ສປ ຈີນ ໃຫ້ໂຄງການຊ່ວຍເຫຼືອລ້າ 3 ສະບັບ ໃຫ້ແກ່ ສປປ ລາວ…

ໃນວັນທີ 14 ຕຸລາ 2020 ຢູ່ຫໍປະຊຸມແຫ່ງຊາດ, ພາຍຫຼັງການພົບປະ 2 ຝ່າຍ ລະຫວ່າງ ລັດຖະມົນຕີກະຊວງການຕ່າງປະເທດ, ຕາງໜ້າລັດຖະບານລາວ,

ທ່ານ ສະເຫຼີມໄຊ ກົມມະສິດ ກັບ ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ທ່ານ ຫວັງ ອີ້, ໄດ້ມີການແລກປ່ຽນ ໂຄງການຊ່ວຍເຫຼືອລ້າ 3 ສະບັບ ໃຫ້ແກ່ ສປປ ລາວ ປະກອບມີ:

1) ໂຄງການຊ່ວຍເຫຼືອລ້າ ກ່ຽວກັບອຸປະກອນຕ້ານໄຂ້ເລືອດອອກ

2) ໂຄງການພື້ນຖານໂຄ່ງລ່າງ ພັດທະນາຊົນນະບົດ ໄລຍະ 2

3) ໂຄງການແລກປ່ຽນລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສປ ຈີນ ກ່ຽວກັບການຮັບເອົາ ສິດທິພິເສດ ທາງດ້ານພາສີ (0%) ໃຫ້ແກ່ 97% ຂອງລາຍການສິນຄ້າທັງໝົດ GSP 97%.

ແຫຼ່ງຂໍ້ມູນ: LAO YOUTH RADIO

Comments