ປະທານປະເທດ ອວຍພອນປີໃໝ່ລາວພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫລາຍ

ໃນໂອກາດສົ່ງທ້າຍປີເກົ່າປີຊວດ ແລະຕ້ອນຮັບປີໃໝ່ປີສະຫລຸພສ 2564 ຂ້າພະເຈົ້າຂໍຖືໂອກາດອັນເລີກງາມຍາມດີ ວັນທີ່ເປັນມຸງຄຸນນີ້ສົ່ງຄຳອວຍພອນອັນປະ ເສີດມາຍັງພີ່ນ້ອງຮ່ວມຊາດ ຕະຫລອດເຖິງພີ່ນນ້ອງເຊື້ອຊາດລາວທີ່ອາໃສຢູ່ຕ່າງປະເທດ ກໍຄືຊາວຕ່າງປະ ເທດທີ່ກຳລັງປະຕິບັດໜ້າທີ່ ແລະທຳມາຫາກິນຢູ່ ສປປລາວ ຂໍໃຫ້ທຸກໆທ່ານປາສະຈາກໂລກໄພໄຂ້ ເຈັບ, ປອດໄພຈາກພະຍາດໂຄວິດ19 ມີພາລະນາໄມສົມບູນ ສຸກກາຍສຸກໃຈ ແລະມີຄວາມຈະເລີນກ້າວໜ້າທຸກປະການ.

ສານຂອງພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນ  ໂອກາດລະນຶກວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ...

ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫລາຍ ໃນປີເກົ່າ ພສ 2563 ທີ່ພວມຜ່ານພົ້ນໄປນັ້ນ ເວົ້າລວມແລ້ວກໍ່ເປັນອີກປີໜື່ງແຫ່ງຄວາມພະຍາຍາມບຸກບືນຂອງທົ່ວພັກທົ່ວລັດ ແລະທົ່ວປວງຊົນລາວທັງຊາດໃນການອອກເຫື່ອເທແຮງສຸມກຳລັງຂອງຕົນເຂົ້າໃນການພັດທະນາ, ສ້າງສາປະເທດຊາດອັນແສນຮັກຂອງພວກເຮົາຢ່າງເປັນຂະບວນຟົດຟື້ນຢ່າງສະເໝີມາ, ເຫດການທີ່ພົ້ນເດັ່ນກວ່າໝູ່ແມ່ນທົ່ວພັກ ທົ່ວລັດ ແລະທົ່ວປວງຊົນລາວໄດ້ເຂົ້າຮ່ວມການກຽມໃຫ້ແກ່ການດຳເນີນກອງປະຊຸມໃຫ່ຍຄັ້ງທີ 11 ຂອງພັກ ຈາກນັ້ນປວງຊົນລາວທັງຊາດ ຜູ້ທີ່ມີສິດຕາມລັດຖະທຳມະນູນ ແລະກົດໝາຍໄດ້ພ້ອມພຽງຮຽງໜ້າກັນອອກໃຊ້ສິດຂອງຕົນໃນການປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດຊຸດທີ 9 ແລະສະມາ ຊິກສະພາປະຊາຊົນຂັ້ນແຂວງຊຸດທີ 2 ຊື່ງຜົນສໍາເລັດຂອງການເລືອກຕັ້ງດັ່ງກ່າວໄດ້ສືບຕໍ່ຍົກສູງ ແລະເສີມຂະຫຍາຍສິດປະຊາທິປະໄຕ, ສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າຢ່າງເຕັມສ່ວນ ຕໍ່ຈາກນັ້ນສະພາແຫ່ງຊາດກໍ່ໄດ້ເປີດກອງປະຊຸມຄັ້ງປະຖົມມະລືກຂອງຕົນ ແລະໄດ້ສຳເລັດລົງຢ່າງຈົບງາມ ໂດຍມີການຕົກລົງຮັບຮອງເອົາບັນດາເນື້ອໃນທີ່ສຳຄັນຂອງຊາດເຮົາ, ເຫດການດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມເຕີບໃຫ່ຍຂະຫຍາຍຕົວຂອງປະເທດເຮົາໃນການຍົກລະດັບສະຕິຕື່ນຕົວທາງການເມືອງ, ນໍ້າໃຈຮັກຊາດ ແລະນໍ້າໃຈແຫ່ງຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ ສະແດງເຖິງຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງໃຈຂອງປະຊາຊົນລາວບັນດາເຜົ່າ ຕໍ່ການນໍາພາຂອງພັກ, ລັດ ແລະ ຕໍ່ລະບອບປະຊາທິ ປະໄຕ ປະຊາຊົນຂອງພວກເຮົາ.

ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫລາຍ. ເຖິງວ່າປີຜ່ານມາປະເທດເຮົາຈະປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະສີ່ງທ້າທາຍຫລາຍຢ່າງທີ່ກະທົບໃສ່ປະເທດຂອງພວກເຮົາກໍ່ຕາມ ແຕ່ພາຍໃຕ້ການຊີ້ນໍາໆພາຂອງພັກ, ລັດ ແລະການປະກອບສ່ວນອັນຕັ້ງໜ້າຂອງປະຊາຊົນລາວໃນທົ່ວປະເທດ ພວກເຮົາມີຄວາມພາກພູມໃຈທີ່ເຫັນວ່າ ປະເທດລາວສາມາດປະຕິບັດຄາດໝາຍສູ້ຊົນຂອງແຜນພັດທະນາເສດຖະກິດ-ສັງຄົມທີ່ວາງໄວ້ ດ້ວຍຜົນສຳເລັດທີ່ສຳຄັນຈໍານວນບໍ່ໜ້ອຍ ເປັນຕົ້ນປະເທດເຮົາສືບຕໍ່ມີສະເຖ່ຍລະພາບທາງການເມືອງ, ມີຄວາມສະຫງົບຮຽບຮ້ອຍທາງສັງຄົມ, ເສດຖະກິດມີການຂະຫາຍຕົວຢ່າງຕໍ່ເນື່ອງ, ວັດທະນາທຳສັງຄົມໄດ້ຮັບການພັດທະນາຢ່າງເປັນລໍາດັບ, ລະບົບການເມືອງການປົກຄອງໄດ້ຮັບການປັບປຸງໃຫ້ມີຄວາມໜັກແໜ້ນເຂັ້ມແຂງກວ່າເກົ່າ, ປະຊາຊົນລາວເຮົາມີຄວາມສາ ມັກຄີປອງດອງ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນກໍ່ໄດ້ຮັບການປັບປຸງແກ້ໄຂໃຫ້ດີຂື້ນຢ່າງບໍ່ຢຸດຢັ້ງ ເກີດມີຄອບຄົວຕົວແບບທີ່ພົ້ນທຸກນັບມື້ນັບຫລາຍ, ການພົວພັນຮ່ວມມືກັບຕ່າງປະເທດ ແລະອົງການຈັດຕັ້ງສາກົນສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ ແລະຖານະບົດບາດອິດທິພົນຂອງ ສປປລາວ ໄດ້ຮັບການຍົກສູງຂື້ນໃນເວທີພາກພື້ນ ແລະສາກົນ ນະໂອກາດອັນເລີກງາມຍາມດີ ແລະ ເປັນສິຣິມຸງຄຸນນີ້ ຂ້າພະເຈົ້າຕາງໜ້າໃຫ້ຄະນະບໍລິຫານງານສູນກາງພັກ ລັດຖະ ບານ ແລະໃນນາມສ່ວນຕົວ ຂໍສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບອົກຂອບໃຈຢ່າງຈິງໃຈມາຍັງສະມາຊິກພັກ, ພະນັກງານ, ທະຫານຕໍາຫລວດ, ແພດໝໍ, ຄູອາຈານ, ນັກທຸລະກິດ, ຜູ້ກອບການ ຕະຫລອດເຖິງ ພີ່ນ້ອງຮ່ວມຊາດທຸກທົ່ວໜ້າ, ພີ່ນ້ອງເຊື້ອຊາດລາວທີ່ຢູ່ຕ່າງປະເທດ ລວມທັງບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດລວມຂອງຊາດເຮົາໃນແຕ່ລະດ້ານຢ່າງຕັ້ງໜ້າ ໂດຍສະເພາະໃນສະໜາມຮົບຕໍ່ສູ້ອັນດຸເດືອດຂອງການປ້ອງກັນສະກັດກັ້ນ ຕ້ານ ແລະແກ້ໄຂພະຍາດໂຄວິດ19 ຈົນເຮັດໃຫ້ປະເທດເຮົາມີຜູ້ຕິດເຊື້ອສະສົມຈໍານວນຈໍາກັດ ແລະບໍ່ທັນມີຜູ້ເສຍຊີວິດ.

ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫລາຍ. ປີສະຫລຸປີ 2564 ທີ່ພວມກ້າວເຂົ້າມາເປັນປີທີ່ມີຄວາມໝາຍສຳຄັນສຳລັບ ສປປລາວ ຊື່ງພວມເຮົາຈະໄດ້ພ້ອມກັນສຸມໃສ່ຈັດຕັ້ງຜັນຂະຫຍາຍໜ້າທີ່ວຽກງານຫລາຍຢ່າງທີ່ສຳຄັນຂອງພັກ ແລະຂອງຊາດ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໄດ້ຈັດຕັ້ງປະຕິບັດເປົ້າໝາຍສູ້ຊົນພັດທະນາປະເທດເຮົາໃຫ້ພົ້ນອອກຈາກສະຖານະພາບດ້ອຍພັດທະນາ ເພື່ອກ້າວໄປສູ່ບາດກ້າວຕໍ່ໄປທີ່ໜັກແໜ້ນ, ພັດທະນາຕາມທິດສີຂຽວ ແລະຍືນຍົງແຕ່ນີ້ເຖິງປີ 2030 ເພື່ອໃຫ້ບັນລຸເປົ້າໝາຍດັ່ງກ່າວປະຊາຊົນລາວໃນທົ່ວປະເທດ ຕ້ອງໄດ້ພ້ອມກັບພັກ ແລະລັດເຮົາ ຮ່ວມແຮງຮ່ວມໃຈກັນອອກແຮງສູ້ຊົນ, ຈັດຕັ້ງປະຕິບັດແນວທາງນະໂຍບາຍທີ່ກອງປະຊຸມໃຫ່ຍຄັ້ງທີ 11 ຂອງພັກ ແລະແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ຂອງລັດໃຫ້ປະກົດຜົນເປັນຈິງ ສ້າງວິຖີຊີວິດໃໝ່, ສ້າງການຫັນປ່ຽນໃໝ່ໃນການທຳມາຫາກິນ, ການດຳລົງຊີວິດທີ່ກ້າວໜ້າທັນສະໄໝຂື້ນ ກຳຈັດປັດເປົ່າສີ່ງຫຍໍ້ທໍ້ໃນສັງຄົມເຮົາໃຫ້ກາຍເປັນສັງຄົມທີ່ປອດໃສ, ສະອາດ, ຈົບງາມ ເປັນສັງຄົມີ່ທໂອບເອື້ອອາລີ, ຍຸຕິທຳ ແລະ ສີວິໄລ ຕາມມູນເຊື້ອອັນດີງາມຂອງຊາດ ທັງໃຫ້ມີຄວາມປະດິດສ້າງ ແລະກ້າວໜ້າທັນຍຸກທັນເຫດການອີກດ້ວຍ.

ພີ່ນ້ອງຮ່ວມຊາດທີ່ຮັກແພງທັງຫລາຍ! ກ້າວເຂົ້າສູ່ປີໃໝ່ປີສະຫລຸ ພສ 2564 ນີ້ ຂໍຖືໂອກາດທີ່ເປັນມຸງຄຸນ ແລະເລີກງາມຍາມດີນີ້ ຂ້າພະເຈົ້າຮຽກຮ້ອງມາຍັງພີ່ນ້ອງຮ່ວມຊາດ ຈົ່ງພ້ອມກັນຮັກສາ ແລະເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດເຮົາ ເພີ່ມທະວີຄວາມສາມັກຄີອັນເປັນປຶກແຜ່ນແໜ້ນໜາ ພ້ອມກັນຜ່ານຜາຄວາມຫຍຸ້ງຍາກ ແລະສີ່ງທ້າທາຍທົດສອບນາໆປະການທີ່ຈະເກີດຂື້ນໃນປີທີ່ຈະມາເຖິງນີ້ ພ້ອມພາກັນສ້າງສາພັດທະນາປະເທດເຮົາໃຫ້ກ້າວໜ້າຈະເລີນຂື້ນຢ່າງບໍ່ຢຸດຢັ້ງ ພ້ອມກັນນີ້ຂ້າ ພະເຈົ້າຂໍຝາກຄວາມຄິດເຖິງພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ ຈົ່ງພ້ອມກັນອວຍໜ້າມາຫາປະເທດທີ່ເປັນບ້ານເກີດຂອງເຊື້ອເຜົ່າພົງພັນຂອງຕົນ ເພື່ອຮ່ວມກັບປະຊາຊົນຢູ່ພາຍໃນປະເທດ ສ້າງສາ ແລະພັດ ທະນາປະເທດຊາດອັນແສນຮັກຂອງພວກເຮົາໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ ມີປະຊາທິປະໄຕ ຍຸຕິທຳ ແລະສີວິໄລຍີ່ງໆຂື້ນ ໃນໂອກາດນີ້ຂ້າພະເຈົ້າຂໍອວຍພອນໃຫ້ຊາວຕ່າງປະເທດ ແລະຊາວຕ່າງດ້າວທີ່ກຳລັງດຳລົງຊີວິດຢູ່ ສປປລາວ ຈົ່ງມີຄວາມສຸກ ມີຄວາມຈະເລີນຕະຫລອດປີໃໝ່ ພສ 2564 ນີ້ ທ້າຍສຸດນີ້ຂໍອວຍພອນໃຫ້ປີໃໝ່ປີສະຫລຸ ພສ 2564 ຈົ່ງເປັນປີທີ່ນໍາເອົາຜົນສຳເລັດໃໝ່ໃຫ່ຍຫລວງກວ່າເກົ່າ ແລະ ຄວາມຢູ່ເຢັນເປັນສຸກມາສູ່ປວງຊົນລາວທັງຊາດດ້ວຍເທີ້ນ.ສະບາຍດີປີໃໝ່ ຂໍຂອບໃຈ

Comments