “ດັບເບິລ ວີຊາ”  (Double Visa)  ເພື່ອໃຫ້ນັກທ່ອງທ່ຽວເດີນທາງເຂົ້າອອກປະເທດໄທ ໄດ້ 2 ເທື່ອ ຕາມໄລຍະເວລາທີ່ກໍານົດ ເຊິ່ງມີຈຸດປະສົງເພື່ອອໍານວຍຄວາມສະດວກໃຫ້ນັກທ່ອງທ່ຽວຕ່າງປະເທດ ທີ່ຕ້ອງການເດີນທາງລະຫວ່າງປະເທດ ອາຊຽນ ເຊັ່ນ: ເດີນທາງມາພັກທີ່ປະເທດໄທໄລຍະໜຶ່ງ ແລ້ວຕ້ອງການເດີນທາງໄປທ່ຽວປະເທດລາວ ເພື່ອຢ້ຽມຊົມສະຖານທີ່ຕ່າງໆ​ແລ້ວ ຈຶ່ງເດີນທາງກັບມາທີ່ປະເທດໄທຄືນ ເພື່ອບິນກັບໄປປະເທດຕົນ ໂດຍໄດ້ປະກາດ ແຈ້ງມາດຕະການ ກະຕຸ້ນການທ່ອງທ່ຽວ ຕັ້ງ”ດັບເບິລ ວີຊາ”  (Double Visa) ເຂົ້າອອກປະເທດໄທໄດ້ ໂດຍເປີດດ່ານຊາຍແດນ 24 ຊົ່ວໂມງ ຄາດໝາຍດຶງນັກທ່ອງທ່ຽວເຂົ້າປະເທດປະມານ 42 ລ້ານຄົນ ໃນປີ 2020 ນີ້. ສ່ວນການທົດລອງເປີດດ່ານ 24 ຊົ່ວໂມງ ມີແຜນຈະເປີດໃນທ້າຍ ປີ 2019  ໂດຍຈະທົດລອງໄປກ່ອນ ເປັນເວລາ 3 ເດືອນ.​

ໃນເບື້ອງຕົ້ນ ແມ່ນມີແຜນຈະເປີດດ້ານຊາຍແດນ 2 ດ່ານ ຕະຫຼອດ 24 ຊົ່ວໂມງ ໃນຊ່ວງເທດສະການສໍາຄັນເຊັ່ນ: ດ່ານໜອງຄາຍ ຈັງຫວັດໜອງຄາຍ ແລະ ດ່ານ ສະເດົາ  ຈັງຫວັດສົງຂາ. ການເປີດ ດ່ານ 24 ຊົ່ວໂມງ ແມ່ນເພື່ອກະຕຸ້ນການທ່ອງທ່ຽວ, ໂດຍສະເພາະ ນັກທ່ອງທ່ຽວຈາກ ສປປ ລາວ ທີ່ນິຍົມ ເຂົ້າມາທ່ຽວ, ຊື້ເຄື່ອງອຸປະໂພກ-ບໍລິໂພກ ຢູ່ໃນຈັງຫວັດຊາຍແດນ ໂດຍສະເພາະ ໃນຊ່ວງເທດສະການທີ່ສໍາຄັນຕ່າງໆ.

ພ້ອມກັນນັ້ນ, ປະເທດໄທ ຍັງມີການກະກຽມການບໍລິການອື່ນໆ ເຊັ່ນ: ການຂະຫຍາຍຈຸດຄືນພາສີ ສໍາຫຼັບນັກທ່ອງທ່ຽວ (VAT Refund) ຂຶ້ນຕື່ມ ເພື່ອອໍານວຍຄວາມສະດວກ ໃຫ້ນັກທ່ອງທ່ຽວຕ່າງປະເທດ.

ແຫຼ່ງຂໍ້ມູນ: www.posttoday.com

Comments