ຄວາມສຳຄັນຂອງວຽກງານມາດຕະຖານວັດແທກ ຕໍ່ຜູ້ປະກອບການ SME

ກອງປະຊຸມສຳມະນາ ພາຍຫົວຂໍ້ ຄວາມສຳຄັນຂອງວຽກງານມາດຕະຖານ ແລະ ວັດແທກ ຕໍ່ຜູ້ປະກອບການ SME ຂອງ ສປປ ລາວ ໃນໂອກາດການສະເຫຼີມສະຫຼອງ ວັນມາດຕະຖານໂລກ ຄົບຮອບ 73 ປີ ໃນວັນທີ 14 ຕຸລາ 2020 ທີ່ຫ້ອງປະຊຸມ ສະຖາບັນການຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ), ໃຫ້ກຽດເປັນປະທານກ່າວເປີດກອງປະຊຸມຂອງ ທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມມາດຕະຖານ ແລະ ວັດແທກ (ກວຕ), ມີບັນດາທ່ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງພະແນກ, ບັນດາຜູ້ປະກອບການຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມ ກວຕ ໄດ້ກ່າວວ່າ: ການຈັດກອງປະຊຸມສຳມະນາໃນຄັ້ງນິ້ ແມ່ນເພື່ອສ້າງຈິດສຳນຶກໃຫ້ແກ່ ຜູ້ປະກອບການລົງທຶນ, ນັກທຸລະກິດ, ຜູ້ຜະລິດ ແລະ ຜູ້ຊົມໃຊ້ໄດ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບບົດບາດ ແລະ ຄວາມສຳຄັນຂອງວຽກງານມາດຕະຖານ ຕໍ່ການພັດທະນາເສດຖະກິດ-ສັງຄົມໃນລະດັບຊາດ, ພາກພື້ນ ແລະ ສາກົນ ທີ່ຈະອໍານວຍຄວາມສະດວກຊຸກຍູ້ສົ່ງເສີມດ້ານການຄ້າ, ການຜະລິດ ແລະ ການຖ່າຍທອດເຕັກໂນໂລຊີທີ່ກ້າວໜ້າຂອງໂລກ ໃຫ້ໄດ້ຮັບການຢັ້ງຢືນ ລວມໄປເຖິງ ການນຳໃຊ້ມາດຕະຖານຄຸ້ມຄອງ ໃນການພັດທະນາແບບຍືນຍົງ. ນອກນັ້ນ ຍັງຊ່ວຍຍົກສູງສະມັດຕະພາບການຜະລິດ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ຊົມໃຊ້ອີກດ້ວຍ.

ທ່ານ ວຽງທອງ ຍັງກ່າວຕື່ມວ່າ: ວັນທີ 14 ຕຸລາ 2020 ແມ່ນວັນມາດຕະຖານໂລກ ໄດ້ໜູນວຽນມາບັນຈົບຄົບຮອບ 73 ປີ ສປປ ລາວ ກໍເປັນໜຶ່ງໃນສະມາຊິກອົງການມາດຕະຖານສາກົນ ເປັນປີທີ 13 ພ້ອມກັບບັນດາປະເທດສະມາຊິກອົງການມາດຕະຖານສາກົນ (ISO) ໄດ້ຈັັດການສະເຫຼີມສະຫຼອງວັນດັ່ງກ່າວ ໃນທົ່ວໂລກ ພາຍໃຕ້ ຄຳຂວັນທີ່ວ່າ: ການປົກປ້ອງໂລກດ້ວຍມາດຕະຖານ (Protecting the planet with standards) ທີ່ໝາຍເຖິງ ການນໍາໃຊ້ມາດຕະຖານ ເຂົ້າຊ່ວຍໃນຂະບວນການຜະລິດ ເພື່ອຫຼຸດຜ່ອນການກະທໍາຂອງມວນມະນຸດທີ່ສົ່ງຜົນກະທົບຕໍ່ໂລກຂອງເຮົາ, ການປະຕິບັດຕາມມາດຕະຖານນີ້ມີການຂະຫຍາຍຕົວສູງ ແລະ ນໍາໃຊ້ອຸປະກອນເຄື່ອງມືເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການຈັດຕັ້ງປະຕິບັດວຽກງານ ໃຫ້ສອດຄ່ອງກັບລະບຽບການຂອງບັນດາປະເທດສະມາຊິກອົງການມາດຕະຖານສາກົນ.

ໃນນີ້ ມາດຕະຖານສາກົນ ເປັນແມ່ແບບທາງດ້ານເອກະສານອັນໜຶ່ງທີ່ມີຄວາມສຳຄັນ ແລະ ຖືກພັດທະນາຂຶ້ນໂດຍອົງການສາກົນເຊັ່ນ: IEC, ISO ແລະ ITU ແລະ ໄດ້ກວມເອົາ ຫຼາຍຂົງເຂດເຊັ່ນ: ການປະຢັດພະລັງງານ, ນໍ່້າ ແລະ ຄຸນນະພາບຂອງອາກາດ ໂດຍມີຮູບແບບ ແລະ ວິທີການວັດແທກທີ່ເປັນໄປຕາມມາດຕະຖານ, ການນໍາໃຊ້ມາດຕະຖານຈະຊ່ວຍຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມຈາກຂະບວນການຜະລິດທາງດ້ານອຸດສາຫະກຳ ແລະ ສາມາດອຳນວຍຄວາມສະດວກໃນການນຳໃຊ້ຊັບພະຍາກອນທໍາມະຊາດທີ່ມີຢູ່ຢ່າງຈຳກັດ ແລະ ເຮັດໃຫ້ສາມາດນຳກັບມາໃຊ້ຄືນໃໝ່ໄດ້. ດັ່ງນັ້ນ, ຈຶ່ງເຮັດໃຫ້ມີບົດບາດ ແລະ ຄວາມຕ້ອງການດ້ານມາດຕະຖານນັບມື້ນັບຂະຫຍາຍຕົວຂຶ້ນໃນທົ່ວໂລກ ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມສຳຄັນຂອງມາດຕະຖານ ຕໍ່ກັບການພັດທະນາເສດ ຖະກິດ-ສັງຄົມ ແລະ ເປັນສິ່ງຢັ້ງຢືນເຖິງຄຸນນະພາບໃຫ້ຜູ້ຊົມໃຊ້ສາມາດເຊື່ອຖືໄດ້.

ນອກນັ້ນ, ທ່ານ ຍັງເຊື່ອໝັ້ນວ່າພາຍຫຼັງສຳເລັດການຈັດກອງປະຊຸມສຳມະນາຄັ້ງນີ້ແລ້ວ ບັນດາຜູ້ປະກອບການຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ, ນັກທຸລະກິດຍິງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ຈະໄດ້ຄວາມຮູ້, ຄວາມເຂົ້າໃຈ ແລະ ບົດຮຽນອັນໃໝ່ໆ ທີ່ຈະນຳໄປໃຊ້ເພື່ອຄົ້ນຄວ້າໃນຂະບວນການຜະລິດ, ການບໍລິການ ລວມໄປເຖິງການຍົກສູງດ້ານຄຸນນະພາບຂອງຜະລິດຕະພັນພາຍໃນ ໃຫ້ທຽບເທົ່າກັບພາກພື້ນ ແລະ ສາກົນ.ໃນກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີ ພາລະບົດບາດຂອງກົມມາດຕະຖານ ແລະ ວັດແທກ, ຄວາມສໍາຄັນຂອງວຽກງານມາດຕະຖານຕໍ່ SME, ເຄື່ອງມື ແລະ ອຸປະກອນວັດແທກ, ການສົມທຽບໃຫ້ເຫັນຜະລິດາຕະພັນທີ່ໄດ້ມາດຕະຖານ, ວຽກງານປົກປ້ອງຜູ້ຊົມໃຊ້ ແລະ ວຽກງານຮັບຮອງລະບົບ ແລະ ຜູ້ເຂົ້າຮ່ວມກອງປະຊຸມຈະໄດ້ປະກອບຄຳຄິດຄຳເຫັນ ຕໍ່ກັບວຽກງານມາດຕະຖານ ແລະ ວັດແທກ ອີກດ້ວຍ.

ແຫຼ່ງຂໍ້ມູນ: ໜັງສືພິມ ວິທະຍາສາດ ແລະ ການພັດທະນາ

Comments