ເປີດຝຶກອົບຮົມຫຼັກສູດບໍລິຫານການເງິນຈຸລະພາກ…

ສະມາຄົມການເງິນຈຸລະພາກ ( ສມກຈ ) ໂດຍການຮ່ວມມືກັບທະນາຄານ ແຫ່ງ ສປປ ລາວ (ທຫລ) ໄດ້ເປີດຊຸດຝຶກອົບຮົມຫຼັກສູດ ບໍລິຫານການເງິນຈຸລະພາກ ລຸ້ນທີ 19 ຂຶ້ນ ໃນວັນທີ 12 ຕຸລາ 2020 ຜ່ານມາ ທີ່ຫ້ອງປະຊຸມຊັ້ນ 7 ຕະຫຼາດຫຼັກຊັບລາວ ເພື່ອເພີ່ມຄວາມສາມາດໃຫ້ກັບຜູ້ຈັດການຂອງບັນດາສະຖາບັນການເງິນ, ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດໃນທົ່ວປະເທດໃຫ້ມີຄວາມເຂັ້ມແຂງ.

ທ່ານ ອາລຸນ ບຸນຍົງ ຫົວໜ້າກົມຄຸ້ມຄອງສະຖາບັນການເງິນທະນາຄານ ແຫ່ງ ສປປ ລາວ ໄດ້ກ່າວຄຳເຫັນບາງຕອນວ່າ: ຊຸດອົບຮົມການບໍລິຫານການເງິນຈຸລະພາກທີ່ຈັດຂຶ້ນໃນຄັ້ງນີ້ ຈະເປັນການເພີ່ມແນວທາງໃນການບໍລິຫານຂອງແຕ່ລະສະຖາບັນໃຫ້ມີຄວາມເຂັ້ມແຂງ ແລະ ເຕີບໃຫຍ່ຂະຫຍາຍຕົວໃນອະນາຄົດ.

ຂະນະທີ່ ທ່ານ ນາງ ເຂັມມະນີ ສຸທຳມະວົງ ຮອງປະທານສະພາບໍລິຫານ ສມກຈ ມີຄໍາເຫັນເພີ່ມຕື່ມວ່າ: ໃນຍຸກປັດຈຸບັນການຫັນເປັນດິຈິຕອນໄດ້ຮັບ ຄວາມສົນໃຈຈາກທຸກພາກສ່ວນ ເຊິ່ງໃນຂະແໜງການເງິນຈຸລະພາກເອງ ກໍໄດ້ນຳໃຊ້ລະບົບເຕັກໂນໂລຊີດັ່ງກ່າວເຂົ້າມາບໍລິການ ເພື່ອໃຫ້ເຂົ້າເຖິງກຸ່ມລູກຄ້າຫຼາຍຂຶ້ນ, ທັງເປັນການຫຼຸດຜ່ອນຕົ້ນທຶນ ແລະ ເປັນການເພີ່ມຊ່ອງທາງທີ່ຫຼາກຫຼາຍ. ໃນໂອກາດຕໍ່ໄປການປະເມີນປ່ອຍສິນເຊື່ອໃຫ້ກັບລູກຄ້າຈະເປັນເລື່ອງງ່າຍ ເນື່ອງຈາກລະບົບທັນສະໄໝຈະເປັນຕົວເກັບກໍາຂໍ້ມູນ ເຮັດໃຫ້ເຮົາສາມາດວິເຄາະການປ່ອຍສິນເຊື່ອໄດ້ງ່າຍ, ມີຄວາມຮັດກຸມ ແລະ ວ່ອງໄວ.

ຊຸດຝຶກອົບຮົມຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 37 ທ່ານ ທີ່ເປັນຕົວແທນຈາກສະຖານການເງິນຈຸລະພາກບໍ່ຮັບຝາກ 21 ທ່ານ, ສະຖາບັນການເງິນທີ່ຮັບເງິນຝາກ 4 ທ່ານ, ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ 7 ທ່ານ, ທະນາຄານ ແຫ່ງ ສປປ ລາວ 3 ທ່ານ ແລະ ພາກສ່ວນພາຍນອກ 2 ທ່ານ ເຊິ່ງຈະໃຊ້ເວລາຝຶກອົບຮົມ 21 ວັນ ຈຶ່ງຈະສໍາເລັດ.

ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

Comments