ປກສ ແລະ IOM ຮ່ວມມືກັນໃນການຮັບຄວາມສ່ຽງຈາກໂຄວິດ 19 ….

ອົງການຈັດຕັ້ງເພື່ອການເຄື່ອນຍ້າຍຖິ່ນຖານ International Orgenization for Migration (IOM) ແລະ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຮ່ວມມືກັນພາຍໃຕ້ໂຄງການ “ກຽມຄວາມພ້ອມໃນການຮັບມືກັບຄວາມສ່ຽງຈາກໂຄວິດ-19 ຢູ່ດ່ານຊາຍແດນ ແລະ ສະໜາມບິນສາກົນຢູ່ ສປປ ລາວ” ຊຶ່ງອົງການ IOM ໄດ້ໃຫ້ການສະໜັບສະໜູນດ້ານອຸປະກອນ ແລະ ງົບປະມານ

ເປົ້າໝາຍທັງໝົດນີ້ ເພື່ອສະໜັບສະໜູນລັດຖະບານລາວ ໃນການບໍລິຫານດ່ານ, ຄຸ້ມຄອງແຮງງານເຄື່ອນຍ້າຍຜ່ານດ່ານ ແລະ ຊ່ວຍເຫຼືອປະຊາຊົນທີ່ມີຄວາມສ່ຽງ, ໄລຍະໃນການຮ່ວມມືແມ່ນ 6 ເດືອນ ຊຶ່ງຈະມີການຊ່ວຍໃນການພັດທະນາມາດຕະຖານຂັ້ນຕອນການດຳເນີນງານ ແລະ ຈັດເຝິກອົບຮົມ ເພື່ອສ້າງຂີດຄວາມສາມາດໃຫ້ແກ່ເຈົ້າໜ້າທີ່ປະຈຳຊາຍແດນ ແລະສະໜາມບິນສາກົນຢູ່ 10 ດ່ານ ເພື່ອກຽມຄວາມພ້ອມໃນການຮັບມືກັບພະຍາດໂຄວິດ-19 ຢູ່ ສປປ ລາວ

ພິທີເຊັນສັນຍາຮ່ວມມືດັ່ງກ່າວໄດ້ຈັດຂຶ້ນເມືອບໍ່ດົນມານີ້ ຢູ່ນະຄອນຫຼວງວຽງຈັນ ລະຫວ່າງຫົວໜ້າກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ (ຕມ) ກົມໃຫຍ່ສັນຕິບານ ກະຊວງ ປກສ ທ່ານພັນເອກ ສາຍສະໝິງ ສີວິໄລ ແລະ ຮັກສາການຫົວໜ້າຫ້ອງການອົງການ IOM ປະຈຳລາວ ທ່ານ ນາງ ຊີນ່າແວນ ແບມເມວ ໂຟກເນີ ໂດຍການເຂົ້າຮ່ວມຂອງ ຮອງລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ທ່ານ ພົນຕີ ກົງທອງ ພົງວິຈິດ.

ແຫຼ່ງຂໍ້ມູນ: ວຽງຈັນທາຍ

Comments