ຮ່ວມກັນກຳນົດແນວທາງ ໃນການຈັດຕັ້ງປະຕິບັດແຜນດຳເນີນງານສຳລັບປະເທດດ້ອຍພັດທະນາ…

ໃນຕອນແລງຂອງວັນທີ 17 ກັນຍາ 2020, ທີ່ ກະຊວງການຕ່າງປະເທດ ໄດ້ມີກອງປະຊຸມທາງໄກ ຂອງ ກຸ່ມປະເທດດ້ອຍພັດທະນາ ປະຈຳປີ 2020 (The Annual 2020 High-Level Meeting of the Ministers of Foreign Affairs of the Least Developed Countries), ໂດຍ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ພ້ອມດ້ວຍຄະນະ ໄດ້ຕາງໜ້າໃຫ້ລັດຖະບານ ເຂົ້າຮ່ວມກອງປະຊຸມ ໂດຍມີປະເທດຕ່າງໆເຂົ້າຮ່ວມ 47 ປະເທດ.

ກອງປະຊຸມດັ່ງກ່າວແມ່ນ ກອງປະຊຸມສະມັດຊາໃຫຍ່ ອົງການ ສປຊ ຊຶ່ງເປັນເວທີໃຫ້ແກ່ ບັນດາລັດຖະມົນຕີຕ່າງປະເທດ ຂອງ ກຸ່ມປະເທດດ້ອຍພັດທະນາ (LDCs) ລວມທັງຜູ້ຕາງໜ້າຈາກ ບັນດາປະເທດຄູ່ຮ່ວມພັດທະນາ, ອົງການເຄືອຂ່າຍ ສປຊ ແລະ ອົງການຈັດຕັ້ງສາກົນອື່ນໆທີ່ກ່ຽວຂ້ອງ ເພື່ອມາຮ່ວມກັນປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນກ່ຽວກັບ ບັນຫາທີ່ພົ້ນເດັ່ນຕ່າງໆ ແລະ ຮ່ວມກັນກຳນົດແນວທາງ ໃນການຈັດຕັ້ງປະຕິບັດແຜນດຳເນີນງານ ອິສຕັນບູລ (Istanbul Programme of Action – IPoA) ສຳລັບປະເທດດ້ອຍພັດທະນາ ຂອງອົງການ ສປຊ.ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ກໍ່ໄດ້ສະແດງໃຫ້ເຫັນເຖິງຄວາມຕັ້ງໜ້າຂອງ ສປປ ລາວ ໃນການຕັ້ງປະຕິບັດແຜນດຳເນີນງານ IPoA ລວມທັງຍົກໃຫ້ເຫັນບັນດາຜົນສຳເລັດ ແລະ ສິ່ງທ້າທາຍຕ່າງໆ ໃນໄລຍະຜ່ານມາ.

ພ້ອມກັນນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນເຖິງ ຜົນກະທົບທີ່ມາຈາກການລະບາດຂອງ ພະຍາດໂຄວິດ-19 ໂດຍສະເພາະທີ່ຕິດພັນກັບຂົງເຂດເສດຖະກິດ-ສັງຄົມ ເປັນຕົ້ນແມ່ນ ດ້ານການທ່ອງທ່ຽວ, ການລົງທຶນ ແລະ ການຄ້າ ຊຶ່ງນຳໄປສູ່ການສູນເສຍລາຍຮັບຢ່າງຫຼວງຫຼາຍສຳລັບປະເທດ ລວມໄປເຖິງຜົນກະທົບໄລຍະຍາວຕໍ່ກັບຊີວິດການເປັນຢູ່ຂອງປະຊາຊົນໃນຫຼາຍມິຕິ. ສະນັ້ນ, ໃນທ່າມກາງສະພາບການດັ່ງກ່າວ ສປປ ລາວ ຈຶ່ງໄດ້ຮຽກຮ້ອງໃຫ້ບັນດາປະເທດຄູ່ຮ່ວມພັດທະນາ, ອົງການເຄືອຂ່າຍ ສປຊ ແລະ ສະຖາບັນການເງິນສາກົນຕ່າງໆ ສືບຕໍ່ສະໜັບສະໜູນຊ່ວຍເຫຼືອບັນດາປະເທດດ້ອຍພັດທະນາ ເປັນຕົ້ນແມ່ນໃນຮູບແບບຂອງ ການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ຊຶ່ງມີຄວາມສຳຄັນຢ່າງຍິ່ງ ປະກອບສ່ວນເຂົ້າໃນການສ້າງນະໂຍບາຍໄລຍະສັ້ນ-ກາງ-ຍາວ ເພື່ອຮັບປະກັນວ່າ ປະຊາຊົນ, ຄົວເຮືອນ ແລະ ບັນດາທຸລະກິດທີ່ໄດ້ຮັບຜົນກະທົບອັນໜັກໜ່ວງ ສາມາດໄດ້ຮັບການສະໜັບສະໜູນທີ່ຈຳເປັນ.

ນອກຈາກນັ້ນ, ຄະນະຜູ້ແທນ ສປປ ລາວ ກໍ່ໄດ້ແຈ້ງໃຫ້ຊາບກ່ຽວກັບ ຄວາມຄືບໜ້າໃນຂະບວນການຫຼຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ ຂອງປະເທດ ຊຶ່ງອົງການ ສປຊ ຈະມີການປະເມີນ ສປປ ລາວ ເປັນຮອບທີສອງ ໃນຕົ້ນປີ 2021 ໂດຍຄາດວ່າ ສປປ ລາວ ຈະສາມາດຜ່ານເກີນການປະເມີນ ເພື່ອຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໄດ້ຢ່າງໜ້ອຍ 2 ໃນ 3 ເກນ ຫຼື ອາດຈະຜ່ານທັງໝົດ 3 ເກນ ແລະ ຈະກ້າວເຂົ້າສູ່ໄລຍະຂ້າມຜ່ານໃນຕໍ່ໜ້າ. ເຖິງແນວໃດກໍ່ຕາມ, ອີງໃສ່ສະພາບການລະບາດຂອງ ພະຍາດໂຄວິດ-19 ໃນປັດຈຸບັນ ສປປ ລາວ ອາດມີການພິຈາລະນາຂັ້ນຕອນໃນການຫຼຸດພົ້ນຄືນໃໝ່ ເພື່ອຮັບປະກັນໃຫ້ແກ່ການຫຼຸດພົ້ນດັ່ງກ່າວ ມີຄຸນະພາບ ແລະ ມີລັກສະນະຍືນຍົງ.

ແຫຼ່ງຂໍ້ມູນ: ກະຊວງການຕ່າງປະເທດ

Comments