ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VIII ໃນວັນທີ 28 ຕຸລາຜ່ານມາ ພາຍໃຕ້ການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ,
ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ຊີ້ແຈງຕໍ່ ສສຊ ວ່າ: ບັນຫາໜີ້ເສຍ ຫຼື ໜີ້ທີ່ບໍ່ເກີດດອກອອກຜົນ (NPL) ຊຶ່ງຕາມສະຖິຕິ ໂຕເລກ NPL ປີ 2017 ຢູ່ 3,07%, ປີ 2018 ຢູ່ 3,12%, ປີ 2019 ຢູ່ 3,04% ແລະ ໃນ 9 ເດືອນຂອງປີ 2020 ນີ້ ຢູ່ທີ່ 3,17% ຖ້າທຽບໃສ່ປີ 2019 ແມ່ນເພີ່ມຂຶ້ນ ແຕ່ກໍເນື່ອງຈາກວ່າເກີດມີໄພພິບັດທາງທໍາມະຊາດ ແລະ ການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ທຸລະກິດຫຼາຍອັນປະສົບບັນຫາ. ເຖິງແນວໃດກໍຕາມ, ພວກເຮົາຍັງຊອກວິທີການແກ້ໄຂຊ່ວຍປະຊາຊົນ ກໍຄືຜູ້ກູ້ຢືມ. ໜີ້ NPL 3,17% ທີ່ເກີດຂຶ້ນໃນໄລຍະ 9 ເດືອນຂອງປີ 2020 ແມ່ນສັງລວມຈາກລະບົບທະນາຄານ ຊຶ່ງໃນນີ້ ມີທະນາຄານທຸລະກິດຂອງລັດ 1,8%, ທະນາຄານຮ່ວມທຶນ 0,26%, ທະນາຄານເອກະຊົນ 0,7%, ທະນາຄານຕ່າງປະເທດ 0,4%.
ສະນັ້ນ, ເຫັນໄດ້ວ່າໃນທະນາຄານລັດ ມີໜີ້ສິນເຊື່ອທີ່ທວງບໍ່ໄດ້ຕາມເວລາ ແລະ ບໍ່ອອກດອກອອກຜົນສູງກວ່າກຸ່ມທະນາຄານອື່ນ ເນື່ອງຈາກວ່າທະນາຄານທຸລະກິດຂອງລັດເຮັດສອງພາລະບົດບາດຄື ເຮັດທັງໜ້າທີ່ການເມືອງ ແລະ ເຮັດທັງທຸລະກິດ, ການຄຸ້ມຄອງພະນັກງານໃນການບໍລິຫານ ກໍມີຂໍ້ບົກຜ່ອງຈຳນວນໜຶ່ງ ເປັນຕົ້ນການພິຈາລະນາສິນເຊື່ອ, ການວິເຄາະວິໄຈ, ການບໍລິການລູກຄ້າ, ການລົງຕິດຕາມຕ່າງໆ ຊຶ່ງເປັນປັດໄຈໜຶ່ງ ທີ່ຈະຕ້ອງໄດ້ຮັບການປັບປຸງ ລວມທັງປັບປຸງໂຄງສ້າງການຖືຮຸ້ນຕ່າງໆ. ນອກນີ້, ຍັງມີປັດໄຈພາຍນອກດ້ານເສດຖະກິດທີ່ບໍ່ມີຄວາມແນ່ນອນ ເກີດມີຄວາມຫຍຸ້ງຍາກ ເຮັດໃຫ້ໜີ້ບໍ່ເກີດດອກອອກຜົນເພີ່ມຂຶ້ນ.
ສ່ວນປັດໄຈສຳຄັນໃນການແກ້ໄຂ ແມ່ນໄດ້ຕິດພັນກັບຂະແໜງການອື່ນ ເປັນຕົ້ນແມ່ນຂະແໜງຍຸຕິທຳ ໃນການແກ້ໄຂບັນຫາແມ່ນຕ້ອງໄປຕາມຂັ້ນຕອນຂອງຂະບວນການຍຸຕິທຳ ຊຶ່ງຊັກຊ້າບໍ່ສາມາດແກ້ໄຂບັນຫາໄດ້ຢ່າງທັນການ, ຊຶ່ງທຸກຂະແໜງການຕ້ອງໄດ້ປັບປຸງໄປພ້ອມໆກັນ ເພາະວ່າທຸກຂະແໜງການແມ່ນປິ່ນອ້ອມກັນໝົດ. ທ່ານ ກ່າວອີກວ່າ: ລະບົບທະນາຄານ ມີຄວາມຮັບຜິດຊອບ 2 ຢ່າງ, ເງິນທີ່ເອົາມາປ່ອຍແມ່ນລະດົມຈາກປະຊາຊົນ ຊຶ່ງບັນຊີເງິນຝາກໃນທົ່ວປະເທດທີ່ເຂົ້າສູ່ລະບົບທະນາຄານ ປະມານ 3.700.000 ບັນຊີ ແລ້ວທ້ອນເອົາຈາກຫຼາຍບັນຊີມາປ່ອຍໃຫ້ຜູ້ກູ້ຢືມ ໃນທົ່ວລະບົບທະນາຄານທີ່ໄດ້ກູ້ຢືມ ມີປະມານ 150.000 ບັນຊີ, ຂະນະດຽວກັນ ທະນາຄານກໍຕ້ອງມີຄວາມຮັບຜິດຊອບເວລາຜູ້ຝາກໄປຖອນແມ່ນຕ້ອງຖອນໃຫ້ໄດ້ ເພື່ອໃຫ້ຮັບປະກັນໄດ້ທັງ 2 ຢ່າງນີ້.
ແຫຼ່ງຂໍ້ມູນ: ປະຊາຊົນ