ຄະນະກໍາມະການເລືອກຕັ້ງລະດັບຊາດ ສະຫລຸບຖອດຖອນບົດຮຽນ ກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II

ຄະນະກໍາມະການເລືອກຕັ້ງລະດັບຊາດ ຈັດກອງປະຊຸມສະຫລຸບຖອດຖອນບົດຮຽນ ກ່ຽວກັບການກະກຽມ ແລະດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II ໃນຕອນເຊົ້າວັນທີ 15 ມິນາ 2021 ທີ່ຫໍປະຊຸມແຫ່ງຊາດ ຫລັກຫົກ ນະຄອນຫລວງງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານນາງປານີ ຢາທໍຕູ້ ປະທານສະພາແຫ່ງ ຊາດ, ປະທານຄະນະກໍາມະການເລືອກຕັງລະດັບຊາດ.

อาจเป็นรูปภาพของ 1 คน

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອສະຫຼຸບຕີລາຄາ, ຖອດຖອນບົດຮຽນກ່ຽວກັບການກະກຽມ ແລະ ດຳເນີນການເລືອກຕັ້ງ ສສ ຊຸດທີ IX ສສຂ ຊຸດທີ II ທີ່ຈັດຂຶ້ນໃນວັນທີ 21 ກຸມພາຜ່ານມາ, ທັງເປັນການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ, ກ່ຽວກັບການກະກຽມ ແລະ ດຳເນີນການເລືອກຕັ້ງໃນຄັ້ງນີ້ ເພື່ອເປັນບົດຮຽນໃຫ້ແກ່ການເລືອກຕັ້ງຄັ້ງຕໍ່ໄປໃນອີກ 5 ປີຕໍ່ໜ້າ.

อาจเป็นรูปภาพของ 1 คน และกำลังยืน

ໃນໂອກາດນີ້ ທ່ານ ນາງ ສີໃສ ລືເດດມູນສອນ ກຳມະ ການກົມການເມືອງສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ຜູ້ປະຈຳການຄະນະປະຈຳການ ຄະນະກຳມະການເລືອກຕັ້ງລະດັບຊາດໄດ້ຂຶ້ນຜ່ານບົດສະຫຼຸບການກະກຽມ ແລະ ດຳເນີນການເລືອກຕັ້ງ ສສ ຊຸດທີ IX ແລະ ສສຂ ຊຸດທີ II ໂດຍຍົກໃຫ້ເຫັນນັບແຕ່ການຈັດຕັ້ງຜັນຂະຫຍາຍນິຕິກຳຕ່າງໆທີ່ຄະນະກຳມະການເລືອກຕັ້ງລະດັບຊາດວາງອອກ, ການກະກຽມວຽກງານຮອບດ້ານໃຫ້ແກ່ການເລືອກຕັ້ງ ເປັນຕົ້ນວຽກງານໂຄສະນາ ແລະ ປຸກລະດົມຂະບວນການ, ວຽກງານໂຄງປະກອບ ແລະ ບຸກຄະລາກອນ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ບັນຍາກາດປ່ອນບັດເລືອກຕັ້ງ ແລະ ຜົນການປ່ອນບັດເລືອກຕັ້ງ. ທ່ານ ນາງ ສີໃສ ລືເດດມູນສອນ ຍັງໄດ້ຕີລາຄາສາເຫດທີ່ພາໃຫ້ມີດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ, ບົດຮຽນທີ່ຖອດ ຖອນໄດ້, ລວມເຖິງວຽກຈຸດສຸມທີ່ຈະຕ້ອງໄດ້ສືບຕໍ່ໃນບາດກ້າວທີ 4. ໃນນີ້ສະເພາະດ້ານອ່ອນ-ຂໍ້ຄົງຄ້າງຈາກການເລືອກຕັ້ງຄັ້ງນີ້ມີຫຼາຍຢ່າງ ເປັນຕົ້ນ ການເປັນເສນາທິການຂອງອະນຸກຳມະການຕ່າງໆຍັງບໍ່ດີເທົ່າທີ່ຄວນ, ການຄັດເລືອກເປົ້າໝາຍອອກສະໝັກຮັບເລືອກຕັ້ງບໍ່ທັນຮັບປະກັນຕາມມາດຖານເງື່ອນໄຂ, ການສ້າງກົງຈັກຊ່ວຍວຽກ ແລະປະກອບພະນັກງານເຂົ້າຮັບໃຊ້ວຽກງານເລືອກຕັ້ງມີຈໍານວນຫລາຍ ແຕ່ພະນັກງານຈໍານວນໜຶ່ງຍັງບໍ່ທັນຍົກສູງຄວາມຮັບຜິດຊອບຂອງຕົນ, ການກໍານົດສິດ, ໜ້າທີ່ຂອງອະນຸກໍາມະການຕ່າງໆຍັງບໍ່ທັນລະອຽດ ຊັດເຈນ ການປະຕິບັດວຽກງານບາງດ້ານຊັກຊ້າ ແລະຊໍ້າຊ້ອນກັນ. ການຄັດເລືອກເປົ້າໝາຍອອກສະໝັກຮັບເລືອກຕັ້ງ ພາຍຫລັງສໍາເລັດການເລືອກຕັ້ງແລ້ວ ມີບາງເປົ້າໝາຍຖືກຜູ້ມີສິດເລືອກຕັ້ງຄັດຄ້ານ ແລະ ອື່ນໆ.

อาจเป็นรูปภาพของ 4 คน, ผู้คนกำลังนั่ง และสถานที่ในร่ม

ສຳລັບສະມາຊິກສະພາແຫ່ງຊາດຊຸດທີ IX ທີ່ເລືອກຕັ້ງໄດ້ໃນຄັ້ງນີ້ມີທັງໝົດ 164 ຄົນ, ຍິງ 36 ຄົນ, ສ່ວນ ສສຂ ຊຸດທີ II ມີທັງໝົດ 492 ຄົນ, ຍິງ 150 ຄົນ, ສ່ວນກອງປະ ຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຊຸດທີ IX ຈະຈັດຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 22 ຫາ 26 ມີນານີ້ ທີ່ນະຄອນຫຼວງວຽງຈັນ.

ແຫຼ່ງຂ່າວ: Lao National Radio

Comments