News

ທູດລາວ ປະຈຳ ສສ. ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ການນຳແຂວງ ເຊິນລາ ແລະ ແຂວງດ້ຽນບຽນ

ໃນວັນທີ 28 ກໍລະກົດ – 01 ສິງຫາ 2020 ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ. ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ການນຳແຂວຽເຊິນລາ ແລະ ແຂວງດ້ຽນບຽນ ໃນໂອກາດທີ່ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ. ຫວຽດນາມ, ເຊິ່ງໄດ້ຮັບການຕ້ອນຮັບຈາກ ທ່ານ ຟາມວັນຖຸຍ ກຳມະການພັກແຂວງ, ຮອງປະທານຄະນະກຳມະການປະຊາຊົນ ແຂວງເຊິນລາ ແລະ ທ່ານ ມົວອາເຊິນ ຮອງເລຂາຄະນະພັກແຂວງ, ປະທານຄະນະກຳມະການປະຊາຊົນ ແຂວງດ້ຽນບຽນ ທີ່ຫ້ອງວ່າການປົກຄອງແຂວງຂອງແຕ່ລະແຂວງ. ການນຳທັງສອງແຂວງ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມຂອງທ່ານ ເອກອັກຄະລັດຖະທູດ ພ້ອມດ້ວຍຄະນະ, ເຊິ່ງເປັນການຮັດແໜ້ນຄວາມສາມັກຄີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືພິເສດຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ຫວຽດນາມ-ລາວ ກໍ່ຄືການຮ່ວມມື ລະຫວ່າງ ...

Read More »

ຟີລິບປິນ ປະກາດໃຊ້ມາດຕະການຄວບຄຸມໂຄວິດ-19 ຢ່າງເຂັ້ມງວດ

ຕາມ​ແຫ​ລ່ງຂ່າວ​ຈາກ ຟີ​ລິບ​ປິນ,ທ່ານ ​ໂຣດຣີ​ໂກ ດູ​ເຕີ​ເຕ, ປະທານາທິບໍດີ ຟີ​ລິບ​ປິນ ປະກາດ ​ໃຫ້​ນະຄອນຫລວງ ​ມະນິລາ ​ແລະ ​ແຂວງ​ໃກ້​ຄຽງ​ອີກ 4 ​ແຂວງ ກັບ​ມາ​ໃຊ້​ ມາດ​ຕະ​ການ ຄວບ​ຄຸມ ພະ​ຍາດ ​ໂຄ​ວິດ-19 ຢ່າງ​ເຂັ້ມງວດ ​ເປັນ​ໄລຍະ​ເວລາ 14 ວັນ ​​ເລີ່​ມ​ແຕ່​ວັນ​ທີ 4ສິງຫາ​ນີ້ ​ເປັນຕົ້ນ​ໄປ ຫລັງ​ຈາກ ຍອດ​ຜູ້​ຕິດ​ເຊື້ອ​ ໂຄ​ວິດ-19 ​ໃນ​ປະ​ເທດ​ ເພີ່ມ​ຂຶ້ນ​ເກີນ 100.000 ຄົນ. ການ​ອອກ​ຄຳ​ສັ່ງ ​ດັ່ງກ່າວ ມີ​ຂຶ້ນ​ຫລັງ​ຈາກ​ ກະຊວງ​ ສາທາລະນະ​ສຸກ ​ເປີດ​ເຜີຍ ຍອດ​ຜູ້​ຕິດ​ເຊື້ອ ​ລາຍ​ໃໝ່​ ຢູ່​ທີ່ 5.032 ຄົນ ​ເຊິ່ງ​ເປັນ​ສະຖິຕິ ການ​ພົບ​ ຜູ້​ຕິດ​ເຊື້ອ ​ລາຍ​ວັນ​ ສູງ​ທີ່​ສຸດ​ ຂອງ​ປະ​ເທດ ​ໂດຍ​ຜູ້​ຕິດ​ເຊື້ອ ​ກວ່າ​ເຄິ່ງໜຶ່ງ ຫລື 2.737 ຄົນ ຢູ່​ໃນ​ເຂດ ​ເມ​ໂທຣ ມະນິລາ. ແຫຼ່ງຂໍ້ມູນ: “https://www.facebook.com/plugins/post.php?

Read More »

ອາເມລິກາ ພົບໂຣກລະບາດ ຊາລໂມເນລລາ (Salmonella) ລະບາດ 34 ລັັດ…

ໃນຂະນະທີ່ Covid-19 ກຳລັງລະບາດໜັກຢູ່ໃນສະຫະລັດອາເມລິກາ ເຮັດໃຫ້ມີຜູ້ຕິດເຊື້ອ ແລະ ເສຍຊີວິດຈຳນວນຫຼາຍ ເປັນອັນດັບທີ 1 ຂອງໂລກ, ຫຼ້າສຸດ ອາເມລິກາພົບເຊື້ອພະຍາດ ຊາລໂມເນລລາ (Salmonella) ເຊິ່ງເປັນພະຍາດຕິດເຊື້ອຈາກແບັດທີເຣຍ. ສຳນັກງານຄະນະກົມອາຫານ ແລະ ຢາ ຂອງອາເມລິກາກ່າວວ່າ: ພົບຜູ້ຕິດເຊື້ອທີ່ໄດ້ຮັບການຢືນຢັນແລ້ວໃນ 34 ລັດ ໂດຍ ລັດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດໄດ້ແກ່ ລັດໂອເຣກອນ ມີຈຳນວນຜູ້ປ່ວຍ 71 ກໍລະນີ, ຢູທາຫ໌ 61 ກໍລະນີ ແລະ ແຄລິຟໍເນຍ 49 ກໍລະນີ, ໂດຍລວມແລ້ວສະຫະລັດອາເມລິກາມີຜູ້ປ່ວຍເຖິງ 396 ກໍລະນີ ແລະ ຜູ້ປ່ວຍທີ່ຕ້ອງຮັບການຮັກສາຢູ່ໂຮງໝໍມີ 59 ຄົນ. ນອກຈາກອາເມລິກາແລ້ວ ແຄນນາດາຍັງຖືກລູກຫຼົງໄປນຳ ເພາະສຳນັກງານສາທາລະນະສຸກຂອງແຄນນາດາລາຍງານວ່າ: ພົບຜູ້ຕິດເຊື້ອພະຍາດ ຊາລໂມເນລລາ (Salmonella) ຈຳນວນ 114 ກໍລະນີ ແລະ ບໍ່ຕໍ່າກ່ວາ 16 ຄົນ ທີ່ຕ້ອງໄດ້ເຂົ້າຮັບການຮັກສາຢູ່ໂຮງໝໍ. ຈາກການກວດສອບສາເຫດຂອງເຊື້ອພະຍາດພົບວ່າ ຫົວຜັກບົ່ວແດງທີ່ປູກໃນລັດແຄລິຟໍເນຍ ອາດຈະເປັນຕົ້ນເຫດການລະບາດຂອງເຊື້ອພະຍາດດັ່ງກ່າວ ໂດຍ ຕົ້ນທາງມາຈາກ ...

Read More »

ທູຊອນ ຈາກໝາຫຼົງທາງສູ່ພະນັກງານໃໝ່ຂອງ ຮຸນໄດ (Hyundai)

ຈາກວິກິດ Covid-19 ເຮັດໃຫ້ສັດລ້ຽງຖືກປ່ອຍຖິ້ມ ເຊິ່ງໝາໂຕນີ້ກໍເຊັ່ນດຽວກັນ ມັນມີອາຍຸ 1 ປີ ໂດຍມັນຖືກເຈົ້າເອົາມາປ່ອຍໄວ້ຢູ່ຖະໜົນໃນເມືອງເຊີຣາ ປະເທດບຣາຊິວ. ຈາກນັ້ນ ມີພະນັກງານຄົນໜຶ່ງ ຂອງສູນ Show room ລົດ Hyundai ພາໄປໄວ້ສູນ ໂດຍໄດ້ຕັ້ງຊື້ໃໝ່ໃຫ້ວ່າ ທູຊອນ (Tucson) ແລະ ພະນັກງານທຸກຄົນຊ່ວຍກັນລ້ຽງ, ຊື້ເຄື່ອງຫຼິ້ນໃຫ້ ພ້ອມທັງພາໄປພົບສັດຕະວະແພດ ທູຊອນ ປັບຕົວເຂົ້າສູ່ສະພາບແວດລ້ອມພະນັກງານ ແລະ ລູກຄ້າຂອງບໍລິສັດ Hyundai ເປັນຢ່າງດີ, ມັນເຮັດໂຕສຸພາບຮຽບຮ້ອຍ ແລະ ບໍ່ມັກສ້າງບັນຫາ ພ້ອມທັງຍັງສະຫຼາດໃນການຕ້ອນຮັບລູກຄ້າຢ່າງເປັນມິດ ເຮັດໃຫ້ ທູຊອນ ໄດ້ຮັບຄວາມຮັກຈາກທຸກຄົນ ຄວາມພັກດີມີ service mind ແລະ ຄວາມໜ້າຮັກຂອງ ທູຊອນ ເຮັດໃຫ້ຜູ້ຈັດການຕັດສິນໃຈບັນຈຸທູຊອນ ໃຫ້ເປັນພະນັກງານໃມ່ຂອງ Hyundai ພ້ອມທັງເຮັດບັດປະຈຳໂຕພະນັກງານໃຫ້ອີກດ້ວຍ ເຊິ່ງທູຊອນ ເຮັດໜ້າທີ່ໄດ້ທຸກຢ່າງ ທັງພະນັກງານຕ້ອນຮັບ,​ລູກຄ້າສຳພັນ ແລະ ບໍລິການລູກຄ້າຕ່າງໆ ແຫຼ່ງຂໍ້ມູນ: Marketing Oops

Read More »

ຢູເອັນ ເຕືອນໂລກພວມຮັບມືກັບໄພພິບັດດ້ານການສຶກສາ…

ຕາມ​ແຫ​ລ່ງຂ່າວ​ຈາກ ສະຫະປະຊາ​ຊາດ ໃນວັນ​ທີ 4 ສິງຫາ​ນີ້ ທ່ານ ອັນ​ໂຕ​ນີ​ໂອ ກູ​ແຕ​ເຣສ, ​ເລຂາທິການສະຫະ​ປະຊາ​ຊາດ(ສປຊກ່າວ​ເຕືອນ​ວ່າ: ​ໂລກ ພວມຮັບມືກັບ​ໄພພິບັດ​ ດ້ານ​ການ​ສຶກສາຈາກ​ການ​ປິດ​ໂຮງຮຽນ​ ໃນ​ໄລຍະ​ Covid-19 ​ແຜ່​ລະບາດ ​ແລະ ການ​ໃຫ້​ນັກຮຽນ ​ໄດ້​ກັບ​ຄືນ​ສູ່​ ຫ້ອງ​ຮຽນ ​ຢ່າງ​ປອດ​ໄພ ຄື​ສິ່ງ​ທີ່​ສຳຄັນ​ອັນ​ດັບ​ແຖວ​ໜ້າ. ຈົນ​ເຖິງ​​ ກາງເດືອນ​ກໍລະກົດ ມີ​ໂຮງຮຽນ ​ຕ້ອງ​ປິດ​ແລ້ວຈຳນວນ 160 ກວ່າ​ປະ​ເທດ ສົ່ງ​ຜົນ​ກະທົບຕໍ່​ນັກຮຽນ​ຫລາຍ​ກວ່າ 1.000 ລ້ານ​ຄົນ ໃນຂະນະ​ທີ່ ​ເດັກນ້ອຍບໍ່ຕໍ່າກ່ວາ 40 ລ້ານ​ຄົນ​ ຍັງບໍ່​ໄດ້​ເຂົ້າຮຽນ ​ໃນ​ຊັ້ນກ່ອນ​ໄວ​ຮຽນ. ຕົວ​ເລກ​ດັ່ງກ່າວ​ ບໍ່​ໄດ້​ລວມ​ເດັກ​ອີກ 250 ລ້ານ​ກວ່າ​ຄົນ ທີ່​ບໍ່​ໄດ້​ຮຽນຢູ່ກ່ອນ​ແລ້ວ ຕັ້ງ​ແຕ່​ກ່ອນ ຈະ​ເກີດ​ການລະບາດ ​Covid-19 ​ແລະ ມີ​ນັກຮຽນລະດັບ​ມັດທະຍົມ​ໃນ​ປະ​ເທດ​ ພວມ​ພັດທະນາ​ພຽງ 1/4 ​ເທົ່າ​ນັ້ນ ທີ່​ໄດ້​ຮຽນ​ຈົບມີທັກ​ສະພື້ນຖານ ກ່ອນ​ອອກ​ຈາກ​ໂຮງຮຽນ. ທ່ານ ​ເລຂາທິການ ສປຊ ກ່າວ​ຕື່ມ​ວ່າ: ​ໂລກ​ພວມ​ພົບ​ກັບ​ໄພພິບັດ​ໃຫຍ່ ​ທີ່​ອາດ​ທຳລາຍ​ຂີດ​ຄວາມ​ສາມາດ ​ຂອງ​ມະນຸດ ​ເປັນ​ບ່ອນ​ທຳລາຍ​ຄວາມ​ກ້າວໜ້າ​ໄປ​ຫລາຍ​ສິບ​ປີ ​ແລະ ...

Read More »

ທ່ານຮູ້ແລ້ວບໍ? ພະຍາດຖອກທ້ອງຊໍາເຮື້ອ ເປັນສາເຫດໜຶ່ງທີ່ເຮັດໃຫ້ເດັກນ້ອຍລາວເຕ້ຍ…

ອົງການອຸຍນິເຊັບ ມີຄວາມກັງວົນກ່ຽວກັບເຂດຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ ທີ່ມີເດັກນ້ອຍຫຼາຍຄົນເປັນພະຍາດຖອກທ້ອງຊໍາເຮື້ອ, ເຊິ່ງເປັນສາເຫດທີ່ພາໃຫ້ເດັກນ້ອຍລາວເຕ້ຍ. ທ່ານ ນາງ ບີອາເຕ ດັດສະເຕລ ຮັກສາການຜູ້ຕາງໜ້າອົງການອຸຍນີເຊັບ ປະຈຳ ສປປ ລາວ ໄດ້ເຂົ້າໃນພິທີປະກາດ ແຂວງ ບໍລິຄຳໄຊ, ເປັນແຂວງຢຸດຕິການຖ່າຍຊະຊາຍ ທີ່ໄດ້ຈັດຂື້ນເມື່ອບໍ່ດົນມານີ້ວ່າ:​ ການສິ້ນສຸດການຖ່າຍຊະຊາຍ ແມ່ນບາດກ້າວທຳອິດ ຂອງການກ້າວໄປສູ່ການມີສຸຂະອະນາໄມຮອບດ້ານ ແລະ ອົງການອຸຍນີເຊັບ ມີຄວາມພາກພູມໃຈທີ່ໄດ້ເປັນສ່ວນໜຶ່ງຂອງພາລະກິດນີ້, ໂດຍມີຊຸມຊົນເປັນເຈົ້າການ ແລະ ອຳນາດການປົກຄອງແຂວງບໍລິຄຳໄຊ ໃຫ້ການສະນັບສະໜູນ. ຫຼັງຈາກທີ່ມີການປະກາດ ທີ່ມີຄວາມໝາຍໃນຄັ້ງນີ້, ພວກເຮົາຈະຕ້ອງສືບຈັດຕັ້ງການປະຕິບັດວຽກສຸຂະອະນາໄມ ແລະ ຮັກສາສະຖານະພາບຢຸດຕິການຖ່າຍຊະຊາຍນີ້, ເຊິ່ງຈະຊ່ວຍໃຫ້ແຂວງບັນລຸເປົ້າໝາຍສຸຂະອະນາໄມຮອບດ້ານ ໂດຍທຸກຄອບຄົວມີ ແລະ ນຳໃຊ້ວິດຖ່າຍຂອງຕົນເອງ, ເຖິງຢ່າງໃດກໍຕາມ, ປັດຈຸບັນຍັງມີຫຼາຍແຫຼ່ງຂອງ ສ ປປ ລາວ ທີ່ມີບັນຫາເລື່ອງສຸຂາອະນາໄມ ເຊິ່ງຜົນສຳຫຼວດດັດຊະນີໝາຍສັງຄົມ-II ຊີ້ໃຫ້ເຫັນວ່າ 1,5 ລ້ານຄົນ ໃນ ສປປ ລາວ ຍັງຖ່າຍຊະຊາຍ. ທ່ານ ນາງ ບີອາເຕ ໄດ້ກ່າວຕື່ມອີກວ່າ: ນອກນັ້ນ ອົງການອຸຍນີເຊັບ ຍັງຫ່ວງກ່ຽວກັບເດັກນ້ອຍ ທີ່ເປັນພະຍາດຖອກທ້ອງຊຳເຮື້ອ ...

Read More »

ສາຍການບິນ Delta ໄດ້ເຊີນຜູ້ໂດຍສານລົງຈາກຍົນ ເພາະບໍ່ຍອມສວມໃຊ້ໜ້າກາກ

ສາຍການບິນ Delta ໄດ້ເຊີນຜູ້ໂດຍສານລົງຈາກຍົນ ເພາະບໍ່ຍອມສວມໃຊ້ໜ້າກາກ ແລະ ຖືກຫ້າມເດີນທາງກັບສາຍການບິນໃນອານາເຂດ. ຂ່າວຕ່າງປະເທດລາຍງານເມື່ອວັນທີ 2 ສິງຫາ 2020 ວ່າ ສາຍການບິນ Delta ສາຍການບິນໃນສະຫະລັດອາເມລິກາອອກມາຖະແຫລ່ງຂ່າວປະເດັນທີ່ເກີດຂຶ້ນກັບທ່ຽວບິນ 1227 ເດີນທາງຈາກເມືອງ ດີທອຍ ໄປຍັງ ເມືອງ ແອດແລນຕາ ໃນສະຫະລັດ ເມື່ອວັນທີ 23 ກໍລະກົດ ທີ່ຜ່ານມາ ໂດຍໄດ້ລະບຸວ່າ: ທ່ຽວບິນດັ່ງກ່າວຂຶ້ນບິນຊ້າເລັກນ້ອຍ ເນື່ອງຈາກພົບຜູ້ໂດຍສານ 2 ຄົນບໍ່ສວມໃສ່ໜ້າກາກ ເຊິ່ງເປັນການບໍ່ປະຕິບັດຕາມຂໍ້ກຳນົດຂອງລູກເຮືອ ຈື່ງຕັດສິນໃຈນຳເຮືອບິນກັບເພື່ອເຊີນຜູ້ໂດຍສານທັງ 2 ຄົນລົງຈາກເຮືອບິນ. ທີ່​ມາ : BuzzFeed News

Read More »

ໂຕໂຢຕ້າ ເປີດຕົວລົດກະບະ ໄຮລັກສ ຣີໂວ້ ລຸ້ນໃໝ່ ພ້ອມຄຳນິຍາມ “ປຸກພະລັງໃນຕົວທ່ານ ສູ່ເປົ້າໝາຍທີ່ເໜືອກວ່າ”

ໂຕໂຢຕ້າ ໄດ້ຈັດງານເປີດຕົວລົດກະບະອະເນກປະສົງ ໄຮລັກສ ຣີໂວ້ (Hilux Revo) ລຸ້ນໃໝ່ລ່າສຸດ ໃນວັນທີ 31 ກໍລະກົດ 2020 ທີ່ຜ່ານມາ ທີ່ຫ້ອງຂາຍ ໂຕໂຢຕ້າ ສາຂາທົ່ງຂັນຄຳ ໂດຍເປັນການຈັດງານ ເປີດຕົວລົດຮູບແບບໃໝ່ ຜ່ານທາງສື່ສັງຄົມອອນລາຍ. ທ່ານ ມາຊາອາກິ ຄາວາບາຕະ, ອຳນວຍການຂອງ ບໍລິສັດ ໂຕໂຢຕ້າ ລາວ ຈຳກັດ. ກ່າວວ່າ “ກ່ອນອື່ນໝົດ, ຕາງໜ້າໃຫ້ບໍລິສັດ ໂຕໂຢຕ້າລາວ, ຂ້າພະເຈົ້າຂໍສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທຸກໆພາກສ່ວນທີ່ກ່ຽວຂ້ອງໂດຍສະເພາະແມ່ນລັດຖະບານລາວທີ່ມີການນຳພາຢ່າງເດັດດ່ຽວ, ພະນັກງານແພດທີ່ເຮັດວຽກ ໃນການປິ່ນປົວ,ບັນດາສື່ມວນຊົນສຳລັບ ວຽກງານການເຜີຍແຜ່ຂໍ້ມູນທີ່ເປັນປະໂຫຍດ ແລະ ຖືກຕ້ອງ ແລະ ຄົນລາວໝົດທຸກຄົນທີ່ຮ່ວມກັນປະກອບສ່ວນ ເຂົ້າໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດ ຂອງເຊື້ອພະຍາດ ໂຄວິດ-19 ໄດ້ຢ່າງວ່ອງໄວ ແລະ ມີປະສິດທິພາບ. ເຖິງຢ່າງໃດກໍ່ຕາມ, ເມື່ອຄຳນຶງ ເຖິງສະພາບການໃນປັດຈຸບັນ, ພວກເຮົາກໍຍັງຈຳເປັນທີ່ຈະຕ້ອງຮັກສາ ຄວາມລະມັດລະວັງຢ່າງຮອບຄອບ ເພື່ອຫຼີກລ່ຽງ ບໍ່ໃຫ້ມີການແຜ່ລະບາດເກີດຂຶ້ນໃໝ່ອີກ. ດ້ວຍເຫດນີ້, ບໍລິສັດ ໂຕໂຢຕ້າ ລາວ ຈຶ່ງຕັດສິນໃຈຈັດງານ ເປີດຕົວລົດ ໂຕໂຢຕ້າ ...

Read More »

ຮ້ານເຄື່ອງສໍາອາງເກົາຫຼີໃຕ້ມີຄວາມຄິດໃຫ້ລູກຄ້າລອງສິນຄ້າຜ່ານ ‘ແວ່ນ AR’ ສ້າງປະສົບການຊື້ເຄື່ອງຍຸກ Touchless

ໃນສະຖານະການແບບນີ້ການຈະຢິບຈັບ ຫຼື ສໍາຜັດຫຍັງກໍຕ້ອງລະມັດລະວັງເປັນພິເສດດັ່ງນັ້ນເພື່ອແກ້ໂຈດນີ້ທາງຮ້ານເຄື່ອງສໍາອາງຂອງເກົາລີໃຕ້ແຫ່ງໜຶ່ງໃນກຸງໂຊຢ່າງຮ້ານ Amorepacific ຈຶງເກີດໄອເດຍນໍາເທດໂນໂລຍີ AR (Augmented reality) ມາຕິດຕັ້ງໃນແວ່ນໃຫ້ລູກຄ້າໄດ້ລອງສິນຄ້າແບບບໍ່ຈໍາເປັນຕ້ອງນໍາມາສໍາຜັດກັບໃບໜ້າຂອງຕົນເອງ. ແວ່ນ AR ນີ້ຈະຊ່ວຍໃຫ້ເລືອກເຄື່ອງສໍາອາງໄດ້ຈາກຈໍແວ່ນໂດຍຈະຖ່າຍໃບໜ້າຂອງລູກຄ້າ ແລະ ວິເຄາະແນະນໍາສິນຄ້າທີ່ມີພື້ນຖານມາຈາກຜິວ ແລະ ລະບຸຕໍາແໜ່ງຂອງຮອຍຕ່າງໆທັງຮອຍສິວ, ຮອບຫ່ຽວ ຫຼື ຮອບຄໍ້າ ຈາກນັ້ນຈະສະແດງພາບຈໍາລອງຕົວຈິງໃຫ້ລູກຄ້າສາມາດເຫັນພາບໄດ້ວ່າເມື່ອລູກຄ້າໃຊ້ສິນຄ້າທີ່ເລືອກແລະຈະເປັນແນວໃດ ເໝາະກັບລູກຄ້າ ຫຼື ບໍ່ ແມ້ລູກຄ້າໃສໜ້າກາກໄວ້ກໍຕາມ. GLENDALE, CA – SEPTEMBER 28: A view of the atmosphere at ‘Riley Rose celebrates store opening at Glendale Galleria with Jordyn Woods’ on September 28, 2017 in Glendale, California. (Photo by Emma McIntyre/Getty Images for Riley ...

Read More »

ສະມາຄົມ ຜູ້ປະກອບການ LAOSME ເປີດກອງປະຊຸມໃຫຍ່ ຄັ້ງທີ 1 ພ້ອມຄັດເລືອກ…

ສະມາຄົມ ຜູ້ປະກອບການ LAOSME ເປີດກອງປະຊຸມໃຫຍ່ ຄັ້ງທີ I ພ້ອມຄັດເລືອກຄະນະບໍລິຫານງານຂອງສະມາຄົມ ໃນວັນທີ 1 ເດືອນ ສິງຫາ 2020. ສະມາຄົມສົ່ງເສີມຜູ້ປະກອບການ ວິສາຫະກິດ ຂະໜາດນ້ອຍ ແລະ ກາງຂອງລາວ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ I ຂື້ນ ທີ່ຫ້ອງປະຊຸມໃຫຍ່ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ. ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 57 ທ່ານ ຍິງ 17 ທ່ານ, ເປັນກຽດເຂົ້າຮ່ວມໃນງານມີທ່ານ ບຸນເຖິງ ດວງສະຫວັນ ຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງ ອຸດສາຫະກຳ ແລະ ການຄ້າ, ທ່ານ ວາລະໄຊ ເລັ່ງສະຫວັດ, ຫົວໜ້າກົມ ການຄ້າພາຍໃນ, ກະຊວງ ອຸດສາຫະກຳ ແລະ ການຄ້າ, ທ່ານ ແສງອາລຸນ ຍົດລືໄຊ, ຮອງຫົວໜ້າກົມ ພັດທະນາ ແລະ ບໍລິຫານລັດ, ກະຊວງພາຍໃນ, ທ່ານ ນາງ ຈັນທະຈອນ ວົງໄຊ, ...

Read More »