ກົມອຸຕຸເຕືອນ…!!! ຝົນຍັງຈະສືບຕໍ່ຕົກເລື້ອຍໆ….

ອຸຕຸແຈ້ງ ຈະມີຝົນຕົກຕະຫຼອດທິດ ນັບຕັ້ງແຕ່ໄລຍະວັນທີ 21-27 ກັນຍາ ຍັງຈະມີຝົນຕົກສືບຕໍ່ຕົກໃນແຕ່ລະພາກທົ່ວປະເທດ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ຄາດຄະເນສະພາບອາກາດ ໃນໄລຍະວັນທີ 21 ຫາ 27 ກັນຍາ 2020 ວ່າ:

ໃນໄລຍະວັນທີ 21 ຫາ 22 ກັນຍາ 2020 ຮ່ອງຄວາມກົດດັນອາກາດຕ່ໍາຈະພາດຜ່ານຢູ່ແຂວງພາກເຫນືອດ້ານຕາເວັນຕົກ ແລະ ພາກກາງຂອງປະເທດລາວ, ພ້ອມດຽວກັນລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບປານກາງຢູ່ບາງທ້ອງຖິ່ນໃນແຕ່ລະພາກ

ຈາກນັ້ນວັນທີ 23 ຫາ 27 ກັນຍາ 2020 ຄວາມກົດດັນອາກາດສູງທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ແຂວງເຫນືອຂອງປະເທດລາວ,

ສ່ວນພາກກາງ ແລະ ພາກໃຕ້ປົກຄຸມດ້ວຍຄວາມກົດດັນອາກາດຕໍ່າ, ຊຶ່ງລັກສະນະເຊັ່ນນີ້ຈະເຮັດໃຫ້ອາກາດເຢັນໃນຕອນເຊົ້າຢູ່ແຂວງພາກ ເຫນືອ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍໃນແຕ່ລະພາກ

ແລະ ຕົກປານກາງ ຫາຕົກຫນັກຢູ່ບາງທ້ອງຖີ່ນ ແຂວງພາກເຫນືອດ້ານຕາເວັນຕົກ ແລະ ພາກໃຕ້ ພ້ອມມີລົມພັດແຮງເປັນບາງໂອກາດ

Comments