ລັດຖະບານ ລາວ ຕ້ອນຮັບການເຂົ້າຢ້ຽມອໍາລາ ແລະ ມອບຫລຽນກາ ໃຫ້ທູດອົດສະຕຣາລີ…

ໃນຕອນເຊົ້າວັນທີ 29 ຕຸລາ 2020 ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງ ທ່ານ ຊ໋ອງ ເບີນາດ ຄາຣາສໂກ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ ໃນໂອກາດທີ່ສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ. ໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ຕໍ່ຜົນສໍາເລັດໃນການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຕະຫລອດໄລຍະ 3 ປີ ຜ່ານມາ, ເຊິ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ກໍຄື ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ.

ໃນນັ້ນ, ຜົນງານອັນພົ້ນເດັ່ນ ແມ່ນການພັດທະນາ ຫລື ODA ຂອງອົດສະຕຣາລີ ແກ່ ສປປ ລາວ ສະເລ່ຍ 40-50 ລ້ານໂດລາອົດສະຕຣາລີ ໃນແຕ່ລະປີ, ລວມທັງການຊ່ວຍເຫລືອ ແກ່ ສປປ ລາວ ໃນເຫດການຕ່າງໆ ເຊັ່ນ: ເຫດການໄພພິບັດນໍ້າຖ້ວມ ຢູ່ແຂວງອັດຕະປື ໃນປີ 2018; ເຫດການໄພນໍ້າຖ້ວມແຂວງພາກກາງ ແລະ ພາກໃຕ້ ໃນປີ 2019 ແລະ ພິເສດແມ່ນການຊ່ວຍເຫລືອໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນມູນຄ່າ 4,8 ລ້ານໂດລາອົດສະຕຣາລີ ລວມທັງການປະກອບສ່ວນຊຸກຍູ້ ແລະ ອໍານວຍຄວາມສະດວກໃນການແລກປ່ຽນການຢ້ຽມຢາມ ຂອງການນໍາຂັ້ນສູງຂອງສອງປະເທດ.

ພ້ອມດຽວກັນນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນລາວ ໄດ້ມອບຫລຽນກາມິດຕະພາບ ໃຫ້ແກ່ ທ່ານ ຊ໋ອງ ເບີນາດ ຄາຣາສໂກ ເພື່ອສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຈາລຶກຜົນງານຄວາມດີ ທີ່ທ່ານ ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນການເສີມຂະຫຍາຍສາຍພົວພັັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ລາວ ແລະ ອົດສະຕຣາລີ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ ຕະຫລອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ. ໃນໂອກາດນີ້, ທ່ານ ຊ໋ອງ ເບີນາດ ຄາຣາສໂກ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ລັດຖະບານ ແລະ ປະຊາຊົນລາວ, ໂດຍສະເພາະ ກະຊວງການຕ່າງປະເທດລາວ ທີ່ໄດ້ອໍານວຍຄວາມສະດວກ ໃຫ້ແກ່ການເຄື່ອນໄຫວປະຕິບັດວຽກງານການທູດຂອງຕົນ ຢູ່ ສປປ ລາວ ໃຫ້ມີປະສິດທິຜົນເປັນຢ່າງດີ. ທ່ານ ຍັງໄດ້ສະແດງຄວາມຮູ້ສຶກເປັນກຽດຢ່າງສູງ ທີ່ ລັດຖະບານ ແລະ ປະຊາຊົນລາວ ມອບຫລຽນກາມິດຕະພາບອັນຊົງກຽດໃຫ້ແກ່ຕົນ ແລະ ຢືນຢັນຈະສືບຕໍ່ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຂອງສອງປະເທດ ອົດສະຕຣາລີ-ລາວ ໃຫ້ນັບມື້ນັບຈະເລີນງອກງາມຍິ່ງໆຂຶ້ນໃນອະນາຄົດ.

ແຫຼ່ງຂໍ້ມູນ: ຂປລ

Comments