ການນໍາສອງປະເທດ ຈີນ-ລາວ ຝາກຄວາມຢື້ຢາມຖາມຂ່າວ ເຊິ່ງກັນແລະກັນ ກ່ຽວກັບການຮ່ວມມືກັນ ຕ້ານກັບພະຍາດໂຄວິດ-19

ວັນທີ 15 ມິຖຸນານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ຝາກຄວາມຢື້ຢາມຖາມຂ່າວເຖິງທ່ານບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວກ່ຽວກັບຈີນ ແລະ ລາວໄດ້ຮ່ວມມືກັນຕ້ານກັບພະຍາດໂຄວິດ-19.

ລາວ-ຈີນ ຮ່ວມລົງນາມໃນເອກະສານ 17 ສະບັບ ...

ທ່ານສີຈິ້ນຜິງກ່າວວ່າ: ຮູ້ສຶກດີໃຈຫຼາຍທີ່ໄດ້ຮັບຈົດໝາຍທີ່ເຕັມໄປດ້ວຍຄວາມອົບອຸ່ນ ແລະ ໄມຕີຈິດມິດຕະພາບຈາກສະຫາຍເລຂາທິການໃຫຍ່ບຸນຍັງ ວໍລະຈິດ. ເມື່ອໄດ້ຮູ້ວ່າການຊ່ວຍເຫຼືອຂອງຈີນໃຫ້ກັບລາວໃນການຕ້ານກັບພະຍາດໄດ້ເສີມຂະຫຍາຍບົດບາດທີ່ຕັ້ງໜ້າ, ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນຫຼາຍ. ນະທີ່ນີ້, ຂ້າພະເຈົ້າຂໍຕາງໜ້າພັກ-ລັດແລະປະຊາຊົນຈີນ, ສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ຝ່າຍລາວທີ່ໄດ້ຮັບໄຊຊະນະເປັນກ້າວໆໃນວຽກງານປ້ອງກັນ ແລະ ຄວບຄຸມພະຍາດພາຍໃຕ້ການນຳພາທີ່ເຂັ້ມແຂງຂອງສູນກາງພັກປະຊາຊົນປະຕິວັດລາວທີ່ມີສະຫາຍເລຂາທິການໃຫຍ່ບຸນຍັງ ວໍລະຈິດເປັນແກນນຳ.

ຈີນຍິນດີຮ່ວມກັບລາວເພີ່ມທະວີການຮ່ວມມືໃນການຕ້ານກັບພະຍາດ, ເຊື່ອໝັ້ນວ່າພາຍໃຕ້ຄວາມພະຍາຍາມຮ່ວມກັນລະຫວ່າງຈີນ-ລາວກໍຄືປະຊາຄົມໂລກ, ຈະໄດ້ຮັບໄຊຊະນະໄລຍະສຸດທ້າຍຂອງບັ້ນຕ້ານກັບພະຍາດຄັ້ງນີ້ຢ່າງແນ່ນອນ.

ຂ້າພະເຈົ້າໃຫ້ຄວາມສຳຄັນຢ່າງສູງຕໍ່ການພົວພັນຂອງສອງພັກສອງລັດຈີນ-ລາວ, ຍິນດີຮ່ວມກັບສະຫາຍພະຍາຍາມຮ່ວມກັນ, ຊຸກຍູ້ການຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນທີ່ສຳຄັນຂອງສອງຝ່າຍ, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວໃຫ້ໜັກແໜ້ນ, ເພື່ອສ້າງຜົນປະໂຫຍດໃຫ້ແກ່ສອງປະເທດ ແລະປະຊາຊົນສອງຊາດໃຫ້ຫຼາຍກວ່າເກົ່າ.

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังยืน และสถานที่กลางแจ้ง

ในภาพอาจจะมี หนึ่งคนขึ้นไป, ผู้คนกำลังนั่ง, หน้าจอ และสถานที่ในร่ม

ไม่มีคำอธิบายรูปภาพ

 

ແຫຼ່ງຂ່າວ: CRI

China is ready to strengthen cooperation with Laos in fighting #COVID19 epidemic, Xi Jinping tells President of Laos, Bounnhang Vorachith, in a verbal message xhne.ws/4tfRl

Xinhua News

Comments