IMF ຄາດການ GDP ໂລກເຫຼືອ -4,4% ຫຼັງເສດຖະກິດມີການຟື້ນຕົວ…

ອ້າງຈາກສຳນັກຂ່າວບຣູມເບິກລາຍງານວ່າ: ກອງທຶນການເງິນສາກົນ (IMF) ໄດ້ປັບເພີ່ມຄາດການເສດຖະກິດໂລກໃນປີ 2020 ຫຼຸດລົງ -4,4% ເພີ່ມຂຶ້ນຈາກການຄາດຄະເນໃນເດືອນມິຖຸນາທີ່ ຫຼຸດລົງ -4,9%.

IMF projects deeper contraction of 2.1% for Korean economy in 2020 - 매일경제  영문뉴스 펄스(Pulse)

IMF ເປີດເຜີຍວ່າ: ປັດໃຈສຳຄັນທີ່ເຮັດໃຫ້ IMF ປັບເພີ່ມຄາດການໃນຄັ້ງນີ້ ເປັນຜົນມາຈາກ ເສດຖະກິດໂລກໄດ້ກັບມາຂະຫຍາຍຕົວຢ່າງແຂງແກ່ນໃນໄຕມາດ 2 ໂດຍສະເພາະໃນປະເທດຈີນ ແລະ ບັນດາປະເທດທີ່ພັດທະນາແລ້ວໃນທະວີບເອີຣົບ ແລະ ປະເທດອາເມຣິກາ ເຊິ່ງເປັນສັນຍານສຳຄັນວ່າ ເສດຖະກິດໂລກກຳລັງຈະກັບມາຟື້ນຕົວໃນໄຕມາດທີ 3 ພາຍໃນປີນີ້.

International Monetary Fund - Homepage

ນອກຈາກນີ້ IMF ຍັງໄດ້ປັບເພີ່ມຄາດການເສດຖະກິດໃນທຸກທະວີບທົ່ວໂລກ ໂດຍປັບເພີ່ມເສດຖະກິດຂອງອາເມຣິກາຈາກທີ່ເຄີຍຫຼຸດລົງ -8,0% ລົງເຫຼືອພຽງ -4,3% ກ່ອນຈະຂະຫຍາຍຕົວເພີ່ມເປັນ 3,1% ປີໜ້າ, ໃນຂະນະທີ່ຂອບການໃຊ້ເງິນເອີໂຣ (EU) ຈາກທີ່ເຄີຍຫຼຸດລົງ -10,2% ໄດ້ຫຼຸດມາເປັນຢູ່ -8,3% ກ່ອນຈະຂະຫຍາຍຕົວ 5,2% ໃນປີ 2021 ແລະ ປັບເພີ່ມຄາດການເສດຖະກິດຈີນ ຈາກທີ່ເຄີຍຂະຫຍາຍຕົວ 1,0% ໄດ້ປັບເພີ່ມເປັນ 1,9% ກ່ອນຈະຂະຫຍາຍຕົວເພີ່ມເປັນ 8,2% ໃນປີຕໍ່ໄປ.

International Monetary Fund - Homepage

ເຖິງຢ່າງໃດກໍຕາມ IMF ກ່າວເຕືອນວ່າ: ເຖິງວ່າເສດຖະກິດໂລກຈະກັບມາຂະຫຍາຍຕົວໃນໄຕມາດ 2 ແລະ 3 ແຕ່ຍັງເປັນການຂະຫຍາຍຕົວທີ່ບໍ່ແນ່ນອນ ເນື່ອງຈາກຫຼາຍປະເທດຍັງປະເຊີນກັບການລະບາດຂອງພະຍາດໂຄວິດ-19 ແລະ ເສດຖະກິດຫຼາຍໆປະເທດເກີດການຫຼຸດຖອຍເປັນໄລຍະເວລາດົນ ລວມໄປເຖິງການໃຊ້ນະໂຍບາຍເສດຖະກິດທີ່ຜິດພາດ ອາດເຮັດໃຫ້ເສດຖະກິດມີຊ່ອງວ່າງ ແລະ ລະບົບທະນາຄານທີ່ອ່ອນແອ ອາດເຮັດໃຫ້ເສດຖະກິດກັບມາຂະຫຍາຍຕົວຊ້າອີກໃນອະນາຄົດ.

IMF, World Bank roll out all their lending tools

IMF ຍັງລະບຸອີກວ່າ: ຜູ້ກຳນົດນະໂຍບາຍຂອງແຕ່ລະປະເທດຄວນໃຫ້ຄວາມສຳຄັນຕໍ່ການສ້າງບັບເຟີ ຂອງທະນາຄານຂຶ້ນມາໃໝ່ ລວມທັງສ້າງກົດລະບຽບທີ່ເຂັ້ມງວດສຳລັບສະຖາບັນການເງິນ ເພື່ອປ້ອງກັນບໍ່ໃຫ້ເກີດຄວາມສ່ຽງ ຖ້າອັດຕາດອກເບ້ຍຂອງປະເທດຍັງຢູ່ໃນລະດັບຕໍ່າ ຫຼື ຕິດລົບເປັນເວລາດົນ.

ແຫຼ່ງຂໍ້ມູນ: ລາວພັດທະນາ.

Comments