ພິທີເຊັນສັນຍາ ໂຄງການປະຕິຮູບລະບົບພື້ນຖານໂຄງລ່າງເຕັກໂນໂລຊີຂໍ້ມູນຂ່າວສານຂອງ ທະນາຄານ ແຫ່ງ ສປປ ລາວ

ໃນຕອນບ່າຍຂອງວັນທີ 14 ຕຸລາ 2020 ທະນາຄານແຫ່ງ ສປປລາວ ( ທຫລ) ແລະ ບໍລິສັດ ສິສເມຕິກ ໄອທີ ໂຊລູຊັນ ຈຳກັດ ໄດ້ຮ່ວມກັນ ເຊັນສັນຍາໂຄງການປະຕິຮູບລະບົບພື້ນຖານໂຄງລ່າງເຕັກໂນໂລຊີຂໍ້ມູນຂ່າວສານ ຂຶ້ນທີ່ ໂຮງແຮມ ເສດຖາປາລາດ ໂດຍເປັນປະທານຂອງ ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ໂດຍມີຜູ້ຕາງໜ້າຈາກສຳນັກງານທະນາຄານ, ບໍລິສັດ ສິສເມຕິກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີດັ່ງກ່າວ ທ່ານ ໄຂ່ແກ້ວ ຫຼວງສີວິໄລ ຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານທະນາຄານແຫ່ງ ສປປ ລາວ ໄດ້ໃຫ້ຮູ້ວ່າ: ທະນາຄານແຫ່ງ ສປປ ລາວ ເປັນສູນກາງການເຊື່ອມຕໍ່ລະບົບເຕັກໂນໂລຊີຂໍ້ມູນຂ່າວສານທາງດ້ານການເງິນໃນທົ່ວປະເທດ ເພື່ອສະໜັບສະໜູນການເຄື່ອນໄຫວວຽກງານການບໍລິຫານທຸລະກຳທາງການເງິນມີຄວາມຄ່ອງຕົວ ແລະ ຮັບປະກັນຄວາມຕໍ່ເນືື່ອງທາງດ້ານທຸລະກິດ. ສະນັ້ນ, ບັນດາອຸປະກອນລະບົບພື້ນຖານໂຄງລ່າງເຕັກໂນໂລຊີຂໍ້ມູນຂ່າວສານທີ່ນຳໃຊ້ໃນປັດຈຸບັນ ແມ່ນມີອາຍຸການນຳໃຊ້ຂ້ອນຂ້າງດົນ; ດັ່ງນັ້ນ, ທຫລ ຈຶ່ງມີຄວາມຈຳເປັນຕ້ອງປະຕິຮູບລະບົບພື້ນຖານໂຄງລ່າງເຕັກໂນໂລຊີຂໍ້ມູນຂ່າວສານໃໝ່ທັງໝົດ ເພື່ອເຮັດໃຫ້ລະບົບດັ່ງກ່າວມີຄວາມສະຖຽນລະພາບ ແລະ ຮັບຮອງຕໍ່ກັບການຂະຫຍາຍຕົວທຸລະກຳທາງດ້ານການເງິນ ທັງໃນປັດຈຸບັນ ແລະ ອະນາຄົດ.

ນອກຈາກນັ້ນ, ທ່ານ ນາງ ທະນົງສິດ ເທບໂພເງິນ ຜູ້ອຳນວຍການ ບໍລິສັດ ສິສເມຕິກ ຍັງໄດ້ກ່າວຕື່ມວ່າ: ການເຊັນສັນຍາໃນຄັ້ງນີ້ຈະເປັນຂີດໝາຍອັນສຳຄັນ ຂອງການຮ່ວມມືທັງສອງຝ່າຍ ເພື່ອຮ່ວມກັນປະຕິຮູບລະບົບພື້ນຖານໂຄລ່າງເຕັກໂນໂລຊີຂໍ້ມູນຂ່າວສານຂອງ ທຫລ ໃຫ້ເປັນໄປຕາມມາດຕະຖານ ISO 27001 ເທື່ອລະກ້າວ. ໂດຍມີເປົ້າໝາຍແນໃສ່ການສ້າງຄວາມສະຖຽນລະພາບ ແລະ ຮອງຮັບຕໍ່ກັບການຂະຫຍາຍຕົວທຸລະກຳທາງການເງິນ ໃນປັດຈຸບັນ ແລະ ອະນາຄົດ.

ບໍລິສັດ ສິສເມຕິກ ໄອທີ ໂຊລູຊັນ ຈຳກັດ ເປັນບໍລິສັດໜຶ່ງ ຢູ່ພາຍໃຕ້ກຸ່ມບໍລິສັດເອໄອເອັຟ ໄດ້ດຳເນີນທຸລະກິດ ໃນຂົງເຂດບໍລິການເຕັກໂນໂລຊີຂໍ້ມູນຂ່າວສານ ນັບແຕ່ປີ 2013 ເປັນຕົ້ນມາ ໂດຍມີຈຸດປະສົງ ເພື່ອຕອບສະໜອງການບໍລິການພັດທະນາລະບົບໄອທີ ຮອບດ້ານ, ລະບົບພື້ນຖານໂຄງລ່າງໄອທີລວມໄປເຖິງລະບົບຊຳລະສະສາງອອນໄລ.

ພ້ອມດຽວກັນນັ້ນ, ທ່ານນາງ ກິ່ງໂພເງິນ ພູມມະສັກ ຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ ເອໄອເອັຟ ຕາງໜ້າໃຫ້ແກ່ບໍລິສັດ ສິສເມຕິກ ຍັງໄດ້ມອບອຸປະກອນໄອທີ Idea hub Enterprise 65 Pro ໃຫ້ແກ່ທະນາຄານແຫ່ງ ສປປ ລາວ ຈຳນວນ 2 ເຄື່ອງ ລວມມູນຄ່າ 16.500 ໂດລາສະຫະລັດ ເພື່ອນຳໃຊ້ເຂົ້າໃນວຽກງານກອງປະຊຸມທາງໄກ.

Comments