ລາວ-ຈີນ ສືບຕໍ່ຜັນຂະຫຍາຍສາຍພົວພັນຮ່ວມມືສອງຝ່າຍ…

ໃນວັນທີ 14 ຕຸລາ 2020, ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ສະຫາຍ ສະເຫຼີມໄຊ ກົມມະສິດ,ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງສປປ ລາວ, ໄດ້ມີການພົບປະສອງຝ່າຍກັບ ສະຫາຍ ຫວັງ ອີ້ ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປ ຈີນ. ໃນໂອກາດນີ້,ສະຫາຍລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະຕີລາຄາສູງ ຕໍ່ການຢ້ຽມຢາມ ສປປ ລາວ ຄັ້ງທີ 2 ຂອງ ສະຫາຍ ລັດຖະມົນຕີ ຫວັງ ອີ້ ໃນປີ 2020 ນີ້. ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນແບບຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊະຕາກຳ ລາວ-ຈີນ ລະຫວ່າງ ສອງພັກ ແລະ ສອງລັດຖະບານ ກໍຄືປະຊາຊົນສອງຊາດ ຊຶ່ງນັບມື້ນັບໄດ້ຮັບການເສີມຂະຫຍາຍດ້ວຍຄຸນນະພາບໃໝ່ຢ່າງບໍ່ຢຸດຢັ້ງ ໂດຍໄດ້ສະແດງອອກໃນການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ.

ສປປ ລາວ ໄດ້ສະແດງຄວາມຊົມເຊີຍ ແລະສະໜັບສະໜູນຕໍ່ຂໍ້ລິເລີ່ມທີ່ ສະຫາຍ ລັດຖະມົນຕີ ຫວັງ ອີ້ ໄດ້ສະເໜີຢູ່ໃນກອງປະຊຸມສາກົນຜ່ານລະບົບທາງໄກ ກ່ຽວກັບ ຄວາມໝັ້ນຄົງທາງດ້ານຂໍ້ມູນຂ່າວສານສາກົນ (Global Initiative on Data Security) ໃນວັນທີ 08 ກັນຍາ ທີ່ຜ່ານມາຊຶ່ງເປັນຂີດໝາຍທີ່ສໍາຄັນ ແລະ ເປັນປະໂຫຍດຕໍ່ຫຼາຍປະເທດ ໃນພາກພື້ນ ແລະ ສາກົນ ໃນການພັດທະນາເສດຖະກິດ-ສັງຄົມ ເພື່ອຄວາມກ້າວໜ້າທາງເຕັກໂນໂລຊີ, ຄວາມປອດໄພທາງດ້ານຂໍ້ມູນຂ່າວສານ, ລວມທັງຄວາມໝັ້ນຄົງຂອງຊາດ ແລະ ຜົນປະໂຫຍດສ່ວນລວມ. ພ້ອມກັນນີ້, ສປປ ລາວ ຍັງໄດ້ສະແດງການສະໜັບສະໜູນຢ່າງເຕັມປ່ຽມ ຕໍ່ເນື້ອໃນບົດປາໄສຂອງ ສະຫາຍ ປະທານປະເທດ ສີ ຈິ້ນຜິງ ທີ່ໄດ້ກ່າວຜ່ານກອງປະຊຸມທາງໄກ ໃນໂອກາດວັນສ້າງຕັ້ງ ສປຊ ຄົບຮອບ 75 ປີ ໂດຍສະເພາະແມ່ນ ຄຳເຫັນທີ່ສຳຄັນໃນ 6 ຈຸດໃຫຍ່ ຄື: 1.) ການເປັນຄູ່ຮ່ວມຊະຕາກໍາຂອງມວນມະນຸດ; 2.) ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ; 3.) ການສົ່ງເສີມການຄ້າຫຼາຍຝ່າຍ; 4.) ແນວຄິດການພັດທະນາແບບໃໝ່; 5.) ການຮ່ວມມືໃນຂອບຫຼາຍຝ່າຍ; ແລະ 6.) ການສະໜັບສະໜູນຄວາມເປັນແກນກາງຂອງສະຫະປະຊາຊາດ ແລະ ອື່ນໆ.

ພ້ອມກັນນັ້ນ, ສອງຝ່າຍ ຍັງໄດ້ເຫັນດີເປັນເອກະພາບ ຕໍ່ການຕີລາຄາການຮ່ວມມືສອງຝ່າຍ ກໍຄື ລະຫວ່າງສອງກະຊວງການຕ່າງປະເທດໃນໄລຍະຜ່ານມາພາຍໃຕ້ສະຖານະການໃໝ່ຂອງການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ແລະ ສະພາບການສາກົນໃນປັດຈຸບັນໃນດ້ານຕ່າງໆເຊັ່ນ: ດ້ານການເມືອງຄວາມໝັ້ນຄົງ, ສອງຝ່າຍ ໄດ້ມີການຮ່ວມມືກັນຢ່າງໃກ້ຊິດ ແລະ ແລກປ່ຽນຂໍ້ມູນ ເຊິ່ງກັນ ແລະ ກັນ ຢ່າງເປັນປະຈຳ, ເຮັດໃຫ້ຊາຍແດນ ລາວ-ຈີນ ເປັນຊາຍແດນມິດຕະພາບ, ບ້ານໄກ້ເຮືອນຄຽງ ຕາມທິດ 4 ດີ, ດ້ານເສດຖະກິດ ແລະ ການຄ້າ ສອງຝ່າຍໄດ້ສະແດງການສະໜັບສະໜູນນະໂຍບາຍ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ສປ ຈີນ ຊຶ່ງຈະນໍາຜົນປະໂຫຍດອັນໃຫຍ່ຫຼວງມາໃຫ້ແກ່ບັນດາປະເທດຕ່າງໆທີ່ເຂົ້າຮ່ວມ ໂດຍສະເພາະ ສຳລັບ ສປປ ລາວ ແມ່ນໄດ້ໃຫ້ຄວາມສຳຄັນ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າ ໂດຍໄດ້ເຊື່ອມໂຍງ ລະຫວ່າງ ຍຸດທະສາດ “ການຫັນປະເທດບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມໂຍງເຊື່ອມຈອດ” ໂດຍຖືເອົາການກໍ່ສ້າງທາງລົດໄຟ ລາວ-ຈີນ ແລະ ທາງດ່ວນ ວຽງຈັນ-ວັງວຽງ, ວັງວຽງ-ຫຼວງພະບາງ, ຫຼວງພະບາງ-ອຸດົມໄຊ ໄປຈົນຮອດຊາຍແດນ ລາວ-ຈີນ ດ່ານບໍ່ເຕັນ-ບໍ່ຫານເປັນໜຶ່ງໃນການເຊື່ອມໂຍງຍຸດທະສາດອັນສຳຄັນຂອງສອງປະເທດ ແລະ ຖືເປັນສອງເສັ້ນທາງທີ່ສຳຄັນໃນການປະຕິບັດແລວເສດຖະກິດ ລາວ-ຈີນ, ຈີນ-ລາວ

ສອງຝ່າຍ ຍັງຕົກລົງເຫັນດີ ໃນການຈັດຕັ້ງປະຕິບັດຊ່ອງທາງໄວຮ່ວມກັນ (Fast-Track Lane) ໃນໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19 ເພື່ອສົ່ງເສີມການໄປມາຫາສູ່ກັນ ລະຫວ່າງ ພະນັກງານ, ເຈົ້າໜ້າທີ່ກ່ຽວຂ້ອງ ກໍຄື ແຮງງານ ແລະ ຊ່ຽວຊານ ສຳລັບໂຄງການໃຫຍ່ໆທີ່ສຳຄັນ ລະຫວ່າງສອງປະເທດ, ຊຶ່ງຊ່ອງທາງດັ່ງກ່າວ ຈະເປັນການປະກອບສ່ວນເຂົ້າໃນການສົ່ງເສີມການຮ່ວມມື ເພື່ອຊ່ວຍຟື້ນຟູເສດຖະກິດຂອງ ສປປ ລາວ ກໍຄື ເຮັດໃຫ້ການປະຕິບັດໂຄງການຕ່າງໆຂອງ ສປ ຈີນ ຢູ່ ສປປ ລາວ ສຳເລັດຕາມຄາດໝາຍ. ໃນໂອກາດນີ້, ສະຫາຍ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດທີ່ ພັກ ແລະ ລັດຖະບານ ແຫ່ງ ສປ ຈີນ ຍາດມາໄດ້ໃນການຄວບຄຸມ ແລະ ສະກັດກັ້ນ ການແຜ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ໃນຂະນະດຽວກັນ,ສະຫາຍ ລັດຖະມົນຕີ ຫວັງ ອີ້ ກໍໄດ້ສະແດງຄວາມຂອບໃຈມາຍັງ ພັກ,ລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນໃນການມາຢ້ຽມຢາມທາງການ ສປປ ລາວ ຂອງຕົນໃນຄັ້ງນີ້ ແລະ ສະແດງຄວາມຍິນດີຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ,ການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4ດີ ແລະ ເປັນຄູ່ຮ່ວມຊະຕາກຳ ລາວ-ຈີນ, ຈີນລາວ ລະຫວ່າງ ສອງພັກ-ສອງລັດຖະບານ ກໍຄື ປະຊາຊົນສອງຊາດ ລາວ ແລະ ຈີນ ໃຫ້ນັບມື້ນັບໄດ້ຮັບການເສີມຂະຫຍາຍ ທັງລວງກວ້າງ,ລວງເລິກ ແລະ ໃຫ້ມີປະສິດທິຜົນ,ນໍາເອົາຜົນປະໂຫຍດຕົວຈິງມາໃຫ້ແກ່ປະຊາຊົນສອງຊາດ ລາວ ແລະ ຈີນ.

ແຫຼ່ງຂໍ້ມູນ: ວສລ

Comments