ຊຽງໝ້ຽງສ້າງທັກສະ ໃຫ້ນັກຮຽນ-ໄວໜຸ່ມ ດ້ານເຕັກໂນໂລຊີ ດີຈີຕອນ…

ທ້າຍອາທິດຜ່ານມາ ທີ່ນະຄອນຫລວງວຽງຈັນ ສະມາຄົມຊຽງໝ້ຽງ ຮ່ວມກັບສະຖານ ທູດສະຫະລັດອາເມລິກາ ປະຈໍາ ສປປ ລາວ ເປີດໂຄງການ “ສ້າງທັກສະດ້ານເຕັກໂນໂລຊີ ດີຈີຕອນ ແລະ ການເປັນຜູ້ປະກອບການຂອງໄວໜຸ່ມ” ທີ່ໂຮງຮຽນມັດທະຍົມສົມບູນວຽງຈັນ (ມສວຽງຈັນ) ເພື່ອຊຸກຍູ້ສົ່ງເສີມທັກສະໃຫ້ນັກຮຽນ-ໄວໜຸ່ມ ທີ່ມີແນວຄວາມຄິດສ້າງສັນທາງດ້ານເຕັກໂນໂລຊີ, ທັງມີພັດທະນາຄວາມສາມາດ ແລະ ປະດິດນະວັດຕະກຳໃໝ່ ໃຫ້ແກ່ຊາວໜຸ່ມລາວ ກໍຄື ນັກຮຽນ-ໄວໜຸ່ມ, ສ້າງໃຫ້ໄວໜຸ່ມມີຈິດສໍານຶກ ແລະ ເປັນເຈົ້າການໃນການຊ່ວຍເຫລືອສ້າງແຮງບັນດານໃຈໃຫ້ຜູ້ອື່ນ ແລະ ຈຸດປະກາຍການປ່ຽນແປງໃນສັງຄົມ.

ນັກຮຽນທີ່ເຂົ້າຮ່ວມໂຄງການດັ່ງກ່າວ, ແມ່ນຈະໄດ້ຮຽນຮູ້ຜ່ານບັນດາກິດຈະກຳຕ່າງໆ ກ່ຽວກັບເຕັກໂນໂລຊີ ເຊັ່ນ: ຫລັກສູດການຂຽນໂຄດ (Coding Courses), ຊຶ່ງເປັນຫລັກສູດການປ້ອນລະຫັດສຳຫລັບນັກຮຽນໃນລະດັບປະຖົມສຶກສາ ແລະ ມັດທະຍົມສຶກສາ ເພື່ອເສີມສ້າງທັກສະໃນການຄິດຄຳນວນ ກັບຜູ້ຊ່ວຍຮາດແວ, ຫລັກສູດການປະດິດ ຫລື ຮຽນຮູ້ເຕັກໂນໂລຊີແບບຕໍ່ເນື່ອງ (Hac kathon) ເປັນກິດຈະກຳຫລາຍແບບ ເພື່ອຊ່ວຍໃຫ້ນັກຮຽນໄດ້ຮຽນຮູ້ກ່ຽວກັບທັກສະພື້ນຖານໃນການແກ້ໄຂບັນຫາ ໂດຍນຳໃຊ້ເຕັກໂນໂລຊີພາຍໃນໄລຍະເວລາທີ່ກຳນົດ, ການສໍາມະນາ (Seminars) ເປັນກິດຈະກຳເພື່ອເປັນການເປີດໂອກາດ ໃຫ້ນັກຮຽນໄດ້ຮຽນຮູ້ ແລະ ຖອດຖອນບົດຮຽນຈາກຜູ້ທີ່ມີຄວາມຊ່ຽວຊານທາງດ້ານເຕັກໂນໂລຊີໃນລາວ.

ພ້ອມກັນນັ້ນ, ຍັງຈະເປັນໂອກາດດີ ຂອງນັກຮຽນທີ່ຈະໄດ້ມີການແລກປ່ຽນທາງດ້ານທິດສະດີ ແລະ ການປະຕິບັດຕົວຈິງກັບອາສາສະໝັກ. ໂຄງການດັ່ງກ່າວ, ຈະຈັດກິດຈະກຳໃນວັນເສົາ-ອາທິດ ໃນລະຫວ່າງເດືອນກັນຍາ-ເດືອນພະ ຈິກ 2020. ດັ່ງນັ້ນ, ໂຄງການມີຄວາມຍິນດີເຊີນຊວນນ້ອງນັກຮຽນ ມ5-ມ6 ທີ່ມີຄວາມມັກຮັກ ແລະ ຢາກຮຽນຮູ້ ກ່ຽວກັບເຕັກໂນໂລຊີເຂົ້າຮ່ວມໃນໂຄງການ ໂດຍສາມາດຈັບກຸ່ມ 5 ຄົນຕໍ່ກຸ່ມ. ຊຽງໝ້ຽງແມ່ນກຸ່ມສະມາຄົມອາສາສະໝັກທາງດ້ານເຕັກໂນໂລຊີ ທີ່ໄດ້ມີການລວມຕົວກັນໂດຍໄວໜຸ່ມຂອງຜູ້ມັກຮັກດ້ານເຕັກໂນໂລຊີ ໂດຍສ້າງຂຶ້ນເພື່ອສົ່ງເສີມທັກສະໃຫ້ນັກຮຽນ-ໄວໜຸ່ມ ທີ່ມີຄວາມຄິດສ້າງສັນທາງດ້ານເຕັກໂນໂລຊີ ໂດຍສະເພາະແມ່ນນັກຮຽນໃນລະດັບມັດທະຍົມຕອນປາຍເປັນຕົ້ນຕໍ.ຂໍ້ມູນຈາກຫນັງສືພິມວິທະຍາສາດ.

ແຫຼ່ງຂໍ້ມູນ: ຂປລ

Comments