ກະຊວງພະລັງງານ ແລະ ບໍ່ແຮ່ ແຈ້ງໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ຢູ່ ບັນດາເທດສະບານແຂວງ, ນະຄອນຫຼວງ, ເທດສະບານເມືອງ ແລະ ນະຄອນ ມີໄຟຟ້າໃຊ້ 100%,

ຈໍານວນ ບ້ານທີ່ໄຟຟ້າເຂົ້າເຖິງກວມ 93% ແລະ ຈໍານວນຄອບຄົວໃນທົ່ວປະເທດທີ່ໄດ້ໃຊ້ໄຟ ຟ້າແບບຖາວອນແລ້ວ ກວມ 95%.ປັດຈຸບັນນີ້, ສປປ ລາວ ມີແຫຼ່ງຜະລິດໄຟຟ້າແລ້ວ 78 ແຫ່ງ, ມີ ກໍາລັງຕິດຕັ້ງທັງຫມົດ 9.972 ເມັກກາວັດ, ສາມາດຜະລິດ ພະລັງງານໄຟຟ້າໄດ້ເຖິງ 52.211 ລ້ານ ກິໂລວັດໂມງຕໍ່ປີ.

ນອກຈາກນີ້, ຍັງມີໂຄງການໄຟຟ້າຖ່ານຫິນ 1 (ຫົງສາ), ໂຄງການພະລັງງານ ໄຟຟ້າຊີວະມວນ 4 ແຫ່ງ ແລະ ໂຄງການໄຟຟ້າແສງຕາວັນລວມ 6 ແຫ່ງ. ຄຽງຄູ່ກັນນີ້, ການພັດທະນາລະບົບສາຍສົ່ງກໍ່ໄດ້ດໍາເນີນໄປ ຢ່າງແຂງແຮງ, ມາຮອດປັດຈຸບັນນີ້ ທົ່ວປະເທດ ມີລະບົບສາຍສົ່ງແຮງ ສູງ, ແຮງກາງ ແລະ ແຮງຕໍ່າ) ຍາວທັງຫມົດ 65.563 ກວ່າ ກິໂລແມັດ, ມີສະຖານີຈ່າຍໄຟຟ້າ 74 ແຫ່ງ.
ແຫຼ່ງຂໍ້ມູນ: ວຽງຈັນທາຍ