ແຕ່ງຕັ້ງລັດຖະມົນຕີກະຊວງ ກປ ພ້ອມຫົວໜ້າຫ້ອງວ່າການ ສນຍ ແລະ ກະຊວງພາຍໃນຜູ້ໃໝ່…

ໃນວາລະການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ຄັ້ງວັນທີ 30 ຕຸລາ 2020 ສະມາຊິກສະພາແຫ່ງຊາດພ້ອມກັນພິຈາລະນາຮັບຮອງການແຕ່ງຕັ້ງ ແລະ ຍົກຍ້າຍບຸກຄະລາກອນຂອງລັດຖະບານ ບາງຕໍາແໜ່ງຕາມການສະເໜີຂອງນາຍົກລັດຖະມົນຕີແຫ່ງ ສປປ ລາວ.

ປະຕູເອເລັກໂຕນິກ ລັດຖະບານລາວ

ສະມາຊິກສະພາແຫ່ງຊາດ ໄດ້ພ້ອມກັນພິຈາລະນາ ຕາມການສະເຫນີ ຂອງນາຍົກລັດຖະມົນຕີ ກ່ຽວກັບການຍົກຍ້າຍ ແລະ ການແຕ່ງຕັ້ງບຸກຄະລາກອນຂອງລັດຖະບານ, ໂດຍໄດ້ສະເໜີການຍົກຍ້າຍ ທ່ານ ລຽນ ທີແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄປຮັບໜ້າທີ່ໃໝ່ ເປັນລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ຍົກຍ້າຍ ທ່ານ ເພັດ ພົມພິພັກ ລັດຖະມົນຕີ ປະຈໍາສໍານັກງານນາຍົກລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມັນຕີ ໄປຮັບໜ້າທີ່ໃໝ່ ເປັນລັດຖະມົນຕີ ກະຊວງກະສິກໍາແລະ ປ່າໄມ້.

ແຕ່ງຕັ້ງທ່ານ ເພັດ ພົມພິພັກ ເປັນລັດຖະມົນຕີກະຊວງ ກປ ພ້ອມແຕ່ງຕັ້ງທ່ານ ຄໍາເຈນ  ວົງໂພສີ ເປັນຫົວໜ້າຫ້ອງວ່າການ ສນຍ - Laoedaily

ສໍາລັບການແຕ່ງຕັ້ງບຸກຄະລາກອນ ອີງຕາມການສະໜີ ຂອງນາຍົກລັດຖະມົນຕີ ໄດ້ສະເໜີ ແຕ່ງຕັ້ງ ທ່ານ ຄໍາເຈນ ວົງໂພສີ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄປຮັບໜ້າທີ່ເປັນ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ສະເໜີແຕ່ງຕັ້ງ ທ່ານ ທອງຈັນ ມະນີໄຊ ຮອງລັດຖະມົນຕີກະຊວງພາຍໃນ ຂຶ້ນເປັນ ລັດຖະມົນກະຊວງພາຍໃນ.

ແຂວງ ສາລະວັນ ສຳເລັດກອງປະຊຸມປຶກສາຫາລືແກ້ໄຂເຂດຊາຍແດນເຊື່ອມຕໍ່ | Laos News  Agency

ພາຍຫຼັງການພິຈາລະນາຢ່າງຖີ່ຖ້ວນ ແລະ ກົງໄປກົງມາ ຕາມຊີວະປະຫວັດ, ຄຸນວຸດທິການສຶກສາ ແລະ ການເຄື່ອນໄຫວວຽກງານຕົວຈິງ ຂອງບັນດາທ່ານ ທີ່ໄດ້ຖືກສະເໜີຍົກຍ້າຍ ແລະ ແຕ່ງຕັ້ງ ຂອງ ທ່ານ ນາຍົກລັດຖະມົນຕີ, ສສຊ ກໍໄດ້ພ້ອມກັນລົງຄະແນນສຽງຮັບຮອງການຍົກຍ້າຍ ແລະ ການແຕ່ງຕັ້ງບຸກຄະລາກອນຂັ້ນການນຳຂອງລັດຖະບານ ດ້ວຍຄະແນນສຽງເຫັນດີເປັນສ່ວນຫຼາຍ.

Comments