ສທໜ ສະຫຼຸບຜົນງານ 5 ປີ 2015-2020 ແລະ ວາງແຜນວຽກງານ 5 ປີຕໍ່ໜ້າ…

ໃນວັນທີ 29 ຕຸລາ 2020 ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ (ສທໜ) ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ IV ຂຶ້ນ, ພາຍໃຕ້ການເປັນປະທານຂອງທ່ານ ຄຳແສນ ສີສະວົງ ປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ, ໂດຍການເຂົ້າຮ່ວມຂອງທ່ານ ອາລຸນໄຊ ສູນນະລາດ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ພ້ອມດ້ວຍຄະນະບໍລິຫານງານສະມາຄົມນັກທຸລະກິດຊາວໜຸ່ມແຫ່ງຊາດລາວ, ບັນດາສະມາຊິກສະມາຄົມໃນຂອບເຂດທົ່ວປະເທດ ແລະ ແຂກຖືກເຊີນເຂົ້າຮ່ວມ.ທີ່ໂຮງແຮມແລນມາກ.

ກອງປະຊຸມໄດ້ຮັບຟັງການສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ III ແຕ່ປີ 2015-2020 , ທິດທາງ ແລະ ແຜນການເຄື່ອນໄຫວ ໃນໄລຍະ 5 ຕໍ່ໜ້າ 2020-2025  ແລະ ມາດຕະການຈັດຕັ້ງປະຕິບັດ ໂດຍການລາຍງານຂອງທ່ານ ວິໄລສານ ພົມວີໄຊ ຮອງປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດລາວ     ໄດ້ຍົກໃຫ້ເຫັນບາງຕອນວ່າ: ໃນໄລຍະ 5 ປີຜ່ານມາ ພວກເຮົາໄດ້ເປັນເຈົ້າການປຸກລະດົມທາງດ້ານການເມືອງ-ແນວຄິດ, ການເຕົ້າໂຮມຄວາມສາມັກຄີພາຍໃນສະມາຊິກ, ແນ່ໃສ່ເຮັດໃຫ້ເຂົາເຈົ້າມີນໍ້າໃຈຊື່ສັດບໍລິສຸດ, ມີຄວາມຈົງຮັກພັກດີຕໍ່ອົງກອນ ແລະ ມີຄວາມກະຕືລືລົ້ນຕໍ່ໜ້າທີ່ຄວາມຮັບຜິດຊອບທີ່ຖືກມອບໝາຍ.

ປັດຈຸບັນສາມາດຂະຫຍາຍສາຂາ ແລະ ສະມາຊິກ ເພື່ອເຂົ້າຮ່ວມໃນຂະບວນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ແລະ ພັດທະນາຄົນຮຸ່ນໜຸ່ມ ໃຫ້ກາຍເປັນນັກທຸລະກິດໜຸ່ມຜູ້ສືບທອດ ເປັນນັກຮົບເສດຖະກິດຂອງພັກ ພວກເຮົາສາມາດຂະຫຍາຍສາຂາຢູ່ໃນ 18 ແຂວງ ແລະ ເພີ່ມຈໍານວນສະມາຊິກໃນຂອງເຂດທົ່ວປະເທດ ເກືອບ 780 ບໍລິສັດ ເຊິ່ງມີຕົວເລກສະແດງອອກຄື: ສະມາຊິກປັດຈຸບັນທົ່ວປະເທດມີ 780 ບໍລິສັດ ມີມູນຄ່າການລົງທຶນ 780.000.000 ແລະ ສາມາດສ້າງວຽກເຮັດງານທໍາໄດ້ 31.200 ຄົນ.

ທ່ານ ຍັງກ່າວຕື່ມວ່າ: ທິດທາງ ແລະ ແຜນການເຄື່ອນໄຫວຂອງ ສທໜ ໃນໄລຍະ 5 ປີຕໍ່ໜ້າ 2020-2025 (1) ສືບຕໍ່ແຜນກໍ່ສ້າງບຸກຄະລາກອນ ແລະ ມະຫາຊົນຜູ້ກ້າວໜ້າຢູ່ໃນບາງຫົວໜ່ວຍທຸລະກິດ ໃຫ້ມີເງື່ອນໄຂໄດ້ເຂົ້າເປັນສະມາຊິກຊາວໜຸ່ມ ປະຊາຊົນປະຕິວັດລາວ, ການຈັດຕັ້ງມະຫາຊົນອື່ນໆ ແລະ ກາຍເປັນສະມາຊິກພັກ ເປັນຜູ້ນໍາຫຼັກແຫຼ່ງໃນຫົວໜ່ວຍທຸລະກິດຕ່າງໆ; (2) ສືບຕໍ່ປັບປຸງການຈັດຕັ້ງ ສທໜ ຂັ້ນສູນກາງ ໂດຍແບ່ງໜ້າທີ່ຮັບຜິດຊອບໃຫ້ຄະນະບໍລິຫານງານໃຫ້ເໝາະສົມ ປະກອບມີຫຼາຍຂະແໜງການ ເພື່ອສ້າງຄວາມເຂັ້ມແຂງ ແລະ ມີທ່າແຮງເພີ່ມຂຶ້ນ. ປັບປຸງການຈັດຕັ້ງ ແລະ ວິທີການເຄື່ອນໄຫວວຽກງານຂອງ ສທໜ ຂັ້ນແຂວງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ທັງແທດເໝາະກັບສະພາບ ແລະ ຈຸດພິເສດຂອງທ້ອງຖິ່ນ; (3) ສືບຕໍ່ການປຸກລະດົມຂົນຂວາຍ ສ້າງຕັ້ງ ສທໜ ບັນດາແຂວງ, ເມືອງ ທີ່ຍັງບໍ່ທັນມີ ແລະ ຂະຫຍາຍສະມາຊິກໃໝ່ໃຫ້ໄດ້ຢ່າງໜ້ອຍ 30% ຂອງຈໍານວນທີ່ມີຢູ່ໃນປັດຈຸບັນ, ເຮັດແນວໃດເຕົ້າໂຮມໃຫ້ໄດ້ນັກທຸລະກິດໜຸ່ມໃຫ້ເຂົ້າສູ່ການຈັດຕັ້ງ ເພື່ອສຶກສາອົບຮົມ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ກາຍເປັນກໍາລັງແຮງພັດທະນາປະເທດຊາດ;

(4) ເອົາໃຈໃສ່ປັບປຸງ, ມີແບບແຜນວິທີເຮັດວຽກທີ່ຖືກຕ້ອງ, ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ ແບ່ງງານ ແບ່ງຄວາມຮັບຜິດຊອບໃຫ້ກັນຈະແຈ້ງ, ມີລະບອບປະຊຸມສ່ອງແສງລາຍງານສະພາບການເປັນປົກກະຕິ, ມີການສໍາຫຼວດກວດກາຕີລາຄາແບ່ງປະເພດໃນແຕ່ລະໄລຍະ; (5) ສືບຕໍ່ສ້າງນັກທຸລະກິດໜຸ່ມລຸ່ນສືບທອດ ໂດຍຜ່ານໂຄງການຮ່ວມມືກັບອົງການຈັດຕັ້ງສາກົນຕ່າງໆ ດ້ວຍການຈັດຊຸດຝຶກອົບຮົມ, ການແຂ່ງຂັນສ້າງແຜນທຸລະກິດ, ການຄັດເລືອກ ແລະ ຊອກຫາຊາວໜຸ່ມທີ່ດ້ອຍໂອກາດ ແຕ່ມີຄວາມຕັ້ງໃຈຢາກເຮັດທຸລະກິດເປັນຂອງຕົນເອງ. ຜ່ານການຄັດເລືອກຈາກໂຄງການດັ່ງກ່າວ ສທໜ ຈະໄດ້ສືບຕໍ່ປະຕິບັດນະໂຍບາຍພິເສດໃຫ້ເຂົາເຈົ້າໄດ້ເຂົ້າເປັນສະມາຊິກ ໂດຍບໍ່ເສຍຄ່າທໍານຽມສະມາຊິກຈົນກວ່າຈະມີທຸລະກິດເປັນຂອງຕົນເອງແລະ (6) ການປັບປຸງກົດລະບຽບການ ເພື່ອເປັນການສືບຕໍ່ປັບປຸງພາລະບົດບາດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງສະມາຄົມນັກທຸລະກິດໜຸ່ມ ໃຫ້ມີຄວາມສອດຄ່ອງກັບສະພາບຄວາມເປັນຈິງ ຂອງການຂະຫຍາຍຕົວດ້ານເສດຖະກິດ-ສັງຄົມ ຂອງປະເທດເຮົາໃນປັດຈຸບັນ.​ ເວົ້າສະເພາະນະໂຍບາຍການສົ່ງເສີມທຸລະກິດ ຂອງນັກທຸລະກິດໜຸ່ມຜູ້ສືບທອດໃຫ້ສືບຕໍ່ຂະຫຍາຍຕົວຢ່າງມີລະບົບ, ສະໝໍ່າສະເໝີ, ມີຄວາມໝັ້ນຄົງ ແລະ ຖືກຕ້ອງຕາມລະບຽບກົດໝາຍ;

(7) ສືບຕໍ່ການຮ່ວມມືກັບນັກທຸລະກິດພາຍໃນປະເທດ ດ້ວຍຮູບແບບຊຸກຍູ້ໃຫ້ສະມາຊິກ ເຕົ້າໂຮມກັນສ້າງຕັ້ງເປັນສະຫະບໍລິສັດ ເຊິ່ງຈະເປັນການຍົກລະດັບຄວາມສາມາດດ້ານທຶນຮອນ, ດ້ານບຸກຄະລາກອນ, ນໍາໃຊ້ລະບົບບໍລິຫານຈັດການແບບມືອາຊີບ ເພື່ອຮ່ວມກັນຈັດຕັ້ງປະຕິບັດບັນດາໂຄງການຕ່າງໆຂອງລັດຖະບານ ຫຼື ໂຄງການຊ່ວຍເຫຼືອຂອງສາກົນໃຫ້ແກ່ລັດຖະບານ; (8) ຂະຫຍາຍການພົວພັນຮ່ວມມືກັບອົງການຈັດຕັ້ງສາກົນ ເພື່ອປະຕິບັດໂຄງການຕ່າງໆ ແລະ ຮ່ວມມືກັບບັນດາປະເທດອາຊຽນ ແລະ ປະເທດອື່ນ ເພື່ອສ້າງເງື່ອນໄຂທຸລະກິດໃຫ້ແກ່ສະມາຊິກ ເພື່ອຂະຫຍາຍຕະຫຼາດ ແລະ ດຶງດູດການລົງທຶນ; (9) ສືບຕໍ່ຈັດກິດຈະກໍາຕ່າງໆເພື່ອສ້າງລາຍຮັບເຂົ້າກອງທຶນພັດທະນາ ສທໜ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກ ແລະ ຊ່ວຍເຫຼືອສັງຄົມ; (10) ສະເໜີອົງການມະຫາພາກທີ່ກ່ຽວຂ້ອງໃຫ້ນະໂຍບາຍພິເສດ ເພື່ອກະຕຸກຊຸກຍູ້ ສທໜ ໂດຍສະເພາະແມ່ນບຸລິມະສິດໃນການປະຕິບັດໂຄງການຂອງລັດຖະບານ, ທັງນີ້ເພື່ອເຮັດໃຫ້ການຈັດຕັ້ງ ແລະ ສະມາຊິກຂອງ ສທໜ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ຍືນຍົງ; (11) ສືບຕໍ່ສະເໜີຂໍສະຖານທີ່ນໍາລັດຖະບານ ກໍ່ຄືສູນກາງ ຊປປລ ເພື່ອລົງທຶນກໍ່ສ້າງເປັນຫົວໜ່ວຍທຸລະກິດບໍລິການ ແລະ ເປັນສໍານັກງານຫ້ອງການປະຈໍາການຂອງຄະນະບໍລິຫານງານ ສທໜ ຢູ່ນະຄອນຫຼວງວຽງຈັນ ເຊິ່ງອາຄານດັ່ງກ່າວ ຈະກາຍເປັນບ່ອນເຕົ້າໂຮມສະມາຊິກນັກທຸລະກິດໜຸ່ມ ແລະ ການເປັນທຸລະກິດຮ່ວມສະມາຊິກ ສທໜ.

ເຊິ່ງພາຍໃນງານ ຍັງໄດ້ມີການມອບໃບຍ້ອງຍໍຜົນງານ 5 ປີ ແກ່ຄະນະບໍລິຫານງານ ສທໜ ໃຫ້ອະດີດປະທານ, ປະທານ ສທໜ ປະຈຸບັນ, ປະທານ ສທໜ ແຂວງ, ນະຄອນຫຼວງ ບັນດາສະມາຊິກພາຍໃນ ສທໜ ທີ່ມີຜົນງານພົ້້ນເດັ່ນໃນການປະຕິບັດວຽກງານ ແລະ ການດຳເນີນທຸລະກິດ ຈຳນວນ 21 ທ່ານ.

ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

Comments