ນັກສຶກສາຮຽນຈົບຈາກ ສສ ຫວຽດນາມ ນັບຕັ້ງແຕ່ປີ 2011 ປະມານ 3,000 ຄົນ……….

ກະຊວງສຶກສາທິການ ແລະ ກິລາ ໄດ້ລາຍວ່າ: ສະເພາະຈຳນວນນັກສຶກສາລາວຮຽນຢູ່ ສສ ຫວຽດນາມໄລຍະ 2011-2020 (ບໍ່ລວມຂົງເຂດ ປກຊ-ປກສ) ປີ 2011 ຈໍານວນ 254 ທຶນ, ປີ 2012 ຈໍານວນ 255 ທຶນ, ປີ 2013 ຈຳນວນ 373 ທຶນ, ປີ 2014 ຈໍານວນ 343 ທຶນ, ປີ 2015 ຈໍານວນ 450 ທຶນ, ປີ 2016 ຈໍານວນ 526 ທຶນ, ປີ 2017 ຈຳນວນ 544 ທຶນ, ປີ 2018 ຈໍານວນ 523 ທຶນ, ປີ 2019 ຈໍານວນ 535 ທຶນ, ປີ 2020 ຈໍານວນ 413 ທຶນ. ນັບແຕ່ປີ 2013 ເປັນຕົ້ນມາ ຝ່າຍລາວເປັນເຈົ້າການຄັດເລືອກນັກສຶກສາໄປຮຽນຫວຽດນາມ ໂດຍຄັດເລືອກເອົານັກສຶກສາປີທີໜຶ່ງທີ່ຮຽນຢູ່ 5 ມະຫາວິທະຍາໄລ ໂດຍອີງຕາມຄະແນນເສັງຈົບສາມັນ ແລະ ຄະແນນພາກຮຽນ 1 ຂອງມະຫາວິທະຍາໄລ. ຫຼັງຈາກຄັດເລືອກແລ້ວ ນັກສຶກສາຈະຕ້ອງໄດ້ກຽມພາສາຫວຽດນາມຢູ່ລາວ 4 ເດືອນ ກ່ອນທີ່ຈະກຽມຢູ່ຫວຽດນາມອີກ 1 ປີ.

ນັກສຶກສາຫວຽດນາມ ຍາດໄດ້ຜົນງານສູງໃນການສອບເສັງ Olympic ວິຊາຟີຊິກສາດສາກົນ

ສະນັ້ນ, ໂດຍພື້ນຖານນັກສຶກສາທີ່ໄປຮຽນໃນທຶນລັດຖະບານຈະມີຜົນການຮຽນທີ່ຂ້ອນຂ້າງດີທຽບໃສ່ໄລຍະກ່ອນປີ 2013 ທີ່ບໍ່ໄດ້ຜ່ານການກຽມພາສາຫວຽດນາມຢູ່ລາວ. ຕາມຜົນການສຳຫຼວດໃຫ້ຮູ້ວ່າ ນັກສຶກສາທີ່ໄປຮຽນທຶນລັດຖະບານ 20% ຜົນການຮຽນປານກາງຫາເກັ່ງ, 70% ປານກາງ ແລະ 5% ຫາ 10% ປະເພດອ່ອນ ແລະ ມີອັດຕາສ່ວນຮຽນຈົບ 97%. ປີ 2011 ມີນັກສຶກສາລາວຮຽນຢູ່ 33 ມະຫາວິທະຍາໄລ ແລະ ໃນປີ 2019 ເພີ່ມຂຶ້ນເປັນ 72 ມະຫາວິທະຍາໄລໃນທົ່ວຫວຽດນາມ.

ບັນດາຮູບພາບຂອງຊາວໜຸ່ມ, ນັກສຶກສາຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ 150 ຄົນ ຈາກ 29  ປະເທດ ເຂົ້າຮ່ວມຄ້າຍພັກແລ້ງຫວຽດນາມ 2019

ນັກສຶກສາລາວໄປຮຽນຫວຽດນາມດ້ວຍທຶນລັດຖະບານ ແມ່ນໄປຮຽນຕາມໂຄງຮ່າງການຈັດສັນສາຂາວິຊາທີ່ເໝາະສົມກັບຄວາມຕ້ອງການພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ ໃນໄລຍະໃໝ່. ໂດຍລວມໄລຍະ 2011-2020 ຝ່າຍລາວສົ່ງນັກສຶກສາໄປຮຽນຫວຽດນາມ ໂດຍສຸມໃສ່ຂະແໜງເຕັກນິກ, ເຕັກໂນໂລຢີ, ສ້າງຄູ, ເສດຖະກິດ ແລະ ໃນບັນດາຂະແໜງການເຫຼົ່ານີ້ ກໍເປັນຂະແໜງທີ່ມີຜູ້ຮຽນຫຼາຍໃນລະດັບເໜືອ ປ.ຕີ ໂດຍສະເພາະສາຍສ້າງຄູມີຜູ້ຮຽນກວມ 51% ຂອງຈໍານວນຜູ້ຮຽນລະດັບເໜືອ ປ.ຕີ ເນື່ອງຈາກໄລຍະນີ້ ຝ່າຍລາວສຸມໃສ່ຍົກສູງຄຸນນະພາບການສຶກສາ ໂດຍການຍົກລະດັບວຸດທິຂອງຄູອາຈານ. ຄຽງຄູ່ກັນນັ້ນ, ບັນດາຂະແໜງວິທະຍາສາດທັນສະໄໝ ເຊັ່ນ: ເຕັກໂນໂລຊີຄອມພິວເຕີ, ໄຟຟ້າ, ທຸລະຄົມມະນາຄົມ, ເຕັກໂນໂລຢີເຄມີ, ເຕັກນິກການກໍ່ສ້າງ ກໍໄດ້ສົ່ງໄປຮຽນທີ່ຫວຽດນາມຫຼາຍເຊັ່ນກັນ, ນັບແຕ່ປີ 2011 ເຖິງປັດຈຸບັນ ມີນັກສຶກສາລາວຈົບມາຈາກ ສສ ຫວຽດນາມ ປະມານ 3.000 ຄົນ.

ແຫຼ່ງຂໍ້ມູນ: lao yout radio

Comments