ເຜີຍແຜ່ ປພຍ ບັນດາອົງການເຄືອຂ່າຍ ສປຊ ແລະ ຄູ່ຮ່ວມພັດທະນາຢູ່ລາວ…

ກະຊວງການຕ່າງປະເທດ ໃນນາມເປັນກອງເລຂາເພື່ອການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ( ປພຍ ) ຮ່ວມກັບ ຫ້ອງການຜູ້ປະສານງານ   ອົງການສະຫະປະຊາຊາດ ( ສປຊ ) ຢູ່ ສປປ ລາວ ໄດ້ຮ່ວມກັນຈັດກອງປະຊຸມເຜີຍແຜ່ກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ( ປພຍ ) ຮ່ວມກັບບັນດາອົງການເຄືອຂ່າຍສະຫະປະຊາຊາດ ແລະ ຄູ່ຮ່ວມພັດທະນາ ຢູ່ ສປປ ລາວ ໃນວັນທີ 13 ຕຸລາ ຜ່ານມາ ທີ່ສູນການຮ່ວມມື ແລະ ຝຶກອົບຮົມສາກົນ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ນາງ ຊາຣາ ເຊເກັນເນສ ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ.

ມີຜູ້ເຂົ້າຮ່ວມ ຕາງໜ້າຈາກບັນດາຈຸດປະສານງານ ປພຍ ແຫ່ງຊາດ ປະຈໍາກະຊວງ ແລະ ອົງການລັດທຽບເທົ່າກະຊວງ, ສະຖານທູດ, ບັນດາອົງການເຄືອຂ່າຍ ສປຊ ແລະ ຄູ່ຮ່ວມພັດທະນາ ປະຈໍາ ສປປ ລາວ.

ນີ້ເປັນຄັ້ງທີ 4 ຂອງການຈັດກອງປະຊຸມເຜີຍແຜ່ສໍາມະນາການສົ່ງເສີມການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ ໃນການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ແລະ ເປັນຄວາມພະຍາຍາມໃນການສົ່ງເສີມການເຜີຍແຜ່ ແລະ ໂຄສະນາກ່ຽວກັບການຈັດຕັ້ງປະຕິບັດ ແລະ ການເຊື່ອມສານ ປພຍ ເຂົ້າໃນແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ ກໍຄືນະໂຍບາຍ, ແຜນພັດທະນາຂອງທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງ.

ໃນໂອກາດດັ່ງກ່າວ, ທ່ານ ທອງຜ່ານ ສະຫວັນເພັດ ໄດ້ກ່າວເຖິງຄວາມສໍາຄັນຂອງການຮ່ວມມືຮອບດ້ານກັບທຸກພາກສ່ວນທີ່ກ່ຽວຂ້ອງ ໃນສັງຄົມທັງສາຍຕັ້ງ ແລະ ສາຍຂວາງ ໂດຍສະເພາະແມ່ນໄດ້ຍົກໃຫ້ເຫັນເຖິງບົດບາດຄວາມສໍາຄັນຂອງອົງການ ສປຊ ແລະ ຄູ່ຮ່ວມພັດທະນາໃນຖານະທີ່ເປັນຄູ່ຮ່ວມພັດທະນາຫຼັກ ໃຫ້ການສະໜັບສະໜູນຊ່ວຍເຫຼືອ ດ້ານທຶນຮອນ ແລະ ເຕັກນິກ ໃນວຽກງານການພັດທະນາໃນຫຼາຍຂະແໜງການຢູ່ພາຍໃນປະເທດ.

ທ່ານ ນາງ ຊາຣາ ເຊເກັນເນສ ກ່າວວ່າ: ວາລະ 2030 ໄດ້ສະແດງໃຫ້ເຫັນເຖິງແນວທາງການຟື້ນຟູຈາກສິ່ງທ້າທາຍທີ່ເກີດຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ກໍຄືການມີສ່ວນຮ່ວມ ແລະ ແນວທາງການແກ້ໄຂບັນຫາດ້ວຍວິທີທີ່ຍືນຍົງ ໂດຍເນື້ອໃນຈິດໃຈຫຼັກຂອງວາລະດັ່ງກ່າວແມ່ນການສ້າງຄວາມຍືນຍົງ, ຄວາມຈະເລີນຮຸ່ງເຮືອງຮ່ວມກັນ ແລະ ການເຮັດວຽກຮ່ວມກັນ ເພື່ອຮັບປະກັນວ່າພວກເຮົາຈະກ້າວໄປພ້ອມກັນໃນປັດຈຸບັນ ແລະ ອະນາຄົດ.

ແຫຼ່ງຂໍ້ມູນ: ກະຊວງການຕ່າງປະເທດ

Comments