ມອບເງິນຊຸກຍູ້ທີມບານເຕະຫຼວງພະບາງ ການແຂ່ງຂັນກີລາວັນຊາດ….

ໃນໂອກາດວັນຊາດ ວັນທີ 2 ທັນວາ ຄົບຮອບ 45 ປີ ສະຫະພັນບານເຕະແຫ່ງຊາດລາວ ຈະໄດ້ຈັດການແຂ່ງຂັນກິລາເຕະບານຂຶ້ນ ໃນລະຫວ່າງວັນທີ 6-21 ພະຈິກນີ້. ໂດຍໄດ້ປຸກລະດົມໃຫ້ບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ສົ່ງນັກກິລາເຂົ້າຮ່ວມ. ສະເພາະແຂວງຫຼວງພະບາງໄດ້ຈັດຢູ່ໃນກຸ່ມ ຄໍ ປະກອບມີ 4 ທີມຄື: ຫຼວງພະບາງ, ຫຼວງນ້ຳທາ, ໄຊຍະບູລີ ແລະ ອັດຕະປື. ເພື່ອເປັນການສຸກຍູ້ ການສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ ຕອນບ່າຍວັນທີ່ 28 ຕຸລາ 2020 ຜ່ານມາ ກຸ່ມບໍລິສັດເທຣດເຊີລາວ ໄດ້ມອບເງີນ ຈຳນວນ 50.000.000 ກີບ ແລະ ສະຫະພັນບານເຕະແຫ່ງຊາດ ໄດ້ມອບເງີນ ຈຳນວນ 50.000.000 ກີບ ໃຫ້ສະຫະພັນບານເຕະຫຼວງພະບາງ,

ຕາງໜ້າມອບໂດຍແມ່ນ ທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາຄະນະບໍລິຫານງານສູນກາງພັກ ແລະ ຮັບໂດຍ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ໂດຍມີພາກສ່ວນກ່ຽວຂ້ອງເປັນສັກຂີພິຍານ. ສຳລັບການກະກຽມຄວາມພ້ອມ ຂອງນັກກິລາແຂວງຫຼວງພະບາງ ທ່ານ ພວງເພັດ ພຸດທະບັນດິດ ຜູ້ຈັດການທີມໄດ້ໃຫ້ສຳພາດວ່າ: ເບື້ອງຕົ້ນໄດ້ຂັດເລືອກນັກກິລາ ຈາກການແຂ່ງຂັນບານເຕະຟຸດຊໍຊາຍໃນຮົ່ມ ຊຶ່ງໄດ້ນັກກິລາທີ່ຈະເຂົ້າຮ່ວມຕົວຈີງ ຈຳນວນ 20 ຄົນ, ໂດຍເປັນນັກກິລາພາຍໃນແຂວງທັງໝົດ, ສ່ວນຄູຝຶກ ແມ່ນທ່ານ ທິບພະສອນ ສິດທິພອນ ວິຊາການຈາກພະແນກສຶກສາທິການ ແລະ ກິລາແຂວງ,

ປັດຈຸບັນ, ໄດ້ຈັດການຝຶກຊ້ອມເປັນປົກກະຕິ ເຫັນວ່ານັກກິລາມີຄວາມພ້ອມຫຼາຍ ຄາດວ່າການແຂ່ງຂັນຄັ້ງນີ້ ຈະໃຫ້ໄດ້ເຂົ້າເຖິງຮອບ 4 ທີມສຸດທ້າຍ.ສຳລັບຕາຕະລາງການແຂ່ງຂັນ ໃນຮອບແບ່ງກຸ່ມ ນັດທຳອິດຂອງແຂວງຫຼວງພະບາງ ຈະພົບກັບ ແຂວງໄຊຍະບູລີ ໃນວັນທີ່ 10 ພະຈິກ ທີ່ສະໜາມກິລາຫຼັກ 16 (ເດີ່ນ 2 ), ນັດທີ່ 2 ຈະພົບກັບແຂວງຫຼວງນໍ້າທາ ໃນວັນທີ່ 12 ພະຈິກ ທີ່ສະໜາມກິລາກອງທັບ ແລະ ນັດທີ່ 3 ຈະພົບກັບ ແຂວງອັດຕະປື ໃນວັນທີ່ 14 ພະຈິກ ທີ່ສະໜາມກິລາຫຼັກ 16 (ເດີ່ນ 1 ), ຫາກໄດ້ເປັນທີ 1 ຫຼື ທີ 2 ຂອງສາຍ ຄໍ ຈະໄດ້ຜ່ານເຂົ້າໄປແຂ່ງຂັນໃນຮອບ 8 ທີມສຸດທ້າຍ.

ແຫຼ່ງຂໍ້ມູນ: ປະຊາຊົນ

Comments