ອົງການອາຫານໂລກ ໃຫ້ການສະໜັບ ສະໜູນອາຫານ ແກ່ແຮງງານລາວ

ໃນວັນທີ 6 ເມສາທີ່ຜ່ານມານີ້ ຢູ່ກະຊວງສາທາລະນະສຸກ ອົງການອາຫານໂລກໄດ້ສືບຕໍ່ຂະຫຍາຍການຮ່ວມມື ໃນການສະໜັບສະໜູນຊ່ວຍອາຫານໃຫ້ແກ່ແຮງງານລາວ ທີ່ກັບຈາກປະເທດເພື່ອນບ້ານ ໃນສູນຈຳກັດບໍລິເວນ ຢູ່ 5 ແຂວງມີ: ແຂວງບໍ່ແກ້ວ, ໄຊຍະບູລີ, ນະຄອນຫລວງວຽງຈັນ, ສະຫວັນນະເຂດ ແລະ ແຂວງຈຳປາສັກ, ໃນຈຳນວນ 1 ລ້ານໂດລາສະຫະລັດ. ເປັນກຽດມອບຮັບໂດຍທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ Jan Delbaere ຫົວໜ້າ ອົງການອາຫານໂລກ ປະຈຳ ສປປ ລາວ.

อาจเป็นรูปภาพของ 12 คน และผู้คนกำลังยืน

ທ່ານ ດຣ ບຸນແຝງ ພູມມະໄລສິດ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍ ມາຍັງອົງການອາຫານໂລກ ທີ່ຮ່ວມແຮງຮ່ວມໃຈສຸມທຸກກຳລັງແຮງ ແລະ ສະຕິປັນຍາໃນການຂໍທຶນ ເພື່ອມາຊ່ວຍເຫລືອ ປະຊາຊົນລາວ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ COVID-19. ໃນປີ 2020 ທີ່ຜ່ານມາ ອົງການອາຫານໂລກ ໄດ້ຮັບລາງວັນ Novel Peace Prize ເຊິ່ງເປັນອົງການມະນຸດສະທຳ; ໃນນາມສ່ວນຕົວ ກໍຄື: ຕາງໜ້າລັດຖະບານ ສປປ ລາວ ຂໍສະແດງຄວາມຍ້ອງຍໍຊົມເຊີຍຜົນງານທີ່ຍາດມາໄດ້ຂອງ ອົງການອາຫານໂລກ ແລະ ເນື່ອງໃນໂອກາດປີໃໝ່ລາວ ທີ່ຈະມາເຖິງ ຂໍອວຍໄຊໃຫ້ພອນແກ່ ທ່ານ Mr. Jan Delbaere ຫົວໜ້າ ອົງການອາຫານໂລກ ປະຈຳ ສປປ ລາວ ພ້ອມດ້ວຍທີມງານຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນໜ້າທີ່ວຽກງານ ມີຄວາມສຸກໃນຄອບຄົວ ອາຍຸໝັ້ນຢືນປາສະຈາກພະຍາດ COVID-19.

ຂປລ

Comments