ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີຂອງທັງສາມຊາດ ລາວ, ຫວຽດນາມ ແລະ ກຳປູເຈຍ

ໃນຕອນເຊົ້າຂອງວັນທີ 10 ມີນາ 2021, ທີ່ ສຳນັກງານນາຍົກລັດຖະມົນຕີ, ໄດ້ມີກອງປະຊຸມພົບປະທາງໄກ ລະຫວ່າງ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພະນະທ່ານ ຫງວຽນ ຊວັນຟຸກ, ນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ແລະ ພະນະທ່ານ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີຂອງທັງສາມຊາດ ລາວ, ຫວຽດນາມ ແລະ ກຳປູເຈຍ.

อาจเป็นรูปภาพของ 1 คน และกำลังยืน

ໃນໂອກາດນີ້, ພະນະທ່ານ ນາຍົກລົດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍມາຍັງ ພະນະທ່ານ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ທີ່ມີຂໍ້ລິເລີ່ມໃນການຈັດກອງປະຊຸມພົບປະ 3 ຝ່າຍ ໃນຄັ້ງນີ້, ຊຶ່ງເປັນກົນໄກການພົບປະປຶກສາຫາລືກັນ ທີ່ໄດ້ຈັດຂຶ້ນຢ່າງເປັນປະຈໍາໃນຊ່ວງໄລຍະການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນໃນຊຸມປີຜ່ານມາ, ແຕ່ເນື່ອງດ້ວຍສະພາບຄວາມຫຍຸ້ງຍາກຂອງບັນຫາການແຜ່ລະບາດຂອງພະຍາດໂຄວິດ-19 ຈຶ່ງໄດ້ມີການພົບປະກັນໃນຮູບແບບທາງໄກ. ພ້ອມດຽວກັນນີ້, ພະນະທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍ່ໄດ້ສະແດງຄວາມດີໃຈທີ່ໄດ້ພົບກັບ ພະນະທ່ານ ຫງວຽນ ຊວັນ ຟຸກ ແລະ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ອີກຄັ້ງ, ຊຶ່ງສະແດງໃຫ້ເຫັນເຖິງຄວາມຮັກແພງ ແລະ ຄວາມສາມັກຄີແບບພິເສດ ທີ່ມີມູນເຊື້ອມາແຕ່ດົນນານ ລະຫວ່າງ 3 ປະເທດ, ເຖິງແມ່ນວ່າສະພາບການພາກພື້ນ ແລະ ສາກົນ ຈະເພີ່ມທະວີຄວາມສັບສົນຫຼາຍປານໃດກໍ່ຕາມ, ທັງບັນຫາການແຜ່ລະບາດຢ່າງຫນັກຂອງພະຍາດໂຄວິດ-19, ຄວາມຂັດແຍ່ງດ້ານການເມືອງ-ຄວາມຫມັ້ນຄົງ, ເສດຖະກິດ-ການຄ້າ ແລະ ອື່ນໆ. ກອງປະຊຸມພົບປະຄັ້ງນີ້, ຜູ້ນຳທັງ 3 ປະເທດ ໄດ້ເຫັນດີເປັນເອກະພາບກັນ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີນຳກັນ, ໄດ້ມີກົນໄກການຮ່ວມມືດ້ານການເມືອງຮ່ວມກັນຢ່າງໜັກແໜ້ນ ຊຶ່ງໄດ້ສະແດງອອກໃນການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງການນຳຂັ້ນສູງ ຢ່າງເປັນປະຈຳ, ການຈັດກອງປະຊຸມສອງກົມການເມືອງ ແລະ ກອງປະຊຸມຄະນະກຳມະການຮ່ວມມື (JC) ລາວ-ຫວຽດນາມ ແລະ ລາວ-ກຳປູເຈຍ ເປັນປະຈຳໃນທຸກໆປີ; ຜູ້ນຳ 3 ປະເທດ ໄດ້ເຫັນດີສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືກັນດ້ານການເມືອງ, ວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ດ້ານເສດຖະກິດ-ການຄ້າ ແລະ ອື່ນໆ.

อาจเป็นรูปภาพของ 3 คน, ผู้คนกำลังยืน และข้อความพูดว่า "85 CAMBODIA LAOS -VIET NAM PRIME MINISTERS' VIRTUAL MEETING 10 March 2021 R4 CAMBEDIA"

ພ້ອມດຽວກັນນີ້, ກໍ່ໄດ້ທົບທວນຄືນການຮ່ວມມືລະຫວ່າງ 3 ປະເທດ ເປັນຕົ້ນ ຂອບການຮ່ວມມືເຂດສາມຫຼ່ຽມພັດທະນາ (CLV), ສືບຕໍ່ທົບທວນການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍ ການພັດທະນາເສດຖະກິດ-ສັງຄົມ 2010-2020 ແລະ ປັງປຸງແຜນແມ່ບົດ ວ່າດ້ວຍການພັດທະນາເສດຖະກິດ-ສັງຄົມ ຮອດປີ 2030, ຮ່ວມມືກັນໃນການຂົນຂວາຍແຫຼ່ງທຶນ ມາຈັດຕັ້ງປະຕິບັດບັນດາໂຄງການບູລິມະສິດ ແລະ ບັນດາແຜນງານພັດທະນາໃນຂອບ CLV, ກໍ່ຄື ສືບຕໍ່ຜັນຂະຫຍາຍຜົນການຕົກລົງຂອງຜູ້ນໍາສາມປະເທດໃນກອງປະຊຸມສຸດຍອດຄັ້ງທີ 9; ເພີ່ມທະວີການຮ່ວມມືກັນຢ່າງໃກ້ຊິດ ເພື່ອຍາດແຍ່ງເອົາການຮ່ວມມືຊ່ວຍເຫຼືອຈາກແຕ່ລະກົນໄກ ເພື່ອຜົນປະໂຫຍດສູງສຸດຂອງທັງ 3 ປະເທດ ເປັນຕົ້ນ ໃນຂອບການຮ່ວມມືອະນຸພາກພື້ນ ເຊັ່ນ: ຂອບການຮ່ວມື ACMECS, GMS, ອາຊຽນ-ອາເຊັມ, ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ, ແມ່ນໍ້າຂອງ-ແມ່ນໍ້າຄົງຄາ, ແມ່ນໍ້າ ຂອງ-ຍີ່ປຸ່ນ, ແມ່ນໍ້າຂອງ-ສ ເກົາຫຼີ, ແມ່ນໍ້າຂອງ-ອາເມລິກາ ແລະ ອື່ນໆ. ນອກຈາກນີ້, ຜູ້ນຳທັງ 3 ປະເທດ ກໍ່ໄດ້ແຈ້ງໃຫ້ກັນຊາບໂດຍຫຍໍ້ ກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມ, ບັນດາມາດຕະການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19, ແລກປ່ຽນຄວາມຄິດເຫັນຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และสถานที่ในร่ม

ໃນຂະນະດຽວກັນ, ພະນະທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍ່ໄດ້ແຈ້ງໃຫ້ຊາບ ກ່ຽວກັບ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຂອງພັກປະຊາຊົນປະຕິວັດລາວ ຄັ້ງທີ XI ກໍ່ຄື ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ໄດ້ຢ່າງຈົບງາມ, ພ້ອມທັງ ກໍາລັງກະກຽມໃຫ້ແກ່ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະມີຂຶ້ນໃນວັນທີ 22 ມີນາ ຈະມາເຖິງນີ້; ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຢ່າງຈົບງາມ ຂອງກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກຄອມມູນິດ ຫວຽດນາມ ທີ່ໄດ້ປິດລົງໃນຕົ້ນເດືອນກຸມພາ ແລະ ຊົມເຊີຍຕໍ່ ສະຫາຍ ຫງວຽນ ຊວັນ ຟຸກ ທີ່ສືບຕໍ່ໄດ້ຮັບການໄວ້ວາງໃຈຈາກສະມາຊິກພັກຄອມມູນິດ ຫວຽດນາມ ແລະ ຖືກເລືອກໃຫ້ເປັນກຳມະການກົມການເມືອງສູນກາງພັກ ຕື່ມອີກ; ພ້ອມນີ້ ກໍ່ສະແດງຄວາມຂອບໃຈມາຍັງ ພັກ-ລັດຖະບານ ຫວຽດນາມ ແລະ ກໍາປູເຈຍ ທີ່ໄດ້ໃຫ້ການຮ່ວມມືຊ່ວຍເຫຼືອ ສປປ ລາວ ໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19, ເຖິງວ່າ ທັງສອງປະເທດ ຈະປະເຊີນໜ້າກັບການແຜ່ລະບາດ ຂອງພະຍາດໂຄວິດ-19 ຮ້າຍແຮງກວ່າ ສປປ ລາວ ກໍ່ຕາມ.

ໃນຕອນທ້າຍຂອງການກອງປະຊຸມ, ພະນະທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍ່ໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບແບບພິເສດ ລະຫວ່າງ ສາມຊາດ ລາວ-ຫວຽດນາມ-ກໍາປູເຈຍ ທີ່ມີມາແຕ່ດົນນານ ຈົ່ງໝັ້ນຄົງທະນົງແກ່ນ, ພ້ອມທັງອວຍພອນໃຫ້ສອງນາຍົກລັດຖະມົນຕີ ຫວຽດນາມ ແລະ ກຳປູເຈຍ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນຫນ້າທີ່ວຽກງານທີ່ຍິ່ງໃຫຍ່ກວ່າເກົ່າ.

Comments