ຊີ້ແຈງຕໍ່ຄຳຊັກຖາມໃນການຄິດໄລ່ GDP ຂອງລາວ ອີງໃສ່ຕາມຫຼັກການສາກົນ…

ທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ຂຶ້ນຊີ້ແຈງຕໍ່ຄຳຊັກຖາມຂອງ ສສຊ ໂດຍໄດ້ອະທິບາຍ ກ່ຽວກັບວິທີ, ຫຼັກການ ແລະ ສູດການຄິດໄລ່ ລວມຍອດຜະລິດຕະພັນພາຍໃນ (ຈີດີພີ) ຂອງ ສປປ ລາວ ແມ່ນໃຊ້ສູດຄິດໄລ່ຕາມຫຼັກການສາກົນ ໂດຍອີງໃສ່ 3 ພາກສ່ວນຫຼັກ. ໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 28 ຕຸລາຜ່ານມາ ພາຍໃຕ້ການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ປະທານສະພາແຫ່ງຊາດ.

ໂດຍອີງໃສ່ ດ້ານກະສິກຳ, ອຸດສາຫະກຳ, ການບໍລິການ ແລະ ຍັງມີພາສີນຳເຂົ້າທີ່ມີສ່ວນປະກອບເຖິງ 10% ໃນປີ 2020 ແມ່ນເອົາລວມຍອດການຜະລິດທີ່ເກີດຂຶ້ນ ມາລົບ ກັບການຊົມໃຊ້ ແລະ ຂອດລະຫວ່າງກາງ ອອກມາເປັນສຸດທິຂອງການຜະລິດ. ສ່ວນການຜະລິດທີ່ເກີດຂຶ້ນ ແມ່ນເອົາ ຈາກໂຄງປະກອບຂອງເສດຖະກິດຂອງລາວທີ່ມີ 3 ພາກສ່ວນຂະແໜງການຄື: 1). ກະສິກຳ ທີ່ອີງໃສ່ 4 ອັນຫຼັກ (ປູກຝັງ, ລ້ຽງສັດ, ປ່າໄມ້ ແລະ ການປະມົງ), 2). ຂະແໜງອຸດສາຫະກໍາ ມີ 8 ອັນຫຼັກ (ບໍ່ແຮ່, ການຂຸດຄົ້ນ, ອຸດສາຫະກໍາຜະລິດສະບຽງອາຫານ, ອຸດສາຫະກໍາຜະລິດເຄື່ອງດື່ມ ແລະ ຢາສູບ, ອຸດສາຫະກໍາຜະລິດແຜ່ນແພ – ເຄື່ອງນຸ່ງຫົ່ມ ແລະ ເກີບເຄື່ອງໜັງ, ອຸດສາຫະກໍາປຸງແຕ່ງອື່ນໆ, ພະລັງງານໄຟຟ້າ-ນໍ້າປະປາ ແລະ ການບໍາບັດສິ່ງເສດເຫຼືອ) ແລະ 3). ຂະແໜງການບໍລິການ ມີ 11 ອັນຫຼັກທີ່ເອົາເຂົ້າມາຄິດໄລ່ (ມີການຂາຍຍົກ – ຂາຍຍ່ອຍ – ສ້ອມແປງພາຫະນະ; ຂົນສົ່ງ ແລະ ສາງ, ບໍລິການທີ່ພັກພາອາໄສ ແລະ ອາຫານ; ດ້ານຂ່າວສານ ແລະ ສື່ສານ; ດ້ານການເງິນ – ການປະກັນໄພ; ດ້ານອະສັງຫາລິມະສັບ; ການບໍລິການສາຍວິຊາຊີບ ແລະ ວິທະຍາສາດເຕັກນິກ; ບໍລິການປ້ອງກັນຊາດ – ປ້ອງກັນຄວາມສະຫງົບ; ບໍລິການການສຶກສາ; ບໍລິການດ້ານສຸຂະພາບ ແລະ ສະຫວັດດີການສັງຄົມ; ການບໍລິການອື່ນໆ).

ເສດຖະກິດ ເລີມດີຂຶ້ນຫຼັງຈາກສະຖານະການໂຄວິດໃນລາວຜ່ອນຄາຍ. – ກະ ແຈ ລາວ

ນອກຈາກ 3 ຂະແໜງ ການນັ້ນ, ຍັງມີພາສີນຳເຂົ້າ ທີ່ເປັນສ່ວນປະກອບ GDP ເກືອບ 10%. ສໍາລັບການຄິດໄລ່ GDP ໃນປີ 2020 ນີ້ ເຫັນວ່າມັນຂະຫຍາຍຕົວຢູ່ໃນລະດັບ 3,3% ໂດຍອີງໃສ່ການລາຍງານຫຼັກ ຂອງຂະແໜງການ ທີ່ກ່ຽວຂ້ອງ ໂດຍສະເພາະແມ່ນ ການປະຕິບັດ ແຜນ 9 ເດືອນຂອງປີ 2020 ຊຶ່ງສູນສະຖິຕິແຫ່ງຊາດ ກໍໄດ້ມີການຄາດຄະເນໝົດປີ ໂດຍເອົາໂຕເລກ 9 ເດືອນ ແລະ ຄາດຄະເນ 3 ເດືອນຈຶ່ງອອກມາ ເປັນ 3,3%. ປັດໄຈທີ່ເຮັດໃຫ້ເສດຖະກິດຂອງປະເທດເຮົາມີທ່າບວກ ຊຶ່ງຕ່າງຈາກປະເທດອ້ອມຂ້າງ ເນື່ອງຈາກວ່າ ຂະແໜງກະສິກຳໄດ້ຮັບການຂະຫຍາຍຕົວດີ ຢູ່ໃນລະດັບ 2,2 ເພາະວ່າບໍ່ໄດ້ຮັບ ຜົນກະທົບໂດຍກົງ ຫຼື ໜັກໜ່ວງຈາກໂຄວິດ-19 ບໍ່ຄືກັບ ຂະແໜງທ່ອງທ່ຽວ ຫຼື ຂະແໜງການອື່ນໆ ແຕ່ມີຄວາມສ່ຽງດ້ານໄພທຳມະຊາດເທົ່ານັ້ນ. ສຳລັບຂະແໜງອຸດສາຫະກຳ, ຂະແໜງໄຟຟ້າການຜະລິດເພີ່ມຂຶ້ນສູງ ເພາະວ່າບໍ່ໄດ້ຢຸດການຜະລິດ ແລະ ຍັງໄດ້ມີເຂື່ອນຂະໜາດໃຫຍ່ເປີດການຜະລິດເຕັມກຳລັງ ເຮັດໃຫ້ບໍລິມາດການຜະລິດເພີ່ມຂຶ້ນສູງ ຮອງລົງມາແມ່ນຂະແໜງການກໍ່ສ້າງຂະຫຍາຍຕົວຢູ່ໃນ 11,7% ທີ່ຍັງສືບຕໍ່ການຜະລິດຢ່າງຕັ້ງໜ້າ ສາມາດຜະລິດໄດ້ຕາມແຜນ ໂດຍສະເພາະແມ່ນໂຄງການສ້າງທາງລົດໄຟລາວ-ຈີນ, ໂຄງການກໍ່ສ້າງທາງດ່ວນ ແລະ ໂຄງການກໍ່ສ້າງເສັ້ນ ທາງອື່ນໆ ຊຶ່ງທັງສອງຂະແໜງການນີ້ໄດ້ກວມເອົາ 19% ຂອງ GDP.

Comments